ເຝິກແອບສະແດງກຳລັງ “ ຄົມໃນຝັກ ” ເພື່ອສ້າງຂະບວນຂໍ່ານັບຮັບຕ້ອນວັນກອງທັບ

160

ເພື່ອສ້າງຂະບວນຂໍ່ານັບຮັບຕ້ອນ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ, ກະຊວງປ້ອງກັນປະເທດ ໄດ້ຈັດການເຝິກແອບສະແດງກຳລັງ ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບສືບຂ່າວການທະຫານ ວັນທີ 25 ທັນວາ 1954 ຄົບຮອບ 65 ປີ ພາຍໃຕ້ລະຫັດ “ ຄົມໃນຝັກ 01.2020 ” ໃນວັນທີ 17 ມັງກອນນີ້ ຢູ່ວິທະຍາຄານກົມມະດຳ, ມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາການນຳພັກ-ລັດ, ນາຍ ແລະ ພົນທະຫານມາຈາກກົມກອງຕ່າງໆພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.

ໃນພິທີ ພັນໂທ ສີເພັງ ສຸລະເດດ ຫົວໜ້າຫ້ອງເສນາທິການ 213 ຫົວໜ້າບັນຊາພາກສະໜາມເຫຼົ່າຮົບສືບຂ່າວ 213 ໃຫ້ຮູ້ວ່າ: ການຈັດຕັ້ງພິທີຄັ້ງນີ້ ເພື່ອຮັບປະກັນໃຫ້ກຳລັງກົມກອງເຫຼົ່າຮົບສືບຂ່າວ ໄດ້ຮັບການອົບຮົມຫັດແອບຢ່າງເປັນປົກກະຕິຕໍ່ເນື່ອງ ປະຕິບັດລະບຽບພາກສະໜາມ, ຊຳນິຊຳນານທາງດ້ານສິນລະປະຍຸດ ຍຸດທະວິທີສືບຂ່າວ, ເຕັກນິກການນຳໃຊ້ອາວຸດ-ລູກປືນ ອຸປະກອນສືບຂ່າວ ແລະ ອື່ນໆ.

ທ່ານກ່າວຕື່ມວ່າ: ໃນໄລຍະຫຼາຍປີຜ່ານມາ ກຳລັງກົມກອງເຫຼົ່າຮົບສືບຂ່າວ ກອງທັບປະຊາຊົນລາວ ໄດ້ຈັດຕັ້ງອົບຮົມ-ຫັດແອບກຳລັງເປັນປົກກະຕິຕໍ່ເນື່ອງ ຕາມຄຳສັ່ງຫັດແອບປະຈຳປີ ຂອງກົມອົບຮົມກົມໃຫຍ່ ເສນາທິການກອງທັບ ໂດຍສຸມໃສ່ອົບຮົມ-ຫັດແອບການທະຫານ, ການບັນຊາສູ້ຮົບ, ສິນລະປະຍຸດ, ຍຸດທະວິທີສືບຂ່າວເປັນຫຼັກ ແລະ ເຕັກນິກວິຊາສະເພາະອື່ນໆ.

ສຳລັບລາຍການຕ່າງໆທີ່ນຳມາສະແດງໃນງານຄັ້ງນີ້ ປະກອບມີ: ການສະແດງສິນລະປະວັນນະຄະດີຂອງໜ່ວຍສິນລະປະສືບຂ່າວການທະຫານ, ການສະແດງມວຍສູ້ຮົບການທະຫານ ໜ່ວຍສືບຂ່າວມືເປົ່າ ແລະ ປະກອບອາວຸດ, ການສືບຂ່າວຂ້າມສິ່ງກີດຂວາງ, ການໂດດຈ້ອງ, ເຝິກແອບກຳລັງພາຍໃນ, ການບຸກຊ່ວຍເຫຼືອຕົວປະກັນຢູ່ຕາມສະຖານທີ່ຕ່າງໆ, ການທຳລາຍຖານທີ່ໝັ້ນຂອງສັດຕູດ້ວຍການຍິງປືນແທ້ ແລະ ການສະແດງເຮືອບິນຮົບຍັກ 130. ເຊິ່ງລາຍການສະແດງຕ່າງໆສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງ ເຫຼົ່າຮົບສືບຂ່າວການທະຫານ ກໍ່ຄືຄວາມເຂັ້ມແຂງຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 71 ປີ ພາຍໃຕ້ການຊີ້ນຳ ນຳພາອັນປີຊາສາມາດ ແລະ ສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ.

ຕອນທ້າຍຂອງພິທີ ທ່ານ ທອງລຸນ ສີສຸລິດ  ນາຍົກລັດຖະມົນຕີ ໄດ້ໂອ້ລົມ ແລະເນັ້ນໜັກ ໃຫ້ນາຍແລະພົນທະຫານເຫຼົ່າຮົບສືບຂ່າວ ກໍ່ຄືນາຍ ແລະພົນທະຫານທົ່ວກຳລັງປ້ອງກັນຊາດຈົ່ງສືບຕໍ່ເຮັດໜ້າທີ່ວຽກງານຂອງຕົນຢ່າງຕັ້ງໜ້າ ແລະ ປະຕິບັດລະບຽບວິໃນຢ່າງເຂັ້ມງວດເພື່ອເຮັດໃຫ້ກອງທັບປະຊາຊົນລາວກາຍເປັນກອງທັບທີ່ໜັກແໜ້ນເຂັ້ມແຂງ ທາງດ້ານປະລິມານ ແລະຄຸນນະພາບ, ກາຍເປັນກຳລັງແຮງສັງລວມຂອງພັກ-ລັດ ແລະປະຊາຊົນ ເຮັດໃຫ້ສະຖຽນລະພາບທາງດ້ານການເມືອງມີຄວາມໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ສີວິໄລ ແລະ ຍຸດຕິທຳປະກອບສ່ວນເຂົ້າໃນ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.

ທີ່ມາ: Lao National Radio