ດ່ານສາກົນບໍ່ເຕ່ນທຳລາຍສິນຄ້ານໍາເຂົ້າບໍ່ຖືກຕ້ອງ ມູນຄ່າ 5 ລ້ານກວ່າກີບ

114

ວັນທີ 17 ມັງກອນ 2020 ຢູ່ທີ່ເດີ່ນສະໜາມຂີ້ເຫື້ຍອບ້ານນາເຕີຍເມືອງ ແລະ ແຂວງຫຼວງນໍ້າທາ, ໄດ້ຈັດພິທີທຳລາຍສີນຄ້ານໍາເຂົ້າທີ່ບໍ່ຖືກຕ້ອງ ແລະ ໝົດອາຍຸ ເປັນປະເພດເບຍຈີນທີ່ເຈົ້າໜ້າທີ່ ດ່ານສາກົນບໍ່ເຕ່ນຢືດ ແລະ ໄດ້ອາຍັດໄວ້, ສິນຄ້າດັ່ງກ່າວແມ່ນໄດ້ນຳເຂົ້າມາຈາກປະເທດຈີນ, ເປັນປະເພດເບຍຈີນ, ຈຳນວນ 50 ແພັກ , ມີ 384 ລິດ, ມູນຄ່າ 5,8 ລ້ານກີບ.

ພາຍຫຼັງທີ່ຍຶດສິນຄ້າໄດ້ແລ້ວ ທາງເຈົ້າໜ້າທີ່ກໍ່ໄດ້ອອກແຈ້ງການປະກາດຫາເຈົ້າຂອງສິນຄ້າ ແຕ່ບໍ່ມີໃຜເຂົ້າມາພົວພັນເອົາເປັນເວລາ 3 ປີກ່ວາ, ຈຶ່ງເຮັດໃຫ້ສິນຄ້າດັ່ງກ່າວໝົດອາຍຸ ,ບໍ່ສາມາດບໍລິໂພກໄດ້, ເພື່ອເຮັດໃຫ້ການແກ້ໄຂຄະດີດັ່ງກ່າວສິ້ນສຸດລົງ ແລະ ເຮັດໃຫ້ຖືກຕ້ອງສອດຄ່ອງກັບລະບຽບການທີ່ໄດ້ກໍານົດໄວ້ຈິ່ງໄດ້ຈັດພິທີທໍາລາຍສິນຄ້ານັ້ນຢ່າງເປັນທາງການ.

ທັງນີ້, ກໍ່ເພື່ອເປັນການປະຕິບັດຕາມຂໍ້ຕົກລົງຂອງທ່ານຫົວໜ້າດ່ານສາກົນບໍ່ເຕ່ນສະບັບເລກທີ່ 0083/ດພສ.ບຕ ລົງວັນທີ 16 ມັງກອນ 2020 ວ່າດ້ວຍການ ຈັດພິທິທໍາລາຍ, ສີນຄ້າທີ່ເຈົ້າໜ້າທີ່ພາສີຢຶດໄດ້ ຕາມບົດບັນທຶກເລກທີ 0108/ດສພ.ບຕ ລົງວັນທີ 7 ກັນຍາ 2017, ໂດຍການເຂົ້າຮ່ວມຂອງທ່ານ ດາວ ກາລີຄຳ ຮອງຫົວໜ້າດ່ານສາກົນບໍ່ເຕ່ນ, ມີບັນດາທ່ານ ຜູ້ຕ່າງໜ້າຈາກຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ, ກົມອາຫານ ແລະ ຢາປະຈຳດ່ານ, ຂະແໜງສືບສວນສອບສວນ ແລະ ປາບປາມການຄ້າຂາຍເຖື່ອນກອງຄຸ້ມຂອງພາສີ 1 ພ້່ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທີ່ມາ: ຂ່າສານຫຼວງນໍ້າທາ