ເມືອງໄຊທານີ ແຈ້ງທຸລະກິດເຂົ້າມາຊຳລະອາກອນປີ 2019

245

ສ່ວຍສາອາກອນປະຈໍາເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການເລກທີ 0005/ສອກ ຊທນ ລົງວັນທີ 15 ມັງກອນ 2020 ເຖິງຜູ້ອໍານວຍການບໍລິສັດ, ວິສາຫະກິດ ແລະ ຈຸນລະວິສາຫະກິດທີ່ຂຶ້ນກັບເມືອງໄຊທານີ ໃຫ້ຮີບຮ້ອນປະກອບເອກະສານເພື່ອຍື່ນຂໍໃບຢັ້ງຢືນການຊໍາລະອາກອນປະຈໍາປີ 2019 ເລີ່ມແຕ່ວັນທີ 1 ມັງກອນ ຫາ 30 ມີນາ 2020, ຫາກບໍ່ດັ່ງນັ້ນຈະຖືກປັບໃໝຕາມລະບຽບການ.

ພາບປະກອບຂ່າວ

ເພື່ອຮັບປະກັນໃຫ້ການຈັດເກັບລາຍຮັບເຂົ້າງົບປະມານເມືອງໄຊທານີ ໃນປີ 2020 ໃຫ້ໄປຕາມແຜນທີ່ວາງໄວ້, ທັງຮັບປະກັນ ຄວາມຖືກຕ້ອງຂອງຫົວໜ່ວຍທຸລະກິດກໍຄືຜູ້ປະກອບການຢູ່ພາຍໃນເມືອງ. ສະນັ້ນ, ສ່ວຍສາອາກອນປະຈໍາເມືອງໄຊທານີ ຈຶ່ງໄດ້ອອກແຈ້ງການດັ່ງກ່າວໃຫ້ພາກທຸລະກິດຮີບຮ້ອນປະກອບເອກະສານຂໍໃບຢັ້ງຢືນການຊໍາລະອາກອນປະຈໍາປີ 2019 ເພື່ອນໍາໃຊ້ປະກອບເອກະສານການເຄື່ອນໄຫວທຸລະກິດໃນປີ 2020 ໃຫ້ຖືກຕ້ອງຕາມລະບຽບຫຼັກການ.

ພາບປະກອບຂ່າວ

ໃນນີ້, ການປະກອບເອກະສານໄດ້ກໍານົດໃຫ້ນັບແຕ່ວັນທີ 1 ມັງກອນ ແລະ ບໍ່ໃຫ້ກາຍວັນທີ 30 ມີນາ 2020 ຖ້າຫາກກາຍກໍານົດເວລາດັ່ງກ່າວ ຫຼື ຍັງບໍ່ມາພົວພັນຍື່ນເອກະສານເພື່ອຂໍໃບຢັ້ງຢືນຊໍາລະອາກອນ ທາງພາກສ່ວນກ່ຽວຂ້ອງຈະໄດ້ປັບໃໝຕາມອັດຕາທີ່ໄດ້ກໍານົດໄວ້ໃນກົດໝາຍສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍການບັນຊີ.

ພາບປະກອບຂ່າວ

ສໍາລັບເອກະສານຂໍໃບຢັ້ງຢືນການຊໍາລະອາກອນ ປະກອບມີ: ເອກະສານທາງການເງິນ ( ບົດສະຫຼຸບປະຈໍາປີ ), ໃບຢັ້ງຢືນການມອບພັນທະອາກອນປະຈໍາປີ 2018, ສໍາເນົາທະບຽນວິສາຫະກິດ, ບົດບັນທຶກການກວດກາ – ໄລ່ລຽງປີຜ່ານມາ, ຕາຕະລາງສັງລວມການມອບພັນທະ – ອາກອນຕ່າງໆ, ບົດບັນທຶກກອງປະຊຸມຂາຫຸ້ນ ຫຼື ຜູ້ຖືຫຸ້ນ, ສໍາເນົາໃບຕາດິນ, ທີ່ຕັ້ງສໍານັກງານ, ສໍາເນົາບັດປະຈໍາຕົວ, ຮູບຖ່າຍຂະໜາດ 3×4 ແລະ ໃບລາຍງານຖານະການເງິນ.