ນັກທຸລະກິດລາວ – ໄທ ຫາລືເສີມຂະຫຍາຍການຮ່ວມມື

153

ກຸ່ມນັກທຸລະກິດລາວ ( BNI Laos Professional Chapter ) ພົບປະຫາລືກັບ ກຸ່ມນັກທຸລະກິດຂອງໄທ ( BNI Thailand Ocean Chapter ) ເພື່ອຕໍ່ຍອດ ແລະ ຂະຫຍາຍຖານຮ່ວມມືທາງທຸລະກິດ, ແລກປ່ຽນ ແລະ ສ້າງໂອກາດໃນການຮ່ວມທຸລະກິດ ລາວ – ໄທ.

ງານພົບປະດັ່ງກ່າວໄດ້ມີຂຶ້ນໃນວັນທີ 17 ມັງກອນ 2020 ທີ່ໂຮງແຮມແລນມາກແມ່ຂອງຣີເວີໄຊ ນະຄອນຫຼວງວຽງຈັນ ເຊິ່ງກຸ່ມນັກທຸລະກິດລາວນຳໂດຍ ທ່ານ ທັດສະນາຈອນ ບຸນທັນ ປະທານ BNI Laos Professional Chapter ພ້ອມສະມາຊິກ ແລະ ກຸ່ມນັກທຸລະກິດຈາກໄທ 16 ບໍລິສັດ ເຂົ້າຮ່ວມ.

ພາບປະກອບຂ່າວ

ທ່ານ ທັດສະນາຈອນ ບຸນທັນ ກ່າວວ່າ: ປີ 2020 ຖືເປັນຄັ້ງທຳອິດທີ່ພວກເຮົາໄດ້ຈັດງານພົບປະກັບກຸ່ມນັກທຸລະກິດໄທ ໂດຍສະເພາະແມ່ນກຸ່ມ ( BNI Thailand Ocean Chapter ) ເພື່ອຕໍ່ຍອດ ແລະ ຂະຫຍາຍຖານການຮ່ວມມືທາງທຸລະກິດ, ແລກປ່ຽນ ແລະ ສ້າງໂອກາດໃນການຮ່ວມທຸລະກິດ ລາວ – ໄທ ເຊິ່ງບາງທຸລະກິດທີ່ຄ້າຍຄືກັນສາມາດມາຕໍ່ຍອດ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໂດຍການແລກປ່ຽນຄວາມຄິດຄວາມເຫັນ ແລະ ຮ່ວມກັນຂະຫຍາຍຖານທຸລະກິດໃຫ້ກວ້າງໄກກວ່າເກົ່າ.

ພາບປະກອບຂ່າວ

ທ່ານ ທັດສະນາຈອນ ບຸນທັນ ກ່າວຕື່ມວ່າ: ຄວາມຈິງແລ້ວ BNI ແມ່ນຈະມີງານພົບປະເລື້ອຍໆ ແລະ ການເຄື່ອນໄຫວຂອງ BNI ແມ່ນການພົບປະກັບກຸ່ມນັກທຸລະກິດຂອງແຕ່ລະປະເທດ ເພາະ BNI ມີເຄືອຂ່າຍ 70 ປະເທດທົ່ວໂລກ ເຊິ່ງການພົບປະແຕ່ລະຄັ້ງແມ່ນຈະໝູນໄປແຕ່ລະປະເທດ ( BNI: Business Network International ) ( ເຄືອຂ່າຍທຸລະກິດໃນລະດັບສາກົນ ).

ພາບປະກອບຂ່າວ

ທ່ານ ບຸນອານັນ ພັດທະ ນະສິນ ( Bhunanan Pa-tanasin ) ປະທານ BNI Thailand Ocean Chapter ຈາກຊົນບູລີ ກ່າວວ່າ: ຈຸດປະສົງທີ່ມາພົບປະໃນຄັ້ງນີ້ເນື່ອງຈາກວ່າ ລາວ – ໄທ ເປັນປະເທດເພື່ອນບ້ານກັນ ໂດຍພື້ນຖານທີ່ມີພາສາໃກ້ຄຽງກັນສາມາດເຮັດການຊື້ – ຂາຍ ໂດຍບໍ່ມີອຸປະສັກທາງດ້ານພາສາ ແລະ ເຫັນຈຸດແຂງຂອງ ສປປ ລາວ ຫຼາຍຢ່າງທີ່ຈະສາມາດເຮັດທຸລະກິດຮ່ວມກັນ ເພື່ອເຮັດໃຫ້ທຸລະກິດເຕີບໂຕໄດ້ ແລະ ສາມາດແລກປ່ຽນຄວາມຄິດເຫັນ, ປະສົບການ ແລະ ເຊື່ອວ່າເມື່ອມີການຮ່ວມມືກັນເກີດຂຶ້ນຈະເຮັດໃຫ້ຍອດຂາຍທາງທຸລະກິດເຕີບໂຕໄດ້ວ່ອງໄວ. ສຳລັບກຸ່ມນັກທຸລະກິດຈາກຊົນບູລີ ປະເທດໄທ ທີ່ມາພົບປະໃນຄັ້ງນີ້ມີ 16 ບໍລິສັດ ເຊັ່ນ: ກຸ່ມທຸລະກິດກໍ່ສ້າງ, ສິນຄ້າອຸປະໂພກ – ບໍລິໂພກ, ແຕ່ງລົດ, ດູແລຜູ້ອາຍຸສູງ, ອະສັງຫາລິມະຊັບ ແລະ ອື່ນໆ.

ພາບປະກອບຂ່າວ

ທ່ານ ຄຳເພົ້າ ບົວຜັນ ເຈົ້າຂອງຮ້ານຄຳເພົ້າສັ່ງໄດ້ ກ່າວວ່າ: ການໄດ້ມາເປັນສະມາຊິກ BNI Laos Professional Chapter ຖືເປັນໂອກາດດີທີ່ໄດ້ຮຽນຮູ້ ແລະ ແບ່ງປັນປະສົບການຈາກນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ເພື່ອນຳເອົາບົດຮຽນມາປັບປຸງ ແລະ ຕໍ່ຍອດທຸລະກິດໄດ້.

ທ່ານ ພອນສະໄໝ ພິມມະວົງ ເຈົ້າຂອງຮ້ານອາຫານເຣໂທ ( Retro ) ກ່າວວ່າ: ການມາເຂົ້າຮ່ວມງານນີ້ຖືເປັນຄັ້ງທຳອິດເພື່ອເປີດໂລກກວ້າງດ້ານທຸລະກິດ, ຮູ້ຈັກກັບນັກທຸລະກິດໃໝ່ໆຈາກຫຼາກຫຼາຍຂະແໜງການ ເຮັດໃຫ້ເຫັນເຖິງໂອກາດທີ່ຈະຕໍ່ຍອດທຸລະກິດ. ນອກນັ້ນ, ຍັງເປັນໂອກາດດີທີ່ໄດ້ແນະນຳທຸລະກິດຂອງເຮົາ ພ້ອມດຽວກັນກໍໄດ້ລູກຄ້າໃໝ່ເພີ່ມຂຶ້ນ.

ພາບປະກອບຂ່າວ