ເຫຼົ່າຮົບສືບຂ່າວ ສະແດງກໍາລັງ ສະຫຼອງວັນສ້າງຕັ້ງກອງທັບລາວ ຄົບຮອບ71 ປີ

199

ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ທັງເປັນການສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າຮົບສືບຂ່າວ ຂອງກອງທັບປະຊາຊົນລາວຄົບຮອບ 65 ປີ  ໄດ້ມີຂຶ້ນວັນທີ 17 ມັງກອນ 2020 ທີ່ວິທະຍາຄານກົມມະດໍາ ກະຊວງປ້ອງກັນປະເທດ ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງລັດຖະມົນຕີ ການນໍາພັກ-ລັດ ນາຍ ແລະ ພົນທະຫານເຂົ້າຮ່ວມ.

ທ່ານ ພັນໂທ ສີເພັງ ສຸລະເດດ ຫົວໜ້າຫ້ອງການເສນາທິການ ກົມ 213 ຜູ້ບັນຊາພາກສະໜາມໄດ້ລາຍງານແຜນການຊ້ອມຮົບຍິງລູກປືນແທ້ພາຍໃຕ້ລະຫັດຄົມໃນຟັກ-01 2020 ວ່າ: ຈຸດປະສົງໃນການຫັດແອບຊ້ອມຮົບນີ້ ກໍ່ເພື່ອຮັບປະກັນໃຫ້ກໍາລັງ ກົມກອງເຫຼົ່າຮົບສືບຂ່າວ ໄດ້ຮັບການອົບຮົມຫັດແອບຢ່າງຕໍ່ເນື່ອງ ປະຕິບັດລະບຽບພາກສະໜາມ ຊໍານິຊໍານານທາງດ້ານສີລະປະຍຸດ, ຍຸດທະວິທີສືບຂ່າວ ເຕັກນິກການນໍາໃຊ້ອາວຸດ-ກະສູນ, ອຸປະກອນປະກອບສະເພາະສືບຂ່າວ ແລະ ຮູບແບບການປະຕິບັດໜ້າທີ່ສູ້ຮົບປະສານກັບເຫຼົ່າທະຫານອາກາດ ກຽມພ້ອມປະຕິບັດໜ້າທີ່ແກ້ໄຂສະພາບການຕ່າງໆ ຕາມຄໍາສັ່ງຂອງຂັ້ນເທິງໃນສະເພາະໜ້າ ແລະ ຍາວນານ.

ທ່ານກ່າວຕື່ມວ່າ: ໃນຫຼາຍປີທີ່ຜ່ານມາກໍາລັງ ກົມກອງເຫຼົ່າຮົບສືບຂ່າວກອງທັບປະຊາຊົນລາວໄດ້ຈັດຕັ້ງອົບຮົມ-ຫັດແອບຕາມຄໍາສັ່ງອົບຮົມຫັດແອບປະຈໍາປີຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບຢ່າງຕໍ່ເນື່ອງ ໂດຍສຸມໃສ່ອົບຮົມ-ຫັດແອບການທະຫານ ການບັນຊາ ໃນນີ້ໄດ້ສຸມໃສ່ອົບຮົມ-ຫັດແອບສີລະປະຍຸດ ຍຸດທະວິທີສືບຂ່າວເປັນຈຸດໜັກ ເພື່ອໃຫ້ເຫັນເຖິງການເຕີບໃຫຍ່ຢ່າງເຂັ້ມແຂງ ແລະ ຍິ່ງໃຫຍ່ຂອງເຫຼົ່າຮົບສືບຂ່າວ ເຊິ່ງການຈັດຕັ້ງຊ້ອມຮົບຍິງລູກປືນແທ້ໃນຄັ້ງນີ້ໄດ້ສັງລວມເອົາ 9 ເນື້ອໃນມາສະແດງ.

ທີ່ມາ: Vientiane Mai