ປູກໝາກເຫຼ່ນລະດູແລ້ງສ່ຽງຂາດທຶນ

108

ເມື່ອກ້າວເຂົ້າສູ່ລະດູແລ້ງລາຄາພືດຜັກຈະຖືກລົງ ເຊິ່ງເປັນທີ່ພໍໃຈຂອງຜູ້ຊື້ແຕ່ລໍາບາກໃຈຊາວສວນຜູ້ປູກ ໂດຍສະເພາະລາຄາໝາກເຫຼ່ນຕົກຕໍ່າຫຼາຍ ອີກທັງຍັງມີພະຍາດລະດູແລ້ງທີ່ຕ້ອງເອົາໃຈໃສ່ດູແລຢ່າງດີ ເຮັດໃຫ້ຕົ້ນທຶນການຜະລິດສູງຂຶ້ນບວກກັບການແຂ່ງຂັນຂອງສິນຄ້ານໍາເຂົ້າ ເຮັດໃຫ້ໝາກເຫຼ່ນລາຄາຫຼຸດລົງຢູ່ທີ່ 5 ພັນກີບຕໍ່ 1 ໝື່ນ ( ເກັບຊື້ໜ້າສວນ ).

ອ້າຍລັດ ພົມດີ ປະຊາຊົນຜູ້ປູກໝາກເຫຼ່ນ ບ້ານຄວາຍແດງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ບອກວ່າ: ລະດູແລ້ງຂອງແຕ່ລະປີຈະເປັນເລື່ອງທໍາມະດາທີ່ລາຄາພືດຜັກຈະຖືກລົງ ຢູ່ທີ່ປະມານ 2 ອາທິດ ແຕ່ປີນີ້ແກ່ຍາວເປັນເວລາ 1 ເດືອນກວ່າ ໃນລາຄາ 5.000 ກີບຕໍ່ໝື່ນ ແລະ ຍັງບໍ່ມີທ່າທີທີ່ຈະເພີ່ມຂຶ້ນ. ໂດຍສ່ວນຕົວຄິດວ່າສາເຫດແມ່ນມາຈາກສິນຄ້າລົ້ນຕະຫຼາດຍັງມີການນໍາເຂົ້າໝາກເຫຼ່ນ ເຮັດໃຫ້ສິນຄ້າທີ່ຜະລິດພາຍໃນມີຫຼາຍເກີນໄປຈົນເຟີ້ດຶງລາຄາຕໍ່າລົງ ເຊິ່ງປັດຈຸບັນຊາວສວນເລີ່ມຂາດທຶນ ໂດຍສະເພາະແມ່ນຜູ້ທີ່ກູ້ຢືມເງິນມາລົງທຶນ ຫຼື ທົດລອງເຮັດ ໂດຍບໍ່ມີປະສົບການຈັດການກັບການປູກໃນລະດູແລ້ງແບບນີ້ຍິ່ງເຮັດໃຫ້ເສຍຫຼັກ ຕິດໜີ້ກ້ອນໃຫຍ່ໄປແບບບໍ່ທັນຕັ້ງຕົວ ສາມາດເວົ້າໄດ້ເລີຍວ່າປູກໝາກເຫຼ່ນໃນລະດູແລ້ງສ່ຽງຂາດທຶນທີ່ສຸດ.

ແນວໃດກໍດີ, ອ້າຍລັດ ຍັງບອກອີກວ່າ: ຈາກປະສົບການທີ່ເຄີຍພົບພໍ້ຜ່ານມາ ລາຄາໝາກເຫຼ່ນຈະກັບມາສູງຂຶ້ນໃນໄລຍະເດືອນເມສາ ເຊິ່ງນັ້ນຄື ຄວາມຫວັງຂອງຜູ້ປູກຫຼາຍໆຄົນທີ່ຍັງບໍ່ປ່ອຍຖິ້ມສວນໝາກເຫຼ່ນ ພ້ອມທັງເອົາໃຈໃສ່ດູແລຮັກສາເປັນຢ່າງດີ ໂດຍສະເພາະການຄວບຄຸມພະຍາດທີ່ມາກັບລະດູແລ້ງແບບນີ້ ເປັນຕົ້ນ: ພະຍາດໃບງໍ, ແມງບົ້ງ ແລະ ແມງໄມ້ຊະນິດອື່ນໆເຂົ້າມາທໍາລາຍ.
ສ່ວນວິທີການກໍາຈັດແມ່ນຈໍາເປັນຕ້ອງເພີ່ມງົບປະມານໃນການຊື້ຢາຂ້າແມງໄມ້ເພີ່ມຫຼາຍກວ່າປົກກະຕິ. ນອກຈາກນີ້, ເລື່ອງສໍາຄັນອີກຢ່າງໜຶ່ງແມ່ນການໃຫ້ນໍ້າຕ້ອງໄດ້ຕິດຕາມເປັນພິເສດ ເພາະມັນເປັນພືດທີ່ມັກຄວາມເຢັນ ເຊິ່ງການປູກທີ່ດີ ແລະ ເໝາະສົມທີ່ສຸດແມ່ນໄລຍະເດືອນກັນຍາຫາຕຸລາ. ດັ່ງນັ້ນ, ການໃຫ້ນໍ້າທີ່ພຽງພໍຄືສິ່ງຈໍາເປັນທີ່ສຸດ ບໍ່ດັ່ງນັ້ນມັນຈະແຫ້ງຫ່ຽວຕາຍເອງໄດ້.

ເວົ້າມາຮອດນີ້ຜູ້ຂຽນເຊື່ອວ່າຫຼາຍທ່ານອາດຈະຢາກຮູ້ກ່ຽວກັບເຕັກນິກການປູກໝາກເຫຼ່ນໃນລະດູແລ້ງທີ່ ອ້າຍລັດ ນໍາໃຊ້ມາໂດຍຕະຫຼອດດັ່ງນີ້:

ການກຽມດິນກ້າແກ່ນ: ນໍາໃຊ້ດິນທົ່ວໄປມາປະສົມກັບຝຸ່ນຄອກ ແລະ ນໍາແນວພັນທີ່ກຽມໄວ້ມາລົງປູກພ້ອມຫົດນໍ້າເຊົ້າແລງ ໃຊ້ເວລາ 1 ເດືອນ ສາມາດແຍກລົງໜານປູກໄດ້.

ການປູກ: ນໍາເບ້ຍໝາກເຫຼ່ນລົງໜານທີ່ກຽມໄວ້ ໃນໄລຍະຫ່າງ 35×50 ຫຼື 40×60 ຊັງຕີແມັດ ແລ້ວແຕ່ຄວາມເໝາະສົມ ແຕ່ບໍ່ຄວນປູກຖີ່ເກີນໄປ ເນື່ອງຈາກໝາກເຫຼ່ນມີກິ່ງງ່າຫຼາຍ ເມື່ອປູກມາໄລຍະໜຶ່ງຕົ້ນໝາກເຫຼ່ນຊົງຕົວໄດ້ເກີດກິ່ງງ່າຂຶ້ນໃຫ້ເຮັດຄ້າງໃສ່ ເພື່ອເປັນບ່ອນຈ່ອງງ່າໝາກເຫຼ່ນບໍ່ໃຫ້ເຟືອລົງດິນ.

ສ່ວນການໃຫ້ຝຸ່ນ ຫຼື ໃສ່ປຸ໋ຍແມ່ນບໍາລຸງຕາມທໍາມະດາ ແຕ່ຈະມາໃສ່ໃຈຫຼາຍທີ່ສຸດໃນຂັ້ນຕອນການໃຫ້ນໍ້າ ທີ່ຕ້ອງປ່ອຍນໍ້າໃສ່ໜານໃຫ້ມີລັກສະນະຫົ້ງ ເນື່ອງຈາກໄລຍະນີ້ແດດແຮງຕ້ອງເຮັດໃຫ້ຕົ້ນຂອງມັນມີຄວາມຊຸ່ມເຢັນຢູ່ຕະຫຼອດ, ສ່ວນການກໍາຈັດແມງໄມ້ກໍຕ້ອງໝັ່ນກວດເບິ່ງ ເມື່ອພົບເຫັນຕ້ອງທໍາລາຍຖິ້ມທັນທີ.

ໄລຍະເວລາເກັບກ່ຽວ: ຫຼັງຈາກປູກແລ້ວໃຊ້ເວລາພຽງ 3 ເດືອນ ກໍສາມາດເກັບຜົນຜະລິດໄດ້ ເຊິ່ງສາມາດເກັບໝາກໄດ້ດົນເຖິງ 5 ຫາ 6 ເດືອນ. ຫຼັງຈາກນັ້ນ, ກໍຖອນອອກແລ້ວນໍາພືດຊະນິດອື່ນມາປູກໃສ່ແທນ.

*