ເຊີນທ່ຽວງານປະເພນີງານບຸນກອງເຂົ້າທີ່ ເມືອງສັງທອງ

485

ຄຶກຄື້ນຫຼາຍປີນີ້ກັບການສະຫຼອງງານບຸນກອງເຂົ້າ ຫຼື ບຸນຄູນເຂົ້າ-ຄູນລານ ທີ່ເມືອງສັງທອງ ເປັນໜຶ່ງບຸນໃນຮີດສິບສອງ ພໍເຖິງເດືອນຢີ່ຂອງທຸກໆປີປວງຊົນລາວກໍຈະຈັດງານບຸນດັ່ງກ່າວຂຶ້ນ ສໍາລັບເມືອງສັງທອງກໍເລີ່ມຈັດຂຶ້ນຢ່າງເປັນທາງການແລ້ວຕັ້ງແຕ່ມື້ນີ້ວັນທີ 16 ມັງກອນ ໄປຈົນເຖິງວັນທີ 23 ມັງກອນ 2020 ສາມາດເລືອກມື້ມາສໍາຜັດປະເພນີບຸນກອງເຂົ້າ ຫຼື ບຸນກອງເຂົ້າຫອມສັງທອງໄດ້.

ພາຍໃນງານທ່ານຈະໄດ້ພົບກັບຫຼາກຫຼາຍກິດຈະກໍາເຊັ່ນ: ພິທີແຫ່ຂະບວນກ້ອນກໍາລັງຕ່າງໆເຂົ້າສູ່ງານບຸນກອງເຂົ້າ (ປີນີ້ພິເສດມີຂະບວນຄາລະວານແຕ່ລະຄອນຫຼວງວຽງຈັນແຫ່ໄປ), ມີການສະແດງສິນລະປະ, ປະກວດນາງສາວເຂົ້າຫອມເມືອງສັງທອງ ແລະຈະມີພິທີໃສ່ບາດໃນຕອນເຊົ້າວັນທີ 19 ມັງກອນ 2020 ແລ້ວກໍຈະມີການຄົບງັນໄປຈົນເຖິງວັນທີ 23 ມັງກອນ 2020

ສໍາລັບກອງເຂົ້າໃນງານບຸນກອງເຂົ້າຕາມປະເພນີແມ່ນມີ ກອງເຂົ້າໃຫຍ່ 1 ກອງ, ກອງເຂົ້ານ້ອຍ 8 ກອງທີ່ມີຄວາມໝາຍເຖິງຄວາມສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ,

ພາຍໃນງານຂອງເມືອງສັງທອງ ໂດຍກອງເຂົ້າໃຫຍ່ 1 ກອງມີຄວາມຍາວ 8 ແມັດ, ສູງ 12 ແມັດ, ກອງເຂົ້ານ້ອຍມີ 8 ກອງ ຄວາມກວ້າງ 3 ແມັດ, ສູງ 4,5 ແມັດ ໃນນັ້ນຍັງມີອຸປະກອນການຜະລິດຕ່າງໆ ເປັນເຄື່ອງມືການຜະລິດ, ເປັນຫົວຄິດປະດິດສ້າງຂອງປະຊາຊົນບັນດາເຜົ່າມາຕົບແຕ່ງປະກອບເພື່ອຄວາມສວຍງາມ

ການເຮັດບຸນຄຸນເຂົ້າ-ຄູນລານແມ່ນໜຶ່ງບຸນໃນຮີດສິບສອງ ເປັນຂໍ້ປະຕິບັດອັນດີງາມຂອງປະຊາຊົນລາວແຕ່ອາດີດຈົນເຖິງປັດຈຸບັນ ພາຍໃຕ້ຄໍາສັ່ງສອນທາງພຸດທະສາສະໜາ, ເຊິ່ງໄດ້ກາຍເປັນແນວທາງນໍາພາອານຸຊົນລຸ້ນຫຼັງໄດ້ປະພຶດ ປະຕິບັດສືບຕໍ່ກັນມາ,


ເປັນການເຮັດບຸນຫຼັງຕີເຂົ້າ ຫຼື ສີເຂົ້າແລ້ວ ແລະ ເອົາກອງໄວ້ໃນລານ ຫຼື ຕາລານເຂົ້າ ໂດຍໄດ້ກໍານດເອົາເດືອນຍີ່ ຫຼື ເດືອນສອງລາວ ຈະເປັນເດືອນຂຶ້ນ ຫຼື ແຮມຄໍ່າໃດກໍໄດ້ ອີງຕາມຄວາມພ້ອມຂອງແຕ່ລະຄອບຄົວພາຍໃນບ້ານ ເນື່ອງຈາກວ່າຊາວນາຜູ້ໃດທີ່ເຮັດນາໄດ້ເຂົ້າຫຼາຍກ່ອນຂົນເຂົ້າຂຶ້ນເລົ້າ ຫຼື ຂຶ້ນເຍຍເກັບໄວ້ໃນສາງເຂົ້ານັ້ນ ເພິ່ນກໍຢາກສ້າງບຸນກຸສົນ ເພື່ອເປັນສິລິມຸງຄຸນໃຫ້ເພີ່່ມຄວາມຮັ່ງມີ ສີສຸກໃຫ້ແກ່ຕົນແລະ ຄອບຄົວສືບຕໍ່ໄປ ເພິ່ນກໍຈະເຮັດບຸນຄູນເຂົ້າຄູນລານ ຫຼື ບຸນກອງເຂົ້າ

ຄໍາວ່າລານ ຫຼື ຕາລານ ແມ່ນ ບ່ອນຕີເຂົ້າ ແມ່ນສະຖານທີ່ເສຍຫຍ້າຖາກຖາງໄວ້ແລ້ວເອົາຂີ້ຕົມປະສົບກັບຂີ້ຄວາຍມາທາເບືອ ຫຼື ທາລານ ແລ້ວຕາກແດດປະໄວ້ໃຫ້ແຫ້ງເປັນເດີ່ນສໍາລັບຫາບມັດເຂົ້າມາແຕ່ໄຮ່ນາມາກອງເປັນລອມປະໄວ້ຟາດ ຫຼື ຕີເຂົ້າໃສ່ບ່ອນນັ້ນ, ຄໍາວ່າ ຄູນ ແມ່ນການຕື່ມເຮັດໃຫ້ຫຼາຍຂຶ້ນ ຫຼື ການເອົາເຂົ້າມາຕີແລ້ວມາກອງໃຫ້ສູງຂຶ້ນ ເອີ້ນວ່າ ຄູນເຂົ້າຕູນລານ

ດັ່ງນັ້ນ ບຸນກອງເຂົ້າຈຶ່ງມີຄວາມໝາຍວ່າ ບຸນທີ່ເຮົາເຮັດນາໃນຂະນະທີ່ມີເຂົ້າໂຮມລານແລ້ວ ຊາວນາທີ່ໄດ້ຜົນຜະລິດດີ ເພິ່ນຢາກໄດ້ບຸນກຸສົນໃຫ້ທານສາສິນ ເພິ່ນກໍຈັດເອົາລານເຂົ້າເປັນສະຖານທີ່ເຮັດບຸນສິນກິນທານ ເພື່ອໃຫ້ເປັນສິລິມຸງຄຸນໃຫ້ໄດ້ເຂົ້າຫຼວງຫຼາຍໃນປີຕໍ່ໆໄປນັ້ນເອງ.

ພາຍໃນງານບຸນຈະມີການໄຫວ້ພະຮັບສິນສູດພະທະມົນ, ໃຫ້ສັງຂະທານດ້ວຍການຖວາຍເຂົ້າປາອາຫານ ແລະ ຟັງເທດສະໜາທີ່ລານເຂົ້ານິມົນພະສູດມົນແລງ ເພື່ອເປັນສິລິມຸງຄຸນແກ່ເຂົ້າເປືອກ, ຕອນເຊົ້າມາເມືອງພະສັນຈັງຫັນແລ້ວຈະມີພິທີສູດຂວັນເຂົ້າ

ນອກຈາກນີ້ຊາວບ້ານກໍກະກຽມຫາຝືນເອົາໄວ້ແຕ່ງກິນ, ຫຸງເຂົ້າ ຄົນລາວເຫັນຄຸນຄ່າ ແລະ ໃຫ້ຄວາມສໍາຄັນ ຜຸູກພັນກັບວິຖີຊີວິດ ຄົນລາວສ່ວນຫຼາຍແມ່ນມີອາຊີບເຮັດນາປູກຝັງເປັນຫຼັກ ເພິ່ນຈຶ່ງເຮັດບຸນຄູນເຂົ້າ-ຄູນລານຂຶ້ນທຸກໆປີເມື່ອເຖິງເດືອນຢີ່.