ຮອດເວລາປ່ຽນໃໝ່! ແຕ່ງຕັ້ງຮັກສາການຫົວໜ້າພະແນກ ອຄ ແຂວງສະຫວັນນະເຂດຄົນໃໝ່

138

ວັນທີ 10 ມັງກອນ 2020 ທີ່ຜ່ານມາ, ທີ່ພະແນກອຸດສາຫະກໍາ ແລະ ການຄ້າ(ອຄ)ແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບໜ້າທີ່ລະຫວ່າງ ທ່ານ ສີທົນ ນັນທະລາດ ຫົວໜ້າພະແນກ ອຄ ແຂວງຄົນເກົ່າ ແລະ ທ່ານ ໂພສີສ້ອຍ ກຸທິລາດ ຮັກສາການຫົວໜ້າພະແນກ ອຄ ຄົນໃໝ່, ໃຫ້ກຽດເຂົ້າຮ່ວມພິທີໂດຍ ທ່ານ ທອງທ່ຽງ ສີດາວົງ ຄະນະປະ ຈຳພັກແຂວງ ຫົວໜ້າ ຄະນະ ຈັດຕັ້ງແຂວງ ພ້ອມດ້ວຍພະນັກງານພາຍໃນພະແນກດັ່ງກ່າວເຂົ້າຮ່ວມ.

ພາຍໃນພິທີໄດ້ມີການຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 231/ຄລສພ, ລົງວັນທີ 21 ພະຈິກ 2019 ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ແລະ ອີງໃສ່ບົດບັນທຶກກອງປະຊຸມຄະນະປະຈຳພັກແຂວງ ເລກທີ 01/ຄປພຂ.ສຂ, ລົງ ວັນທີ 6 ມັງກອນ 2020 ວ່າ ດ້ວຍການຮັບຮອງເອົາການ ຄົ້ນຄວ້າໂຄງປະກອບຫົວໜ້າ ພະແນກການ, ກົມກອງອ້ອມ ຂ້າງແຂວງ.

ພາບປະກອບຂ່າວເທົ່ານັ້ນ

ຫຼັງຈາກນັ້ນ, ທ່ານ ສີທົນ ນັນທະລາດ ຫົວໜ້າ ພະແນກອຸດສາຫະກຳ-ການ ຄ້າແຂວງ (ຜູ້ເກົ່າ) ແລະ ທ່ານ ໂພສີສ້ອຍ ກຸທິລາດ(ຮັກ ສາການຫົວໜ້າພະແນກ ອຸດສາຫະກຳ ແລະການຄ້າ ແຂວງ ຜູ້ໃໝ່) ກໍ່ໄດ້ລົງນາມໃນບົດບັນທຶກມອບ-ຮັບໜ້າທີ່ໃຫ້ ທ່ານ ໂພສີສ້ອຍ ກຸທິລາດເປັນ ຜູ້ສືບຕໍ່ຊີ້ນຳນຳພາໃນຊ່ວງໄລຍະຂັ້ນເທິງຄົ້ນຄວ້າແຕ່ງຕັ້ງ ໃຫ້ສົມບູນ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມດຽວກັນນັ້ນ, ໃນພິທີຍັງໄດ້ປະກາດລາຍຊື່ 3 ທ່ານ ອອກພັກການຮັບອຸດໜູນບຳນານ ຢ່າງເປັນທາງການຄື: ທ່ານ ສີທົນ ນັນທະລາດ ກຳ ອາດີດຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ທ່ານ ສັງ ທອງ ຮັງປອນສະຫວັນ ພະນັກ ງານວິຊາການຂະແໜງການ ຄ້າພາຍໃນ ແລະ ທ່ານອິນປົງ ໂກສານຸວົງ ຮອງຫົວໜ້າຂະແໜງ ອຄ ທີ່ຂຶ້ນກັບພະແນກ ອຄ.

ຂໍ້ມູນຈາກ: ສະຫວັນພັດທະນາຂ່າວ