ເດັ່ນມີໄຊ ປະທະ ຊີງຊະນະຊົນ ມວຍຄູ່ເອກ ລາຍການ ເສີກນະຄອນຫຼວງ-ກໍກຽດແດນຈຳປາ ເສົານີ້

78

ການແຂ່ງຂັນກິລາມວຍ ລາຍການ ເສີກນະຄອນຫຼວງ-ກໍກຽດແດນຈຳປາ ເພື່ອສົ່ງເສີມນັກຊົກຮຸ່ນສືບທອດກ້າວສູ່ເງິນລ້ານ ແລະ ກາຍເປັນນັກມວຍອາຊີບ ໃນອະນາຄົດ ຈະຈັດຂຶ້ນໃນວັນເສົາທີ 18 ມັງກອນ 2020 ທີ່ເວທີມວຍສະຫະພັນມວຍລາວ ນະຄອນຫຼວງວຽງຈັນ (ບ້ານບຶງຂະຫຍອງ ເມືອງສີສັດຕະນາກ) ມີນັກມວຍຂຶ້ນຊົກກັນເປັນປົກກະຕິເຖິງ 6 ຄູ່ ແລະ ມວຍຄູ່ເອກ ເປັນການປະທະກັນ ລະຫວ່າງ ເດັ່ນມີໄຊ ສິດນ້ອງໂອ ເຊິ່ງເປັນລູກສິດຂອງ ສຸກັນ ໄຕປັນຍາວົງ ເຈົ້າຂອງຫຼຽນຄຳ ມວຍຄິກບ໊ອກຊິງ ໃນຊີເກມ ຄັ້ງທີ 30 ທີ່ປະເທດຟິລິບປິນ ພົບກັບ ຊີງຊະນະຊົນ ຂວັນໃຈສີໂຄດ ໃນຮຸ່ນນໍ້າໜັກ 53 ກິໂລກຣາມ.

ການແຂ່ງຂັນລາຍການດັ່ງກ່າວ ເລີ່ມດຳເນີນເວລາ 20:00 ໂມງຈະມີການຊົກກັນ 6 ຄູ່ຄື:

-ຄູ່ທີ 1 ເປັນການພົບກັນລະຫວ່າງ ເພັດສາຍຝົນ ສໍຈະເລີນສິງ ພົບກັບ ເພັດແດນເໜືອ ຫຼວງພະບາງ ໃນຮຸ່ນນໍ້າໜັກ 53 ກິໂລກຣາມ

-ຄູ່ທີ 2 ເພັດເມືອງເໜືອ ຂວັນໃຈສີໂຄດ ພົບກັບ ດາວແດງ ສິດຈານເພັງ ຮຸ່ນນໍ້າໜັກ 65 ກິໂລກຣາມ

-ຄູ່ທີ 3 ມວຍຮອງຄູ່ເອກ ກ້ອງກັນວານ ກະຊວງປ້ອງກັນຄວາມສະຫງົບ ຫຼື ປກສ ພົບກັບ ດາວຫ້າ ສິດຈຸນພົນ ຮຸ່ນນໍ້າໜັກ 53 ກິໂລກຣາມ

-ຄູ່ທີ 4 ມວຍຄູ່ເອກ ເດັ່ນເມືອງເໜືອ ສິດນ້ອງໂອ ພົບກັບ ຊີງຊະນະຊົນ ຂວັນໃຈສີໂຄດ ໃນຮຸ່ນນໍ້າໜັກ 53 ກິໂລກຣາມ

-ຄູ່ທີ 5 (ມວຍຍິງ) ນ້ອງຟິນຄຳ ສະໂມສອນ ຄຳເສັງ ພົບກັບ ນອງນໍ້າເພັດ ຂວັນໃຈສີໂຄດ ຮຸ່ນນໍ້າໜັກ 45,5 ກິໂລກຣາ

-ຄູ່ທີ 6 ຄູ່ສຸດ ເພັດເກົ້າລ້ານ ມຸງຄຸນເພັດ ພົບ ບິກແບັງ ເພັດນະຄອນ ຮຸ່ນນໍ້າໜັກ 46 ກິໂລກຣາມ.

(ຄໍາສອນ)

ຮູບ: ບັນຍາກາດການແຂ່ງຂັນມວຍລາວ ໃນອາທິດທີ່ຜ່ານມາ