ສາເຫດ ແລະ ວິທີການຫຼຸດການຫຼຸ້ຍຫ້ຽນພາຍໃນເຄື່ອງຈັກ

112

ເຄື່ອງຈັກລົດທຸກຊະນິດທີ່ຍັງເຢັນຢູ່ຖ້າຫາກມີການໃຊ້ງານເຄື່ອງຈັກ ກໍຈະມີການຫຼຸ້ຍຫ້ຽນຕາມມາ ແຕ່ມັນກໍເປັນສິ່ງທີ່ບໍ່ສາມາດຫຼີກລຽງໄດ້ ບົດຄວາມນີ້ມີຂໍ້ແນະນໍາສໍາລັບການໃຊ້ລົດໃນໄລຍະອຸນນະພູມຕໍ່າ ( ລະດູໜາວ ) ຫຼັງຈາກຕິດຈັກລົດໃໝ່ໆ.

ແຕ່ກ່ອນຈະເຖິງຂໍ້ແນະນໍາເຮົາລອງມາເບິ່ງສາເຫດຂອງການຫຼຸ້ຍຫ້ຽນກັນກ່ອນ. ສາເຫດຫຼັກທີ່ເຄື່ອງຈັກຈະມີອັດຕາການຫຼຸ້ຍຫ້ຽນສູງ ໃນຂະນະເຄື່ອງຈັກຍັງເຢັນຢູ່ມີດັ່ງນີ້:

1 ຂະນະທີ່ກໍາລັງຕິດຈັກນໍ້າມັນເຄື່ອງທີ່ລວມກັນຢູ່ຂ້າງລຸ່ມຂອງທ້ອງອ່າງຈັກ ຈະຍັງບໍ່ສາມາດກະຈາຍໄປຫຼໍ່ລື່ນຊິ້ນສ່ວນຕ່າງໆໃນເຄື່ອງຈັກ, ອາໄຫຼ່ຕ່າງໆ ( ຊິ້ນສ່ວນ ) ໃນເຄື່ອງຈັກສຽດສີ ຫຼື ຮຸກຖູກັນໂດຍກົງໂດຍບໍ່ມີການຫຼໍ່ລື່ນ ( ອາດມີສານຫຼໍ່ລື່ນຕົກຄ້າງຢູ່ແຕ່ມີໜ້ອຍ ) ພາໃຫ້ເກີດການຫຼຸ້ຍຫ້ຽນໄດ້.

ຈາກສາເຫດທີ່ໄດ້ກ່າວມາແລ້ວລອງພິຈາລະນາຂໍ້ສະເໜີເຫຼົ່ານີ້:

1 ຫຼັງຈາກຕິດຈັກລົດໃໝ່ໆຍັງບໍ່ຄວນໃຫ້ເຄື່ອງຈັກເຮັດວຽກໜັກ ຈົນກວ່າເຄື່ອງຈັກຈະເຖິງອຸນຫະພູມເຮັດວຽກ.

2 ເມື່ອຕິດຈັກລົດແລ້ວຄວນປະເຄື່ອງຈັກຕິດໄວ້ໃນໄລຍະໜຶ່ງ ( ອຸ່ນເຄື່ອງ ) ໄລຍະທີ່ເວົ້າມານີ້ສ່ວນຫຼາຍຊ່າງຈະແນະນໍາກັນຫຼາຍ ແນະນໍາໃຫ້ສັງເກດໄຟສັນຍະລັກຮູບການນໍ້າມັນເຄື່ອງໃຫ້ມອດເສຍກ່ອນ ເຊິ່ງໄລຍະເວລາໜ້ອຍ ຫຼື ຫຼາຍຂຶ້ນຢູ່ກັບຂະໜາດເຄື່ອງຈັກ ໂດຍທົ່ວໄປບໍ່ເກີນ 1 ນາທີ ຫຼັງຈາກເຄື່ອງຈັກຕິດມາໄດ້ໄລຍະໜຶ່ງໄຟກໍຈະມອດ ເປັນການສະແດງສະຖານະໃຫ້ຮູ້ວ່າມີແຮງດັນນໍ້າມັນເຄື່ອງພ້ອມໃຊ້ງານໃນລະບົບຫຼໍ່ລື່ນ ( ເພື່ອໃຫ້ນໍ້າມັນເຄື່ອງໄດ້ໄຫຼວຽນກະຈາຍໄປຫຼໍ່ລື່ນຊິ້ນສ່ວນຕ່າງໆໄດ້ທົ່ວເຖິງ ) ຈາກນັ້ນຈຶ່ງອອກລົດໄດ້, ແຕ່ຖ້າເປັນບໍລິເວນພື້ນທີ່ມີອາກາດໜາວ ກໍຄວນຈະຕິດຈັກປະໄວ້ດົນກວ່າປົກກະຕິ ຫຼື ທີ່ອຸນຫະພູມເຮັດວຽກ ( ເຂັມວັດອຸນຫະພູມຂຶ້ນມາຢູ່ໃກ້ຕໍາແໜ່ງເຄິ່ງກາງ ).

( ຮຽບຮຽງໂດຍ: ພຸດຕີ້ )

( ຂໍ້ມູນຈາກ: ຫ້ອງຂາຍລົດມິດຊູບິຊິລາວ )