ມິຕິໃໝ່ແຫ່ງການຝາກເງິນ ໄດ້ປະກັນຊີວິດເງິນຝາກພ້ອມ

130

ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາລົງນາມຮ່ວມກັນເພື່ອສະຫນອງປະກັນຊີວິດເງິນຝາກໃຫ້ກັບລູກຄ້າທີ່ມາຝາກເງິນກັບສະຖາບັນ ໂດຍບໍ່ມີຄ່າໃຊ້ຈ່າຍຫຍັງ.

ພິທີລົງນາມດັ່ງກ່າວ ຈັດຂຶ້ນໃນວັນທີ 16 ມັງກອນ 2020 ທີ່ບໍລິສັດ ອາລິອັນສ໌ ປະກັນໄພລາວ ນະຄອນຫລວງວຽງຈັນ ລົງນາມໂດຍທ່ານ ກີ ອາໂປວີ ຜູ້ອຳນວຍກາຍໃຫຍ່ ບໍລິສັດ ອາລິອັນສ໌ ປະກັນໄພລາວ ແລະ ທ່ານ ສົມພອນ ສີແສງລັດ ຜູ້ອຳນວຍການໃຫຍ່ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ.

ປະກັນຊີວິດເງິນຝາກ ເປັນຜະລິດຕະພັນໃໝ່ທີ່ສ້າງຂຶ້ນເພື່ອເປັນການພັດທະນາການບໍລິການຂອງຂອງສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາໃຫ້ມີຄວາມຫຼາກຫຼາຍ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າຫຼາຍກຸ່ມຄົນ ດັ່ງນັ້ນ, ທັງສອງບໍລິສັດຈຶ່ງຮ່ວມກັນສ້າງຜະລິດຕະພັນນີ້ຂຶ້ນ ທັງນີ້ກໍ່ເພື່ອສະໜອງໃຫ້ແກ່ລູກຄ້າທີ່ມາຝາກເງິນ.

ຄຸນສົມບັດຂອງປະກັນຊີວິດເງິນຝາກ ແມ່ນປະກັນໄພທີ່ໃຫ້ຄວາມຄຸ້ມຄອງ ແລະ ທົດແທນຄືນໃນກໍລະນີຜູ້ເອົາປະກັນໄພເສຍຊີວິດຈາກການເຈັບປ່ວຍ ຫລື ເສຍຊີວິດຈາກອຸບັດເຫດ. ສັນຍາປະກັນຊີວິດເງິນຝາກນີ້ ແມ່ນຈະຖືກຄັດຕິດເຂົ້າກັບທຸກບັນຊີເງິນຝາກທີ່ມີກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ, ເຊິ່ງຜະລິດຕະພັນນີ້ ຖືເປັນອີກຫນຶ່ງຜົນປະໂຫຍດທີ່ທາງສະຖາບັນໄດ້ມອບໃຫ້ກັບລູກຄ້າໂດຍບໍ່ມີຄ່າໃຊ້ຈ່າຍຫຍັງ.