ຮອງນາຍົກ ເນັ້ນຕໍ່ແຂວງໄຊຍະບູລີ ສຸມໃສ່ຜະລິດພືດສະບຽງອາຫານ

189

ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກຕໍ່ການນຳແຂວງໄຊຍະບູລີ ໃຫ້ເອົາໃຈໃສ່ຊຸກຍູ້ປະຊາຊົນຜະລິດພືດລະດູແລ້ງໃຫ້ກຸ້ມກິນ ຫຼີກເວັ້ນການນຳເຂົ້າຈາກຕ່າງປະເທດ. ຄຽງຄູ່ກັນນັ້ນ, ກໍເອົາໃຈໃສ່ຊອກຄົ້ນທຸກທ່າແຮງບົ່ມຊ້ອນໃນການຈັດເກັບລາຍຮັບ.

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ ເມື່ອວັນທີ 15 ມັງກອນຜ່ານມາ ໃຫ້ການຕ້ອນຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ, ພ້ອມທັງລາຍງານຜົນການຜະລິດປີຜ່ານມາ ແລະ ຂະບວນການຜະລິດລະດູແລ້ງປີນີ້.

ໂດຍລວມແລ້ວການຜະລິດໃນປີ 2019 ແມ່ນບໍ່ບັນລຸຕາມແຜນການ ເນື່ອງຈາກໄດ້ປະສົບກັບໄພພິບັດທາງທໍາມະຊາດ ເຊັ່ນ: ໄພແຫ້ງແລ້ງ, ບົ້ງຝູງທໍາລາຍຜົນລະປູກ ແລະ ອື່ນໆ, ຕາມແຜນຜະລິດສະບຽງອາຫານ ປີ 2019 ແມ່ນ: ປູກເຂົ້າໃນເນື້ອທີ່ 46.767 ເຮັກຕາ ສາມາດປະຕິບັດໄດ້ຕົວຈິງ 46.105 ເຮັກຕາ, ຜົນຜະລິດໄດ້ 152.021 ໂຕນ, ພືດສະບຽງອາຫານຕາມແຜນ 18.400 ກວ່າເຮັກຕາ ສາມາດປະຕິບັດໄດ້ 29.469 ເຮັກຕາ, ຜົນຜະລິດໄດ້ 155.893 ໂຕນ. ໃນນີ້, ມີສາລີຫວານ, ເຜືອກ – ມັນ, ໄມ້ໃຫ້ໝາກ ແລະ ພືດຜັກຕ່າງໆ.

ສໍາລັບການຜະລິດລະດູແລ້ງປີນີ້ ແຂວງແມ່ນສຸມໃສ່ປູກພືດສະບຽງອາຫານ ແລະ ພືດກະສິກໍາເປັນສິນຄ້າທີ່ມີອາຍຸສັ້ນ ແລະ ນໍາໃຊ້ນໍ້າໜ້ອຍສຸດ ເຊັ່ນ: ເຂົ້າ, ສາລີຫວານ, ໝາກໂມ, ໝາກແຕງ, ໝາກເຜັດ – ໝາກເຂືອ ແລະ ພືດຜັກຕ່າງໆ ເພື່ອບໍລິໂພກພາຍໃນ ແລະ ສົ່ງຂາຍອອກຕ່າງປະເທດ.

ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນໍາຂອງແຂວງທີ່ເອົາໃຈໃສ່ຊີ້ນໍາ – ນໍາພາປະຊາຊົນ ໃນການຜະລິດພືດສະບຽງອາຫານ ເພື່ອບໍລິໂພກພາຍໃນ. ພ້ອມດຽວກັນ, ຍັງໄດ້ຊີ້ນໍາໃຫ້ແຂວງເອົາໃຈໃສ່ຕື່ມອີກ ຕໍ່ກັບການຜະລິດສະບຽງອາຫານໃນລະດູແລ້ງປີນີ້. ທັງນີ້, ກໍເພື່ອໃຫ້ກຸ້ມກິນ, ຫຼີກເວັ້ນການນໍາເຂົ້າສະບຽງອາຫານຈາກຕ່າງປະເທດ ໃຫ້ມີການປຶກສາຫາລືກັບການນໍາຂັ້ນເມືອງ ເພື່ອຊຸກຍູ້ປະຊາຊົນໃນການປູກ, ການລ້ຽງຕາມຄວາມເໝາະສົມຂອງແຕ່ລະທ້ອງຖິ່ນ, ຜະລິດເພື່ອບໍລິໂພກພາຍໃນແລ້ວກໍສາມາດຜະລິດເພື່ອສົ່ງອອກຂາຍໄປຕ່າງປະເທດຕື່ມອີກ.

ພ້ອມດຽວກັນ, ໄດ້ເອົາໃຈໃສ່ໃນການຊີ້ນໍາການເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມ ຄວາມສາມາດ ແລະ ທ່າແຮງຂອງແຂວງ, ລົງຕິດຕາມ ແລະ ກວດກາຖານລາຍຮັບຢູ່ 2 ໂຄງການໃຫຍ່ ຄື: ເຂື່ອນໄຟຟ້າພະລັງງານນໍ້າຂອງ, ໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາລີກໄນ, ຊຸກຍູ້ການຫັນສູ່ທັນສະໄໝ ເຊັ່ນ: ການເສຍຄ່າທາງ, ອາກອນຕ່າງໆ, ພາສີທີ່ດິນ ແລະ ອື່ນໆ ໂດຍຜ່ານລະບົບທະນາຄານໃຫ້ມີປະສິດທິຜົນ.