ເສຍຫາຍກວ່າ 20 ລ້ານ ເຫດໄຟໄໝ້ສວນອ້ອຍປະຊາຊົນ ຢູ່ບ້ານບ້ານນາໃໝ່ ເມືອງສິງ

133

ວັນທີ 14 ມັງກອນ 2020 ທາງເຈົ້າໜ້າກອງຕໍາຫຼວດຈະລາຈອນ-ມອດໄຟ ປກສ ເມືອງສິງ ໄດ້ຮັບແຈ້ງຈາກປະຊາຊົນວ່າ: ໄດ້ເກີດອັກຄີໄພ ໄຟໄໝ້ສວນອ້ອຍຂອງປະຊາຊົນເຂດຢູບ້ານນາໃໝ່ ເມືອງສິງ ແຂວງຫຼວງນໍ້າທາ ໃນເວລາ 14 ໂມງ 00 ນາທີ, ດັ່ງນັ້ນເຈົ້າໜ້າທີ່ຈຶ່ງໄດ້ຮີບຮ້ອນຈັດກຳລັງ ແລະ ລົດດັບເພີງ 2 ຄັນ, ໄປຫາສະຖານທີ່ເກີດເຫດ ໂດຍສົມທົບກັບປະຊາຊົນຊ່ວຍກັນສະກັດກັ້ນມອດໄຟ ເພື່ອບໍ່ໃຫ້ໄຟລຸກລາມໄປບ່ອນອື່ນ ໃຊ້ເວລາ 45 ນາທີ, ຈື່ງສາມາດສະກັດ ແລະ ຄວບຄຸມໄຟໄວ້ໄດ້.

ຜ່ານການສືບສວນໃຫ້ຮູ້ວ່າ: ໄຟໄໝ້ໃນຄັ້ງນີ້ເກີດຈາກ ທ້າວ ແຮ່ໂຊ ອາຍຸ 52 ປີ ປະຊາຊົນ ບ້ານ ປ່າຊາງ ເມືອງສິງ ຈູດກອງຂີ້ເຫຍື້ອຢູ່ສວນຂອງຜູ້ກ່ຽວເອງ ທີ່ຢູ່ແຄມສວນອ້ອຍ, ໃນເວລານັ້ນອາກາດຮ້ອນຫຼາຍ ແລະ ມີລົມພັດແຮງ ເຮັດໃຫ້ໄຟໄໝ້ລາມໄປໃສ່ສວນອ້ອຍຂອງຄົນອື່ນທີ່ຢູ່ອ້ອມຂ້າງ, ເຊິ່ງເຫດການດັ່ງກ່າວເຮັດໃຫ້ເນື້ອທີ່ປູກອ້ອຍເສຍຫາຍທັງໝົດ 5 ເຮັກຕາ, ຄິດເປັນມູນຄ່າ 20.000.000 ກວ່າກີບ.