ເຜີຍໂສມ Mitsubishi Outlander PHEV 2020 ຄາດເປີດໂຕທ້າຍປີ

117

ມິດຊູບີຊິ ອາດບໍ່ແມ່ນຄ້າຍລົດທີ່ໄດ້ຮັບຄວາມນິຍົມໃນຕະຫຼາດບັນດາປະເທດໃນເອີຣົບ, ແຕ່ການແຂ່ງຂັນຂອງລົດແຊັກແມນຄອດໂອເວີ ຂະໜາດກະທັດຮັດທີ່ຮ້ອນແຮງຂຶ້ນເລື້ອຍໆສົ່ງຜົນໃຫ້ Mitsubishi Outlander PHEV ( Plug-in Hybrid Electric Vehicle ) ເຊິ່ງເປັນລົດໄຮບຣິດພະລັງງານໄຟຟ້າແບບສາກ ໄດ້ກາຍເປັນຕົວຍູ້ສໍາຄັນຂອງຄ້າຍມິດຊູບີຊິ ທີ່ໄດ້ຮັບຄວາມສົນໃຈ ແລະ ຂາຍດີສຸດໃນຕະຫຼາດເອີຣົບ.

ດ້ວຍເຫດນີ້ ມິດຊູບີຊິ ຈຶ່ງເດີນໜ້າຕໍ່ ແລະ ກຽມເປີດໂຕ All-new Mitsubishi Outlander PHEV ໃນໄລຍະທ້າຍປີ 2020 ພ້ອມລົດໃໝ່ອີກລຸ້ນທີ່ເປັນຂະໜາດນ້ອຍ ( SUV PHEV ) ເຊິ່ງຍັງບໍ່ລະບຸວ່າເປັນລຸ້ນໃດ, ແຕ່ຊັດເຈນວ່າຄ້າຍຕ້ອງການບຸກຕະຫຼາດໄຮບຣິດ ແລະ ເພີ່ມຍອດຂາຍໃນເອີຣົບໃຫ້ໄດ້.

ທ່ານ Bernard Loire ປະທານ ມິດຊູບີຊິ ເອີຣົບ ໄດ້ເຜີຍວ່າ: ຍອດຂາຍຂອງ Mitsubishi Eclipse Cross ລຸ້ນເຄື່ອງຈັກກາຊວນບໍ່ເປັນໄປຕາມເປົ້າໝາຍ ຈຶ່ງຕັດສິນໃຈກຽມຢຸດການຜະລິດເຄື່ອງຈັກກາຊວນໃນເອີຣົບ ແລະ ຫັນໄປໃຊ້ເຄື່ອງຈັກແອັດຊັງ ແລະ ພະລັງງານໄຟຟ້າແທນໃນຕໍ່ໜ້າ.

ໃນໄລຍະເຄິ່ງຫຼັງຂອງປີ 2020 ຈະມີການເປີດໂຕ All-new Mitsubishi Outlander PHEV. ນອກຈາກນີ້, ຍັງມີລົດ SUV ຂະໜາດນ້ອຍອີກຄັນໜຶ່ງດ້ວຍໃນເວລາດຽວກັນ ໂດຍຢືນຢັນວ່າທັງສອງຈະເປັນລົດໄຮບຣິດແບບປັກອິນ.

ແນວໃດກໍດີ, ໃນລະຫວ່າງການໃຫ້ສໍາພາດ ທ່ານ Bernard Loire ໄດ້ກ່າວເຖິງ Mitsubishi Mirage ຍັງຄົງເດີນໜ້າຜະລິດຕໍ່ໄປ ເຖິງວ່າຈະມີກົດໝາຍທີ່ບັງຄັບໃຊ້ກ່ຽວກັບລົດຂະໜາດນ້ອຍກໍຕາມ ບໍ່ພຽງແຕ່ເທົ່ານັ້ນ ມິດຊູບີຊິຍີ່ປຸ່ນ ກໍາລັງວາງແຜນຈະປັບປ່ຽນລົດຂະໜາດນ້ອຍໃນໄວໆນີ້.

ທັງນີ້, ຍັງບໍ່ສາມາດຢືນຢັນໄດ້ວ່າ All-new Mitsubishi Outlander PHEV ແລະ ລົດລຸ້ນໃໝ່ຈະມີນໍາເຂົ້າມາຈໍາໜ່າຍຢູ່ປະເທດໄທ ແລະ ລາວ ເຊິ່ງຖ້າເຂົ້າມາ ເຄື່ອງຈັກກໍອາດຈະມີຄວາມໃກ້ຄຽງກັບ Volvo XC60 T8 Twin Engine ຕ້ອງມາເບິ່ງວ່າເຕັກໂນໂລຊີຈະຕອບໂຈດຄວາມຕ້ອງການຂອງຄົນລຸ້ນໃໝ່ ຫຼື ບໍ່?.

( ຂໍ້ມູນຈາກ: https://car.kapook.com/view219002.html )