ເຜີຍບາງວິທີຮຽນດີຮຽນເກັ່ງ ສະບັບນ້ອງ ອາທິດ ຈາກສະຖາບັນຣັຕນະບໍລິຫານທຸລະກິດ

115

ນາງ ອາທິດ ວໍລະຈິດ ຈົບຈາກສະຖາບັນຣັຕນະບໍລິຫານທຸລະກິດ ໄດ້ຮັບໃບຍ້ອງຍໍນັກຮຽນດີເດັ່ນປະເພດທີ 1 ແລະ ກຳລັງສຶກສາຢູ່ມະຫາວິທະຍາໄລແຫ່ງຊາດ ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາວິຊາເສດຖະສາດນຳໃຊ້ ປີ 3 ໃຫ້ສຳພາດວ່າ: ນ້ອງຮູ້ສຶກພາກພູມໃຈຫຼາຍທີ່ໄດ້ຮັບກຽດເປັນນັກຮຽນດີເດັ່ນປະເພດທີ 1 ສາຂາວິຊາການເງິນ – ການທະນາຄານ ເຮັດໃຫ້ພໍ່ແມ່ພູມໃຈບໍ່ເສຍແຮງທີ່ເພິ່ນສົ່ງເສີມເຮົາຮຽນມາຈົນຈົບ ແລະ ຂໍສະແດງຄວາມຮູ້ບຸນຄຸນມາຍັງຄູ – ອາຈານທຸກໆທ່ານ ທີ່ຊ່ວຍບົ່ມສອນຝຶກຝົນໃຫ້ນ້ອງໄດ້ເປັນນັກຮຽນດີ – ນັກຮຽນເກັ່ງ.

ສ່ວນຕົວຂອງນ້ອງເອງຈະເປັນຄົນຈິງຈັງໃນເລື່ອງຂອງການຮຽນ ຖ້າມີຫຍັງທີ່ຍັງຄ້າງຄາກໍຈະເຮັດໃຫ້ມັນຮຽບຮ້ອຍສາກ່ອນ ເຖິງຈະນອນເດິກຕື່ນເຊົ້າກໍຕາມພອນສະຫວັນຂອງນ້ອງເອງກໍບໍ່ໄດ້ມີມາແຕ່ເກີດ ເຮົາຕ້ອງຊອກເອົາເອງ ພອນສະຫວັນມັນຕ້ອງມາຄູ່ກັບພອນສະແຫວງຂອງເຮົາ.

ສຳລັບວິທີການຮ່ຳຮຽນດີ – ຮຽນເກັ່ງຂອງນ້ອງແມ່ນຕັ້ງໃຈຟັງຄຳອະທິບາຍຂອງຄູ – ອາຈານ, ກ້າຖາມໃນສິ່ງທີ່ບໍ່ເຂົ້າໃຈຈົດກ່າຍທຸກຄຳອະທິບາຍ, ຝຶກຝົນແກ້ວຽກບ້ານ, ຊອກຮູ້ຊອກຮຽນຖ້າບໍ່ເຂົ້າໃຈກໍກັບມາຖາມອາຈານຄືນ ເຖິງແມ່ນວ່ານ້ອງຈະຮຽນພ້ອມກັນ 2 ບ່ອນ ແລະ ບາງເທື່ອກໍເຄີຍຖືກເສັງພ້ອມກັນຄືກັບເສັງຕອນເຊົ້າຢູ່ ມຊ ແລະ ຕອນແລງກັບໄປເສັງຢູ່ຣັຕນະ ແຕ່ນ້ອງກໍບໍ່ທໍ້ຖອຍຕັ້ງໃຈເບິ່ງບົດຮຽນແບ່ງເວລາຮຽນຢ່າງລະອຽດ ຈົນໃນທີ່ສຸດຄວາມພະຍາຍາມຂອງນ້ອງກໍປະສົບຜົນສຳເລັດ ຈົນກາຍເປັນນັກຮຽນເກັ່ງດີເດັ່ນປະເພດທີ 1.

ແຮງບັນດານໃຈທີ່ເຮັດໃຫ້ນ້ອງເປັນນັກຮຽນດີເດັ່ນ ກໍແມ່ນພໍ່ແມ່ ແລະ ຄອບຄົວໃຫ້ການສະໜັບສະໜູນທຸກຢ່າງ ບໍ່ວ່າຈະເປັນທຶນການສຶກສາ ຫຼື ຄ່າໃຊ້ຈ່າຍຕ່າງໆ ເຖິງວ່າຄ່າເທີມໃນການຮຽນ 2 ບ່ອນຂອງນ້ອງຈະສູງແຕ່ພວກເພິ່ນກໍບໍ່ເຄີຍຈົ່ມວ່າຫຍັງ ຂໍພຽງໃຫ້ນ້ອງຕັ້ງໃຈສຶກສາຮ່ຳຮຽນ ແລະ ຢາກຮຽນ ພວກທ່ານກໍຈະຄອຍສະໜັບສະໜູນເຕັມທີ່.

ສະນັ້ນ, ນ້ອງໄດ້ໃຫ້ສັນຍາກັບພວກເພິ່ນໄວ້ວ່າຈະຕັ້ງໃຈຮຽນໃຫ້ເກັ່ງ ເອົາກຽດນິຍົມ ຫຼື ນັກຮຽນດີເດັ່ນມາໃຫ້ໄດ້, ອີກຢ່າງໜຶ່ງນ້ອງເອງກໍມີອາຈານທີ່ເກັ່ງເປັນແບບຢ່າງ ເຊັ່ນ: ອາຈານ ບຸນມາກ, ອາຈານ ສຸກໃຈ, ດຣ. ແສງສະຖິດ ແລະ ອາຈານອື່ນໆອີກທີ່ນ້ອງຕັ້ງໃຈໄວ້ວ່າຈະຕ້ອງເກັ່ງແບບເພິ່ນໃຫ້ໄດ້.

ປັດຈຸບັນນີ້ນ້ອງຕັ້ງໃຈຝຶກຝົນສຶກສາຮ່ຳຮຽນຢູ່ ມຊ ໃຫ້ຈົບ ແລະ ຕັ້ງເປົ້າໄວ້ວ່າຖ້າເປັນໄປໄດ້ກໍຢາກໄດ້ໃບປະກາສະນີຍະບັດແດງຈາກ ມຊ ອີກ ເພາະວ່າການທີ່ເຮົາຈະຍາດເອົາໃບປະກາດແດງມາໄດ້ນັ້ນ ມັນກໍເປັນເລື່ອງຍາກແຕ່ນ້ອງຈະພະຍາຍາມສູ້ຊົນຮ່ຳຮຽນເພື່ອໃຫ້ເປັນນັກຮຽນດີເດັ່ນອີກ.

ນາງ ອາທິດ ວໍລະຈິດ ຍັງໄດ້ຝາກເຖິງບັນດານ້ອງໆນັກ ຮຽນ – ນັກສຶກສາທຸກຄົນ ໂດຍສະເພາະແມ່ນນັກສຶກສາພາຍໃນສະຖາບັນຣັຕນະ ສາຂາການເງິນ – ການທະນາຄານ ຈົ່ງຕັ້ງໃຈຮ່ຳຮຽນຕັ້ງໃຈຟັງຄຳອະທິບາຍຂອງອາຈານ ຊອກຮູ້ຊອກຮຽນ, ຖ້າຮຽນບໍ່ໄດ້ກໍຊອກຮູ້ຊອກຖາມນຳໝູ່ໃນຫ້ອງຜູ້ທີ່ຮຽນເກັ່ງ ຫຼື ເຂົ້າຮ່ວມໃນໂຄງການເພື່ອນຊ່ວຍເພື່ອນທີ່ທາງສະຖາບັນສ້າງຕັ້ງຂຶ້ນ ເພາະໃນໂຄງການຈະມີສອນເກືອບທຸກວິຊາຈາກຄົນທີ່ຂ້ອນຂ້າງເກັ່ງ ແລະ ມີຄວາມເຂົ້າໃຈກັບວິຊານັ້ນມາສອນ ( ເພາະນ້ອງເອງກໍໄດ້ເຂົ້າຮ່ວມໃນການສອນກັບໂຄງການນີ້ເຊັ່ນກັນ ) ແລະ ມີອີກຄຳເວົ້າຢາກຝາກໄວ້: “ ຍາມເສັງຈົ່ງຕັ້ງໃຈໃຫ້ເຖິງທີ່ສຸດຢ່າຟ້າວຢຸດອະນາຄົດດ້ວຍໂທລະສັບ ແລະ ເຈ້ຍກ່າຍ ຖ້າຄິດທີ່ຈະກ່າຍຕ້ອງບຸນຫຼາຍຈຶ່ງລອດ ຖ້າບຸນບໍ່ຮອດບໍ່ລອດສາຍຕາ ບຸນມາກ ”.