ນອນບໍ່ຫຼັບ ປະຕິບັດ 9 ຂໍ້ນີ້

182

ການພັກຜ່ອນເປັນສິ່ງສໍາຄັນ ປັດຈຸບັນຄົນເຮັດວຽກ ຫຼື ແມ່ນແຕ່ເດັກນ້ອຍ, ໄວໜຸ່ມເອງສ່ວນຫຼາຍແມ່ນນອນເດິກ ນັ້ນກໍອາດຍ້ອນຫຼາຍໆປັດໃຈ ຈົນລຶ້ງ ແລະ ຕິດເປັນນິໄສ ແຕ່ສໍາລັບບາງຄົນກໍອາດເປັນຍ້ອນວ່າຕັ້ງນອນບໍ່ຫຼັບ ຕາມແພດໝໍບອກໄວ້ ການທີ່ເຮົານອນເດິກມີຄວາມສ່ຽງອົນສົ່ງຜົນຮ້າບຕໍ່ຮ່າງກາຍ ແລະ ສະໝອງເຮົາ ດັ່ງນັ້ນມື້ນີ້ແອັດມິນເລີຍມີ 9 ຂໍ້ໃຫ້ປະຕິບັດເພື່ອໃຫ້ທ່ານນອນຫຼັບໄດ້ງ່າຍຂຶ້ນດັ່ງນີ້:

1 ຄວນຝຶກຕົນເອງໃຫ້ເຂົ້ານອນ-ຕື່ນນອນກົງເວລາເປັນປະຈໍາທັງມື້ເຮັດວຽກ ແລະ ມື້ພັກວຽກ.

2 ບໍ່ຄວນນອນເວັນ ຫຼື ຖ້າຈະນອນກໍບໍ່ຄວນໃຫ້ກາຍ 30 ນາທີ ໂດຍບໍ່ໃຫ້ກາຍ 15:00.

3 ຫຼີກລ້ຽງອາຫານ ເຄື່ອງດື່ມທີ່ມີສ່ວນຜະສົມຂອງກາເຟອິນຢ່າງນ້ອຍ 6 ຊົ່ວໂມງກ່ອນນອນ.

4 ຫຼີກລ້ຽງເຄື່ອງດື່ມແອວກໍຮໍ, ຢາສູບ, ອາຫານໜັກໆ, ອາຫານລົດຈັດ ຫຼື ຫວານ ຢ່າງນ້ອຍ 4 ຊົ່ວໂມງກ່ອນນອນ.

5 ຄວນອອກກໍາລັງກາຍຢ່າງສະໝໍ່າສະເໝີ ແຕ່ຫຼີກລ້ຽງການອອກກໍາລັງກາຍຢ່າງນ້ອຍ 2 ຊົ່ວໂມງກ່ອນນອນ.

6 ຕຽງນອນຄວນເປັນຕຽງທີ່ນອນແລ້ວສະບາຍ ມີອຸນຫະພູມທີ່ເໝາະສົມ ລະບາຍອາກາດດີ ບໍ່ມີແສງລອດເຂົ້າມາ ບໍ່ຄວນມີສຽງດັງ.

7 ຄວນຜ່ອນຄາຍ ຫຼຸດຄວາມວິຕົກກັງວົນ ບໍ່ຄວນເບິ່ງລະຄອນສະຫຍອງຂວັນກ່ອນນອນ.

8 ຄວນໃຊ້ຫ້ອງນອນເພື່ອການນອນ ແລະ ກິດຈະກໍາຂອງຄູ່ຮັກເທົ່ານັ້ນ ຢ່າໃຊ້ເປັນບ່ອນເຮັດວຽກ ຫຼື ຫຼິ້ນໂທລະສັບ, ເບິ່ງໂທລະພາບ.

9 ຫຼາກນອນບໍ່ຫຼັບພາຍໃນ 30 ນາທີ ຄວນລຸກເຮັດກິດຈະກໍາເບົາໆ ເຊັ່ນ: ອ່ານໜັງສື ຟັງເພງຄ່ອຍໆ ແລ້ວກັບມານອນໃໝ່ອີກຕອນທີ່ງ້ວງນອນ.

ລອງປະຕິບັດແບບນີ້ຕິດຕໍ່ກັນເປັນເວລາ 4 ອາທິດ ຮັບຮອງວ່າ ການນອນຂອງທ່ານຈະດີຂຶ້ນ ຄືນອນຫຼັບງ່າຍ, ແຖມຍັງມີໃບໜ້າສົດຊື່ນ ສຸຂະພາບດີອີກດ້ວຍ.