ກຽມລົງມື້ກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ V ຫຼັງລັດຖະບານ ບັນລຸການກູ້ຢືມເງິນຈາກນີດາ 1.380 ລ້ານບາດ

242

ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ໄດ້ລົງນາມເຊັນສັນຍາເງິນກູ້ຢືມເງິນຈາກອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ນີດາ ຫລື NEDA) ແຫ່ງລາຊະອານາຈັກໄທ, ສຳລັບໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ແຂວງບໍລິຄໍາໄຊ-ບຶງການ)ໃນມູນຄ່າ 1.380ລ້ານບາດ  ເມື່ອວັນທີ 17 ມັງກອນ 2020 ທີ່ນະຄອນຫຼວງວຽງຈັນ.

ຕາງໜ້າລັດຖະບານແຫ່ງສປປ ລາວໂດຍແມ່ນທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນກັບທ່ານ ພິຣະເມດ ວຸດທິທອນເນຕິຣັກ ປະທານອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງລາຊະອານາຈັກໄທ, ມີຄະນະນໍາຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ເອກອັກຄະລາຊະທູດໄທ ປະຈຳ ສປປລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ແຂວງບໍລິຄໍາໄຊ-ບຶງການ) ແມ່ນແຜນຍຸດທະສາດລະດັບຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ຂອງ ສປປ ລາວ ພາຍໃຕ້ເປົ້າໝາຍເປີດກວ້າງການຮ່ວມມື ແລະ ເຊື່ອມຈອດກັັບພາກພື້ນ ແລະ ສາກົນ, ເນື່ອງຈາກຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແມ່ນຕັ້ງຢູ່ຈຸດທີ່ຕັ້ງຍຸດທະສາດທີ່ເຊື່ອມຈອດຕາມແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກທີ່ຜ່ານສປປ ລາວ ຕາມແລວປາກເຊ, ຜ່ານທາງຫຼວງແຫ່ງຊາດເລກທີ 8, ເຂົ້າສູ່ຫວຽດນາມໂດຍຜ່ານດ່ານນໍ້າພາວ-ເກົາແຈວ.

ນອກຈາກນັ້ນ, ໃນໄລຍະຜ່ານມາລັດຖະບານ ແລະ ປະຊາຊົນໄທໄດ້ໃຫ້ການສະໜັບສະໜູນທຶນຮອນໃຫ້ແກ່ການພັດທະນາບັນດາໂຄງການກໍ່ສ້າງໂຄງລ່າງພື້ນຖານເຊື່ອມຈອດທີ່ສຳຄັນຕ່າງໆຢູ່ສປປ ລາວໂດຍສະເພາະການສ້າງເສັ້ນທາງ ແລະ ຂົວຂ້າມແມ່ນໍ້າຂອງຕາມແລວເສດຖະກິດ. ທັງນີ້, ກໍ່ເພື່ອເປັນການຊ່ວຍສ້າງເງື່ອນໄຂສຳຄັນໃນການເພິ່ມທະວີການອຳນວຍຄວາມສະດວກດ້ານຄົມມະນາຄົມ-ຂົນສົ່ງ, ຊຸກຍູ້ດ້ານການຄ້າ, ການລົງທຶນ ແລະ ການ ທ່ອງທ່ຽວຂອງສອງປະເທດໃຫ້ແໜ້ນແຟ້ນຍິງຂຶ້ນ.

ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V ຈະສ້າງເຊື່ອມຕໍ່ກັນລະຫວ່າງເຂດບ້ານກ້ວຍອຸດົມຫາບ້ານຫາງຊີງສະຫວ່າງ ເມືອງປາກຊັນ ແຂວງບໍລິຄຳໄຊ ແລະ ເຂດບ້ານຫ້ວຍເຊືອມ ອຳເພີບຶງການ ປະເທດໄທ ໂມີຄວາມຍາວ 1.300 ກວ່າແມັດ, ມີມູນຄ່າໃນການກໍ່ສ້າງທັງໝົດ 3.900 ລ້ານບາດ (ສະກຸນເງິນໄທ) ຄາດໃຊ້ເວລາການກໍ່ສ້າງ 3 ປີໃຫ້ສຳເລັດ.

ພາບ-ຂໍ້ມູນ: ກະຊວງການເງິນ