ຊາວກະສິກອນດີໃຈ! ກຽມສົ່ງອອກໜໍ່ໄມ້ຝຣັ່ງໄປ ສ.ເກົາຫຼີ

179

ບໍລິສັດ Farm and farm sole co.,Ltd ລົງນາມເຊັນສັນຍາສົ່ງໜໍ່ໄມ້ຝຣັ່ງອອກ ໃຫ້ແກ່ ບໍລິສັດ JSB international CO.,Ltd ສ.ເກົາຫຼີ ໂດຍບໍ່ຈໍາກັດຈໍານວນ ແຕ່ງຕັ້ງເປົ້າສົ່ງອອກໃຫ້ໄດ້ 300 ກິໂລຕໍ່ອາທິດ ຫຼື ປະມານ 1 ໂຕນຕໍ່ເດືອນ.

ພິທີລົງນາມດັ່ງກ່າວຈັດຂຶ້ນໃນວັນທີ 17 ມັງກອນ 2020 ໂດຍການເຂົ້າຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີຜູ້ຕາງໜ້າລົງນາມຂອງບໍລິສັດ Farm and farm sole co.,Ltd ທ່ານ ຢຸນ, ຕາງໜ້າລົງນາມຂອງບໍລິສັດ JSB international CO.,Ltd ທ່ານ ພັກ ຊິງ ກິວ ພ້ອມດ້ວຍພາກສ່ວນກ່ຽວ ແລະ ຊາວສວນຜູ້ປູກເຂົ້າຮ່ວມ.

ການເຊັນສັນຍາສົ່ງອອກໜໍ່ໄມ້ຝຣັ່ງໃນຄັ້ງນີ້ ເປັນການເຊັນສັນຍາໃນໄລຍະເວລາ 1 ປີ ແຕ່ສາມາດຕໍ່ສັນຍາໄດ້ປີຕໍ່ປີ, ທັງນີ້ເນື້ອທີ່ປູກໃນປັດຈຸບັນມີປະມານ 5 ເຮັກຕາ ໂດຍກຽມພ້ອມສະໜອງໜໍ່ໄມ້ຝຣັ່ງຈໍານວນ 300 ກິໂລ ຕໍ່ອາທິດ ຫຼື ປະມານ 1 ໂຕນຕໍ່ເດືອນ.

ທ່ານ ສົມຈິດ ອິນທະມິດ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດຈາກ ສ ເກົາຫຼີ ທີ່ເຮັດໃຫ້ຊາວກະສິກອນຜູ້ປູກໜໍ່ໄມ້ຝຣັ່ງມີຕະຫຼາດຮອງຮັບ ເຮັດໃຫ້ເຂົາເຈົ້າມີກຳລັງໃຈໃນການຜະລິດເປັນສິນຄ້າ ແລະ ຍັງເປັນການສ້າງວຽກເຮັດງານທຳໃຫ້ກັບປະຊາຊົນນໍາອີກ.