ຮູບເງົາຕະຫຼົກທີ່ຫຼາຍຄົນຕິດຕາມ “ ໄທບ້ານ x BNK 48 ”

136

ເປັນຮູບເງົາຮ່ວມກັນລະຫວ່າງ ໄທບ້ານເດິຊີຣີ ຮູບເງົາໄທອີ່ສານສຸດຕະຫຼົກເຮຮາທີ່ສ້າງປາກົດການກວາດລາຍໄດ້ຫຼາຍ ແລະ BNK48 ສິລະປິນໄອດໍ້ທີ່ມີຊື່ສຽງ.

ຮູບເງົາ “ ໄທບ້ານ x BNK48 ” ຈາກໃຈຜູ້ສາວຄົນນີ້ ເລົ່າເລື່ອງຈາກການທີ່ຕົວແທນ BNK48 ທັງ 8 ຄົນ ໄດ້ຮັບມອບໝາຍພາລະກິດລັບ ໂດຍຕ້ອງອອກເພງໃໝ່ໃນແບບໝໍລໍາ. ສາວໆ BNK48 ທັງ 8 ຄົນ ຈຶ່ງຖືກສົ່ງໃຫ້ໄປຮຽນຮູ້ ແລະ ໃຊ້ຊີວິດຢູ່ກັບຄົນອີ່ສານ ເພື່ອໃຫ້ເຂົ້າໃຈວັດທະນະທໍາ ແລະ ການສື່ສານຜ່ານເພງໝໍລໍາໃນແບບສະບັບ BNK48 ໃຫ້ດີທີ່ສຸດ.

ດ້ວຍຄວາມໜ້າຮັກຂອງສາວໆ ແລະ ຄວາມອົບອຸ່ນຈາກຜູ້ບ່າວໄທບ້ານຈະມຸ່ນອຸ້ຍປຸ້ຍ ສາມາດຕິດຕາມ ຄວາມຕະຫຼົກໃນແບບອີ່ສານໄດ້ທຸກໂຮງຮູບເງົາທົ່ວປະເທດເຂົ້າສາຍໃນວັນທີ 23 ມັງກອນ 2020.

( ຂໍ້ມູນຈາກ: major platinum cineplex )