ເປີດນຳໃຊ້ທາງການ ຕຶກປິ່ນປົວ ແລະ ຮັກສາສຸຂະພາບຕາ ໂຮງໝໍແຂວງຄຳມ່ວນ

195

ວັນທີ 15 ມັງກອນ 2020 ໄດ້ຈັດພິທີມອບ-ຮັບ ແລະ ເປີດການນຳໃຊ້ຕຶກປິ່ນປົວ ແລະ ຮັກສາສຸຂະພາບຕາ ໂຮງໝໍ ແຂວງຄຳມ່ວນ ລະຫວ່າງບໍລິສັດຜູ້ຮັບເໝົາກໍ່ສ້າງ ກັບພະແນກສາທາລະນະສຸແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ດຣ. ພາສຸກ ຄຳມະນີທອງ ຮອງຫົວໜ້າພະແນກສາທາລະນະສຸກແຂວງຄຳມ່ວນ, ມີຫົວໜ້າບໍລິສັດຈະເລີນພັດທະນາ ອິນເວັດສເມັນ ຈຳກັດ ໃນນາມຜູ້ຮັບເໝົາກໍ່ສ້າງ, ມີຕາງໜ້າມູນນິທິ ເຟຣດ ໂຣໂລ ອົດສະຕາລີ ໃນນາມຜູ້ສະໜັບສະໜູນທຶນ, ມີພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອຸດົມພົງ ແກ້ວສີສະໂນ ປະທານທີ່ປຶກສາ ແລະ ບໍລິຫານໂຄງການ ກ່າວວ່າ: ໂຄງການກໍ່ສ້າງດັ່ງກ່າວ ແມ່ນໄດ້ເລີ່ມລົງມືການກໍ່ສ້າງໃນເດືອນມີນາ ປີ 2018 ແລະ ໄດ້ສຳເລັດໃນເດືອນ ມິຖຸນາ ປີ 2019 ໂດຍແມ່ນບໍລິສັດຈະເລີນພັດທະນາ ອິນເວັດສເມັນ ຈຳກັດ ເປັນຜູ້ຮັບເໝົາ ເຊິ່ງເປັນອາຄານ 2 ຊັ້ນ, ປະເພດເບຕົງເສີມເຫຼັກ, ມີຂະໜາດ 10×13,50 ແມັດ, ມຸງດ້ວຍຊີແຟັກ, ປະກອບມີຫ້ອງກວດ, ຫ້ອງແພດຍາມ, ຫ້ອງຜ່າຕັດ, ຫ້ອງຕັດແວ່ນຕາ, ຫ້ອງນອນ VIP, ຫ້ອງປະຊຸມ ແລະ ຫ້ອງນໍ້າ, ລວມມູນຄ່າການກໍ່ສ້າງທັງໝົດ 800 ລ້ານກວ່າກີບ. ໃນນັ້ນ: ທຶນຂອງພະແນກສາທາລະນະສຸກແຂວງ ຈຳນວນ 500 ລ້ານກວ່າກີບ ແລະ ທຶນສົມທົບຈາກມູນນິທິ ເຟຣດ ໂຣໂລ ປະເທດອົດສະຕາລີ ຈຳ ນວນ 250 ລ້ານກີບ.

ໂອກາດນີ້, ທ່ານ ໂພນສະຫວັນ ໄຊຍະແສງ ຫົວໜ້າບໍລິສັດ ຈະເລີນພັດທະນາ ອິນເວັດສເມັນ ຈຳກັດ ກ່າວວ່າ: ນອກຈາກຕຶກປິ່ນປົວ ແລະ ຮັກສາສຸຂະພາບຕາ ທາງບໍລິສັດຍັງໄດ້ຮັບການອະນຸຍາດສຳປະທານ ແລະ ກໍ່ສ້າງຕຶກນອນພິເສດ ຂອງໂຮງໝໍແຂວງຄຳມ່ວນ ເຊິ່ງເປັນອາຄານ 3 ຊັ້ນ, ມີຂະໜາດ 44×15 ແມັດ, ມີ 44 ຫ້ອງນອນ ເຊິ່ງໄດ້ເລີ່ມລົງມືກໍ່ສ້າງໃນປີ 2018.

ມາຮອດປະຈຸບັນການກໍ່ສ້າງປະຕິບັດໄດ້ແລ້ວປະມານ 80% ແລະ ຄາດວ່າຈະໃຫ້ສຳເລັດ ພ້ອມເປີດການນຳໃຊ້ໃນທ້າຍປີ 2020 ດ້ວຍມູນຄ່າການລົງທຶນທັງໝົດ 15 ຕື້ກີບ ເຊິ່ງເປັນການລົງທຶນຂອງບໍລິສັດ 100% ແລະ ມີໄລຍະການສຳປະທານ 50 ປີ.

ທີ່ມາ: Khammouane News