ວັດຊຽງທອງ ແລະ ວັດພູຈຳປາສັກ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ

600

lao simply beautiful, ວັດຊຽງທອງ ແລະ ວັດພູຈຳປາສັກ ໄດ້ຮັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ໃນການປະກາດເມື່ອວັນທີ 16 ມັງກອນ 2020ຜ່ານມາທີ່ປະເທດບຣູໄນ.

ເນື່ອງໃນໂອກາດງານມະຫາກໍາການທ່ອງທ່ຽວອາຊຽນປະຈຳປີ 2020 ທີ່ຈັດຂຶ້ນໃນລະຫວ່າງວັນທີ 12-16/01/2020 ຢູ່ທີ່ປະເທດບຣູໄນ. ພິເສດໃນງານມະຫາກໍາການທ່ອງທ່ຽວອາຊຽນຄັ້ງນີ້ໄດ້ມີການຈັດງານມອບລາງວັນມາດຕະຖານການທ່ອງທ່ຽວອາຊຽນຂຶ້ນໃນວັນທີ 16/01/2020 ລວມມີ 4 ປະເພດລາງວັນຄື:

ມາດຕະຖານໂຮງແຮມຂຽວອາຊຽນປະເທດລະ 5 ລາງວັນ, ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) ປະເທດລະ5 ລາງວັນ,  ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນປະເທດລະ3 ລາງວັນ,ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນປະເທດລະ2 ລາງວັນ.

ສຳລັບລາງວັນການທ່ອງທ່ຽວແບບຍືນຍົງອາຊຽນປະເທດລະ2 ລາງວັນ (ມີຜະລິດຕະພັນທ່ອງທ່ຽວເຂດຕົວເມືອງ 01 ລາງວັນແລະຜະລິດຕະພັນທ່ອງທ່ຽວເຂດຊົນນະບົດ 01 ລາງວັນ) ເຊິ່ງສະຖານທີ່ທີ່ໄດ້ຮັບລາງວັນຂອງ ສປປ ລາວປະມີ :ສະຖານທີ່ທ່ອງທ່ຽວວັດຊຽງທອງ, ແຂວງຫລວງພະບາງ (ຜະລິດຕະພັນການທ່ອງທ່ຽວໃນຕົວເມືອງ) ແລະ  ສະຖານທີ່ທ່ອງທ່ຽວວັດພູຈໍາປາສັກ, ແຂວງຈໍາປາສັກ (ຜະລິດຕະພັນການທ່ອງທ່ຽວໃນຊົນນະບົດ).

ສຳລັບລາງວັນມາດຕະຖານໂຮງແຮມຂຽວອາຊຽນປະເທດລະ 5 ລາງວັນ ເຊິ່ງໃນນັ້ນ ສປປ ລາວ ເຮົາມີ : ໂຮງແຮມພູແມນ ແຂວງຫລວງພະບາງ,  ໂຮງແຮມອິນທິຣາ ວັງວຽງແຂວງວຽງຈັນ, ຣີສອດນໍ້າກັດຢໍລະປ່າ ແຂວງອຸດົມໄຊ, ຣີສອດພູວິລລ່າ ແຂວງຫລວງນໍ້າທາ ແລະ  ໂຮງແຮມປາກຊ່ອງແດນງາມ ແຂວງຈໍາປາສັກ

ສ່ວນລາງວັນ ມາດຕະຖານສະຖານທີ່ຈັດງານອາຊຽນ (ຫ້ອງປະຊຸມ) ປະເທດລະ5 ລາງວັນ ເຊິ່ງໃນນັ້ນ ສປປ ລາວ ເຮົາມີ :

ຫ້ອງປະຊຸມຂອງໂຮງແຮມພູແມນ ແຂວງຫລວງພະບາງ,ຫ້ອງປະຊຸມຂອງໂຮງແຮມຄຣາວພລາຊ່າ ນະຄອນຫລວງວຽງຈັນ, ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ,  ຫ້ອງປະຊຸມຂອງໂຮງແຮມຈໍາປາສັກແກຣນ ແຂວງຈໍາປາສັກ ແລະ ຫໍວັດທະນະທໍາແຂວງສະຫວັນນະເຂດ.

ຂະນະທີ່ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ປະເທດລະ3 ລາງວັນ ເຊິ່ງໃນນັ້ນ ສປປ ລາວ ເຮົາມີ ພຽງເມືອງທ່ອງທ່ຽວນະຄອນຫລວງວຽງຈັນ.