ທ່ານ ບຸນທອງ ຈິດມະນີ ລົງຊຸກຍູ້ການກໍ່ສ້າງທາງລົດໄຟຢູ່ແຂວງວຽງຈັນ

202

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໄລຍະຜ່ານແຂວງວຽງຈັນ ມີຄວາມຍາວທັງໝົດ 145,69 ກິໂລແມັດ ສາມາດໄກ່ເກຍ ແລະ ມອບພື້ນທີ່ໃຫ້ໂຄງການໃກ້ສຳເລັດແລ້ວ ສ່ວນການຊົດເຊີຍຈ່າຍແລ້ວ 7 ງວດ ໃຫ້ຜູ້ຖືກຜົນກະທົບ 965 ຄອບຄົວ; ຂະນະທີ່ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີໄດ້ເນັ້ນໃຫ້ຄະນະຮັບຜິດຊອບແກ້ໄຂຂໍ້ຄົງຄ້າງໃຫ້ສຳເລັດໂດຍໄວ ເພື່ອດຳເນີນການກໍ່ສ້າງໃຫ້ສຳເລັດຕາມແຜນ.

ເມື່ອວັນທີ 15 ມັງກອນ 2020 ຜ່ານມາ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ພ້ອມຄະນະ ໄດ້ໄປຢ້ຽມຢາມ ແລະ ຊຸກຍູ້ການກໍ່ສ້າງທາງລົດໄຟ ລາວ – ຈີນ ຢູ່ແຂວງວຽງຈັນ, ມີ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມລົງເຄື່ອນໄຫວ; ມີ ທ່ານ ຄໍາພັນ ສິດທິດໍາພາ ເຈົ້າແຂວງວຽງຈັນ, ມີຄະນະຮັບຜິດຊອບໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ, ພະນັກງານທີ່ກ່ຽວຂ້ອງຕ້ອນຮັບ ແລະ ຮ່ວມເຮັດວຽກ.

ໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ໄດ້ເດີນທາງຢ້ຽມຢາມ, ຕິດຕາມ, ກວດກາ ແລະ ຊຸກຍູ້ການໄກ່ເກຍສິ່ງກີດຂວາງການເບີກຈ່າຍຄ່າຊົດເຊີຍຜົນກະທົບຕໍ່ພໍ່ແມ່ປະຊາຊົນ ແລະ ກວດກາການກໍ່ສ້າງຕົວຈິງ ຢູ່ບ້ານຫ້ວຍເລີດ, ບ້ານໂພນທອງ ເມືອງຫີນເຫີບ, ສະຖານີວັງວຽງ ບ້ານປາກເປາະ, ສົມສະຫວາດ ເມືອງວັງວຽງ ແລະ ສະຖານີກາສີ ເມືອງກາສີ ແຂວງວຽງຈັນ.

ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະຮັບຜິດຊອບ ແລະ ພໍ່ແມ່ປະຊາຊົນຢູ່ແຕ່ລະຈຸດທີ່ໄດ້ເອົາໃຈໃສ່ໃນການໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃຫ້ແກ່ການກໍ່ສ້າງ ເຮັດໃຫ້ການກໍ່ສ້າງດໍາເນີນໄປຢ່າງຄ່ອງແຄ້ວ. ພ້ອມນີ້, ກໍໄດ້ເນັ້ນໃຫ້ຄະນະຮັບຜິດຊອບໄກ່ເກ່ຍສິ່ງກີດຂວາງໃຫ້ຮີບຮ້ອນແກ້ໄຂຈຸດທີ່ຍັງຄ້າງຄາໃຫ້ສໍາເລັດໂດຍໄວ ເປັນຕົ້ນການບຸກເບີກພື້ນທີ່ເພື່ອຍົກຍ້າຍປ່າຊ້າ ແລະ ໄກ່ເກ່ຍພື້ນທີ່ເພື່ອສ້າງທາງ 13 ເໜືອໃໝ່ ຢູ່ບ້ານຫ້ວຍອີ່ເລີດ ເມືອງວັງວຽງ ແລະ ບ່ອນອື່ນໆອີກ ເພື່ອໃຫ້ດໍາເນີນການກໍ່ສ້າງທາງລົດໄຟດໍາເນີນໄປຢ່າງຕໍ່ເນື່ອງ ແລະ ສໍາເລັດຕາມເວລາທີ່ກໍານົດໄວ້.

ໂຄງການກໍ່ສ້າງທາງລົດໄຟ ລາວ – ຈີນ ໄລຍະຜ່ານແຂວງວຽງຈັນ ມີຄວາມຍາວທັງໝົດ 145,69 ກິໂລແມັດ, ສາມາດໄກ່ເກຍ ແລະ ມອບພື້ນທີ່ໃຫ້ໂຄງການແລ້ວ 145,06 ກິໂລແມັດ ເທົ່າກັບ 99,58%. ເສັ້ນທາງລົດໄຟ ຜ່ານ 4 ເມືອງ, 60 ບ້ານ ຄື: ເມືອງກາສີ 9 ບ້ານ, ເມືອງວັງວຽງ 16 ບ້ານ, ເມືອງຫີນເຫີບ 11 ບ້ານ ແລະ ເມືອງໂພນໂຮງ 24 ບ້ານ, ມີຄອບຄົວທີ່ໄດ້ຮັບຜົນກະທົບ 1.589 ຄອບຄົວ ລວມມູນຄ່າຊົດເຊີຍທັງໝົດ 290 ຕື້ກວ່າກີບ ( ຍັງບໍ່ໄດ້ລວມເຖິງຜົນກະທົບທາງເຂົ້າສະຖານີ 3 ແຫ່ງ, ຜົນກະທົບຈາກການຍົກຍ້າຍແລວທາງຕ່າງໆທີ່ທາງລົດໄຟຕັດຜ່ານທີ່ຈະໄດ້ກໍ່ສ້າງຄືນ, ຜົນກະທົບຈາກການຍົກຍ້າຍໄຟຟ້າແຮງສູງ ຄາດວ່າມູນຄ່າການຊົດເຊີຍຈະເພີ່ມຂຶ້ນອີກ ).

ການຊົດເຊີຍມາຮອດປັດຈຸບັນໄດ້ຮັບງົບປະມານທັງໝົດ 7 ງວດ ມູນຄ່າ 204 ຕື້ກວ່າກີບ. ໃນນັ້ນ, ຈ່າຍໃຫ້ຄອບຄົວຜູ້ຖືກຜົນກະທົບ 965 ຄອບຄົວ, ປ່າຊ້າ 3 ແຫ່ງ, ໂຮງຮຽນປະຖົມ 3 ຫຼັງ. ກໍາລັງສະເໜີຂໍຊໍາລະໃນງວດ 8 ລວມ 346 ຄອບຄົວ. ໃນນັ້ນ, ເຂດແລວທາງລົງໄຟ 281 ຄອບຄົວ ແລະ ກະທົບນອກແລວທາງເວັ້ນຕ່າງໆ ແລະ ແລວໄຟຟ້າ 65 ຄອບຄົວ ລວມມູນຄ່າ 40,63 ຕື້ກວ່າກີບ.