ດ່ານພາສີສາກົນຂົວມິດຕະພາບນໍ້າເຫືອງ ເກັບລາຍຮັບໄດ້ເພີ່ມຂຶ້ນຈາກປີ 11,15%

111

ປີຜ່ານມາ ດ່ານພາສີສາກົນນໍ້າເຫືອງ ແຂວງໄຊຍະບູລີ ສາມາດເກັບລາຍຮັບໄດ້ 342,93 ຕື້ກວ່າກີບ ທຽບໃສ່ແຜນປີ ປະຕິບັດໄດ້ 106,7% ຂະນະດຽວກັນ ຫາກທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 11,15%

ທ່ານ ສົມພິນ ອິນທະວົງ ຫົວໜ້າດ່ານພາສີສາກົນ ຂົວມິດຕະພາບນໍ້າເຫືອງ ແຂວງໄຊຍະບູລີ-ແຂວງເລີຍ ລາຍງານໃຫ້ຮູ້ໃນວັນທີ 15 ມັງກອນ 2020 ວ່າ:  ໝົດປີ 2019 ສາມາດເກັບລາຍຮັບໄດ້ທັງໝົດ 342,93 ຕື້ກວ່າກີບ ເທົ່າກັບ 106,07% ຂອງແຜນການປີ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 11,15%, ທັງນີ້ ກໍ່ຍ້ອນການເອົາໃຈໃສ່ປະຕິບັດໜ້າທີ່ຂອງທຸກພາກສ່ວນ ເຊິ່ງໃນການຈັດຕັ້ງປະຕິບັດຜ່ານມາ ສັງເກດເຫັນການສົ່ງອອກ-ນໍາເຂົ້າສິນຄ້າບາງຊະນິດເພີ່ມຂຶ້ນ ແລະ ອື່ນໆ ເປັນສາເຫດໃຫ້ການເກັບລາຍຮັບໄດ້ລື່ນແຜນການ.

ທັງນີ້ ການເກັບລາຍຮັບຕ່າງໆມີຄື ລາຍຮັບພາກສ່ວນພາສີ 103,80 ຕື້ກວ່າກີບ, ລາຍຮັບພາກສ່ວນອາກອນ 239,13 ຕື້ກວ່າກີບ ແລະ ລາຍຮັບຈາກແຕ່ລະດ່ານປະເພນີ ທີ່ຂຶ້ນກັບ 67,47 ຕື້ກວ່າກີບ. ວິໄຈລວມໝວດສິນຄ້າຕົ້ນຕໍຄື ຄ່າເຊັກພິເສດ 27 ລ້ານກວ່າກີບ ເທົ່າກັບ 14,30% ທຽບໃສ່ໄລຍະດຽວກັນຫລຸດລົງ 85,05%, ນໍ້າມັນເຊື້ອໄຟ 274,34 ຕື້ກວ່າກີບ ເທົ່າກັບ 97,11% ເພີ່ມຂຶ້ນ 1,78%, ພາຫະນະ 946 ລ້ານກວ່າກີບ ເທົ່າກັບ 48,95% ຫລຸດລົງ 48,69%, ຊິ້ນສ່ວນອາໄຫລ່ຕ່າງໆ 265,46 ລ້ານກວ່າກີບ ເທົ່າກັບ 206,43% ເພີ່ມຂຶ້ນ 116,38%

ນອກນີ້ຍັງມີເຄື່ອງກໍ່ສ້າງ 4,58 ຕື້ກວ່າກີບ ເທົ່າກັບ 63,13% ຫລຸດລົງ 33,83%, ອຸປະກອນໃຊ້ດ້ວຍໄຟຟ້າ 1,19 ຕື້ກວ່າກີບ ເພີ່ມຂຶ້ນ 60,59%, ເຄື່ອງອຸປະໂພກ-ບໍລິໂພກ 6,5 ຕື້ກວ່າກີບ ເທົ່າກັບ 121,35% ເພີ່ມຂຶ້ນ 27,15%, ຄ່າທໍານຽມພາຫະນະເຂົ້າ-ອອກ 2,22 ຕື້ກວ່າກີບ ເທົ່າກັບ 73,04% ຫລຸດລົງ 23,45%, ຄ່າທໍານຽມຄົນເຂົ້າ-ອອກ 848 ລ້ານກວ່າກີບ ເທົ່າກັບ 95,95% ເພີ່ມຂຶ້ນ 0,56%, ຄ່າທໍານຽມຄັງແຮນໍ້າມັນເຊື້ອໄຟ 52,42 ຕື້ກວ່າກີບ ເທົ່າກັບ 236,50% ເພີ່ມຂຶ້ນ 147,86% ແລະ ຄ່າປັບໄໝ-ຂາຍເຄື່ອງຮີບ 18 ລ້ານກວ່າກີບ ເທົ່າກັບ 67,58%ຫລຸດລົງ 29,01%.

ພ້ອມດຽວກັນນີ້ ທ່ານ ສົມພິນ ອິນທະວົງ ຍັງໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ການເກັບລາຍຮັບໃນປີ 2020 ນີ້ໃຫ້ບັນລຸແຜນການທີ່ວາງໄວ້ນັ້ນ, ຄະນະດ່ານສາກົນ, ດ່ານປະເພນີ ແລະ ຫົວໜ້າແຕ່ລະໜ່ວຍງານຈະຕ້ອງໄດ້ເອົາໃຈໃສ່ເພີ່ມທະວີຄວາມເປັນເຈົ້າການໃນການຊີ້ນໍາ-ນໍາພາ ປະຕິບັດໜ້າວຽກຮອບດ້ານດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ກວດກາສິນຄ້າ, ພາຫະນະ, ຜູ້ໂດຍສານ ເຂົ້າ-ອອກດ່ານຢ່າງເຂັ້ມງວດ, ສືບຕໍ່ໂຄສະນາເຜີຍແຜ່ລະບຽບກົດໝາຍ, ນິຕິກໍາຕ່າງໆໃຫ້ກັບຜູ້ປະກອບການ ແລະສັງຄົມໃຫ້ເລິກເຊິ່ງກວ່າເກົ່າ.

ຂໍ້ມູນຈາກ: ຂ່າວສານປະເທດລາວ