ເປີດນໍາໃຊ້ ບ 53 ແລະ Smart VAT2 ລະບົບທັນສະໄໝທີ່ດ່ານພາສີສາກົນຂົວມິດຕະພາບ I

470

ກົມພາສີ ກະຊວງການເງິນ ໄດ້ເປີດນຳໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ແລະ ພະຫະນະຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຣນິກ ( ບ 53 ) ແລະ ລະບົບການຈັດເກັບຄ່າທໍານຽມສໍາລັບພາຫະນະ ແລະ ຜູ້ໂດຍສານເຂົ້າ – ອອກຜ່ານດ່ານແບບເອເລັກໂຕຣນິກ ( Smart VAT2 ) ທີ່ດ່ານພາສີສາກົນຂົວມິດຕະພາບ I ນະຄອນຫຼວງວຽງຈັນ.

ພິທີເປີດນຳໃຊ້ລະບົບດັ່ງກ່າວ ຈັດຂຶ້ນໃນວັນທີ 17 ມັງກອນ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ; ມີ ທ່ານ ອາດສະພັງທອງ ສີພັນດອນ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນກະຊວງອຸດສາຫະກຳ ແລະ ການຄ້າ; ທ່ານ ຄຳມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ. ມີຮັກສາການຫົວໜ້າກົມພາສີ, ຫົວໜ້າດ່ານພາສີສາກົນຂົວມິດຕະພາບ I; ທຄຕລ, ຄະນະດ່ານ, ຄະນະພະແນກ, ຜູ້ອໍານວຍການ ບໍລິສັດ ຄໍາປະເສີດ ຄອມພິວເຕີ ຈໍາກັດ ຜູ້ພັດທະນາລະບົບ ( ບ 53 ) ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນປະເສີດ ສີກຸນລະບຸດ ຮັກສາການຫົວໜ້າກົມພາສີ ກະຊວງການເງິນ ລາຍງານໃຫ້ຮູ້ວ່າ: ລະບົບ ( ບ 53 ) ແລະ Smart VAT2 ເປັນບາດກ້າວທໍາອິດຂອງຂະແໜງພາສີ ໃນການນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນວຽກງານການຈັດເກັບຄ່າທໍານຽມ ແລະ ການຄຸ້ມຄອງພາຫະນະແບບເອເລັກໂຕຣນິກ ທີ່ຈະນໍາໃຊ້ຢູ່ບັນດາດ່ານຊາຍແດນສາກົນໃນຂອບເຂດທົ່ວປະເທດ.

ເນື່ອງຈາກວ່າຂະແໜງພາສີເປັນຖານລາຍຮັບ ທີ່ຮັບປະກັນໃຫ້ແກ່ງົບປະມານແຫ່ງລັດ ເຊິ່ງໃນປີ 2018 ທີ່ຜ່ານມາ ລາຍຮັບພາສີກວມເອົາຫຼາຍກວ່າ 30% ຂອງລາຍຮັບພາຍໃນ ຫຼື ປະມານ 4,35% ຂອງ GDP. ໃນນັ້ນ, ອາກອນຊົມໃຊ້ຂາເຂົ້າກວມປະມານ 45%, ອາກອນມູນຄ່າເພີ່ມຂອດຂາເຂົ້າກວມປະມານ 31%, ພາສີຂາເຂົ້າກວມປະມານ 16% ແລະ ອື່ນໆກວມປະມານ 8% ຂອງລາຍຮັບພາສີທັງໝົດ.

ຜ່ານມາກະຊວງການເງິນ ໄດ້ສ້າງເງື່ອນໄຂໃນການຫັນວຽກງານພາສີເປັນທັນສະໄໝເທື່ອລະກ້າວ ໂດຍສະເພາະການນໍາໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການແຈ້ງພາສີ ( ອາຊີກູດາ ), ການພັດທະນາລະບົບການຊໍາລະພາສີອາກອນແບບເອເລັກໂຕຣນິກ ( Smart TAX ), ການນໍາໃຊ້ເຄື່ອງກວດກາດ້ວຍລະບົບສາຍແສງ ( ສະແກນເນີ ) ແລະ ໃນປັດຈຸບັນກໍກໍາລັງສຸມໃສ່ການພັດທະນານໍາໃຊ້ລະບົບການແຈ້ງພາສີປະຕູດຽວ ເຊິ່ງໄດ້ທົດລອງນໍາໃຊ້ຢູ່ດ່ານຂົວມິດຕະພາບ I ( ສາງທ່ານາແລ້ງ ).

ວຽກງານການຄຸ້ມຄອງພາຫະນະເຂົ້າມາທ່ອງທ່ຽວຢ້ຽມຢາມໃນໄລຍະຜ່ານມາ ກົມພາສີໄດ້ນໍາໃຊ້ລະບົບ ບ 53 ແບບເຈ້ຍຕໍ່ເນື່ອງ ເຫັນວ່າລະບົບຍັງບໍ່ທັນສາມາດຕອບສະໜອງໄດ້ກັບຄວາມຕ້ອງການ ໂດຍສະເພາະຂໍ້ມູນພາຫະນະນໍາເຂົ້າແມ່ນບໍ່ສາມາດເຊື່ອມໂຍງກັບບັນດາດ່ານຊາຍແດນ, ລະບົບຖານຂໍ້ມູນຍັງບໍ່ລວມສູນ ເຮັດໃຫ້ການຕິດຕາມຄຸ້ມຄອງພາຫະນະທີ່ເຂົ້າມາທ່ອງທ່ຽວຢ້ຽມຢາມ, ລົດບັນທຸກສິນຄ້າຍັງບໍ່ມີປະສິດທິພາບ. ສະນັ້ນ, ເພື່ອແກ້ໄຂບັນຫາດັ່ງກ່າວກະຊວງການເງິນ ຈຶ່ງໄດ້ອະນຸມັດໂຄງການຄຸ້ມຄອງພາຫະນະແບບເອເລັກໂຕຣນິກ ໂດຍໄດ້ມອບໃຫ້ກົມພາສີ, ສະຖາບັນຂໍ້ມູນ – ຂ່າວສານ ກະຊວງການເງິນ ສົມທົບກັບ ບໍລິສັດ ຄໍາປະເສີດ ຄອມພິວເຕີ ຈໍາກັດ ດໍາເນີນການພັດທະນາລະບົບການຄຸ້ມຄອງພາຫະນະແບບເອເລັກໂຕຣນິກເປັນລະບົບທີ່ທັນສະໄໝ ເຊິ່ງມີຄຸນລັກສະນະໃຫ້ຜູ້ຂັບຂີ່ພາຫະນະສາມາດແຈ້ງຂໍ້ມູນພາຫະນະ ແລະ ຂໍ້ມູນສ່ວນຕົວດ້ວຍຕົນເອງ, ເປັນລະບົບ Web – based ທີ່ມີຖານຂໍ້ມູນແບບລວມສູນ ແລະ ມີຫຼາຍຊ່ອງທາງໃຫ້ຜູ້ຂັບຂີ່ສາມາດແຈ້ງຂໍ້ມູນໄດ້ ໂດຍຜ່ານໂທລະສັບມືຖື ( Smart Phone ), ອຸປະກອນຕູ້ ບ 53 ທີ່ຕິດຕັ້ງຢູ່ດ່ານ.

ນອກຈາກນີ້, ກົມພາສີ ຍັງປັບປຸງລະບຽບການໂດຍຫັນປ່ຽນເອກະສານຄຸ້ມຄອງພາຫະນະລົດນໍາເຂົ້າໃນເມື່ອກ່ອນນໍາໃຊ້ເປັນໃບແຈ້ງ ບ 53, ປັດຈຸບັນຫັນມາໃຊ້ເປັນສະຕິກເກີ ບ 53 ເຊິ່ງອອກຈາກລະບົບ. ສະຕິກເກີດັ່ງກ່າວມີຂະໜາດ 10 cm x 10 cm, ມີ QR Code ທີ່ບັນຈຸຂໍ້ມູນພາຫະນະ, ໄລຍະເວລາການອະນຸຍາດນໍາໃຊ້ຢູ່ ສປປ ລາວ, ດ່ານພາສີຊາຍແດນຂາເຂົ້າ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ. ພ້ອມນັ້ນ, ຍັງນໍາໃຊ້ເພື່ອເປີດໄມ້ກັ້ນເພື່ອແຈ້ງຜ່ານແດນ.

ຜ່ານການຈັດຕັ້ງປະຕິບັດຕົວຈິງ 2 ລະບົບ ຂອດບໍລິການມີຄວາມສະດວກວ່ອງໄວ, ສາມາດຫຼຸດຜ່ອນດ້ານເວລາໃນການບໍລິການ, ສ້າງ ຄວາມໂປ່ງໃສ ແລະ ສາມາດກວດສອບໄດ້ຖ້າທຽບໃສ່ໃນໄລຍະຜ່ານມາ ຄື: ນັບແຕ່ວັນທີ 19 ທັນວາ 2018 ຫາ 14 ມັງກອນ 2020 ພາຫະນະທີ່ໄດ້ລົງທະບຽນນໍາໃຊ້ລະບົບດັ່ງກ່າວຈໍານວນ 45.962 ຄັນ, ປຶ້ມຜ່ານແດນຄົນລາວທີ່ລົງທະບຽນແລ້ວ ຈໍານວນ 103.772 ຄົນ. ໃນນີ້, ຄ່າທໍານຽມພາຫະນະເຂົ້າ – ອອກທີ່ສາມາດເກັບໄດ້ຈໍານວນ 18,72 ຕື້ກວ່າກີບ, ຄ່າທໍານຽມຜູ້ໂດຍສານເຂົ້າ – ອອກຜ່ານດ່ານສາມາດຈັດເກັບໄດ້ 6,90 ຕື້ກວ່າກີບ ຖ້າສົມທຽບຄ່າທໍານຽມຜູ້ໂດຍສານໃນປີ 2019 ກັບປີ 2018 ແມ່ນເພີ່ມຂຶ້ນປະມານ 201%. ນອກຈາກນີ້, ການນໍາໃຊ້ບຸກຄະລາກອນເຂົ້າໃນວຽກງານດັ່ງກ່າວຫຼຸດລົງປະມານ 25%.

ອີງຕາມຕົວເລກລາຍງານເບື້ອງຕົ້ນຢູ່ດ່ານພາສີສາກົນຂົວມິດຕະພາບ I ມີຈໍານວນຜູ້ໂດຍສານທີ່ເດີນທາງເຂົ້າ – ອອກປະເທດໃນແຕ່ລະວັນ, ສະເລ່ຍຜູ້ໂດຍສານທີ່ເດີນທາງຂາເຂົ້າມີປະມານ 700 ກວ່າຄົນຕໍ່ວັນ, ພາຫະນະ ( ປະເພດລົດບັນທຸກ ) ປະມານ 500 ຄັນຕໍ່ວັນ, ສ່ວນການເດີນທາງຂາອອກຂອງຜູ້ໂດຍສານ 1.800 ຄົນຕໍ່ວັນ, ພາຫະນະ ( ປະເພດລົດເບົາ ) ປະມານ 782 ຄັນຕໍ່ວັນ, ຖ້າເປັນວັນພັກລັດຖະການ ຫຼື ມື້ທີ່ມີເທດສະການຕ່າງໆປະລິມານຜູ້ໂດຍສານ ແລະ ລົດສ່ວນຕົວແມ່ນເພີ່ມຂຶ້ນຫຼາຍເທົ່າຕົວ.