ຜົນວິໄຈລະບຸ ຜູ້ຍິງມີລູກອາຍຸ 30-39 ລູກຈະສະຫຼາດ

195

ສຳລັບຄົນທີ່ຄິດຢາກມີລູນ້ອຍ ແຕ່ບໍ່ຮູ້ຫຼືບໍ ຖ້າຢາກມີລູກທີ່ສະຫຼາດ ແລະ ພັດທະນາການດີທີ່ສຸດ ຕ້ອງມີອາຍຸຕອນອາຍຸ 30-39 ເຊິ່ງພໍ່ແມ່ມືໃໝ່ຫຼາຍໆຄົນ ກໍ່ຕ້ອງການໃຫ້ລູກອອກມາແຂງແຮງ ແລະ ມີພັດທະນາການດີທຸກຄົນ.

ພໍ່ແມ່ມືໃໝ່ຫຼາຍໆຄົນ ຕັ້ງຄຳຖາມວ່າ ເຮົາຄວນມີລູກນ້ອຍຕອນອາຍຸເທົ່າໃດເຖິງຈະດີ ຊ່ວງອາຍຸເຂົ້າເລກ 2 ຫຼື ກ້າວເຂົ້າເລກ 3 ດີ? ເຊິ່ງຫຼ້າສຸດຜົນງານວິໄຈ ຈາກ London School of Economics ປະເທດອັງກິດລາຍງານວ່າ: ທາລົກທີ່ເກີດຈາກພໍ່ແມ່ໃນລະຫວ່າງ 30-39 ຈະສະຫຼາດ ແລະ ພັດທະນາການດີທີ່ສຸດ ເພາະຜູ້ຍິງໃນໄວອາຍຸນີ້ ຈະມີຄວາມພ້ອມທາງດ້ານຕ່າງໆ ທັງການສຶກສາ,ລາຍໄດ້, ວຸດທິພາວະ ແລະ ສຸຂະພາບທີ່ເໝາະສົມຕໍ່ການຖືພາຫຼາຍທີ່ສຸດ.

ໂດຍຜົນວິໄຈດັ່ງກ່າວ ໄດ້ຖືກເຜີຍແຜ່ລົງໃນ Biodemography and Social Biology ເຊິ່ງໄດ້ລະບຸວ່າ: ອາຍຸຂອງແມ່ມີຜົນຕໍ່ການພັດທະນາຂອງລຸກທີ່ຈະເກີດມາ ຫຼັງການວິເຄາະຂໍ້ມູນຈາກທາລົກຈຳນວນ 18.000 ຄົນ ພົບວ່າ ທາລົກທີ່ເກີດຈາກແມ່ທີ່ມີອາຍຸລະຫວ່າງ 30-39 ປີ ຈະສະຫຼາດກວ່າ ແລະ ມີພັດທະນາການທີ່ດີກວ່າ. ສ່ວນເດັກທີ່ເກີດຈາກແມ່ທີ່ມີອາຍຸ 40 ປີ ນັ້ນ ມີທ່າອ່ຽງທີ່ຈະເກີດໂຣກອ້ວນໄດ້.

ທັງນີ້, ງານວິໄຈຂອງ Thomas Perls ຜູ້ອໍານວຍການ ສໍານັກວິໄຈ New England Centenarian Study (NECS) ປະເທດສະຫະລັດອາເມລິກາອ້າງວ່າ ຫາກຜູ້ຍິງຖືພາຫຼັງອາຍຸ 33 ປີ ຈະມີໂອກາດຍືນຍາວກວ່າຜູ້ຍິງ ເຊິ່ງມີລູກຄົນສຸດທ້າຍກ່ອນອາຍຸ 30 ປີ ໂດຍຄວາມແຕກຕ່າງຂອງຊ່ວງອາຍຸນີ້ ມີໂອກາດເປັນສອງເທົ່າຈະອາຍຸຍືນເກີນກວ່າ 95 ປີ.

ນອກນີ້, ຜົນວິໄຈ ໄດ້ຢໍ້າວ່າ ງານວິໄຈດັ່ງກ່າວນີ້ ບໍ່ໄດ້ມີເຈດຕະນາໃຫ້ຜູ້ຍິງຊະລໍການມີລູກອອກໄປ ຫຼື ຄິດຈະມີລູກເມື່ອຕອນອາຍຸເພີ່ມຂຶ້ນ ເພື່ອຫວັງຈະໃຫ້ມີອາຍຸຍືນຍາວ ເຊິ່ງຍິ່ງໃນປັດຈຸບັນຄູ່ສາມີພັນລະຍາສ່ວນໃຫຍ່ມີລູກຊ້າລົງ ເນື່ອງຈາກສະຖານະພາບ ແລະ ການສຶກສາທີ່ສູງຂຶ້ນມາເປັນຕົວຜັນແປກ່ຽວຂ້ອງກັບທາງເລືອກໃນການດຳເນີນຊີວິດດ້ວຍ.

ຢ່າງໃດກໍ່ຕາມ ການມີລູກຫຼັງອາຍຸ 35 ປີ ຖືວ່າມີຄວາມສ່ຽງຕໍ່ຄວາມແຂງແຮງຂອງລູກນ້ອຍໃນທ້ອງໄດ້. ຜູ້ຍິງທີ່ມີອາຍຸເພີ່ມຂຶ້ນມີຄວາມສ່ຽງສູງກວ່າປົກກະຕິ ທີ່ລູກຈະເກີດມາມີຄວາມຜິດປົກກະຕິຂອງຈຳນວນ ໂຄຣໂມຣໂຊມ ຈົນນຳໄປສູ່ກຸ່ມອາການດາວວິນໂດຣມໄດ້.

newsesan.com