ລາວໂຕໂຢຕ້າ ເອັຟຊີ ໄດ້ສິດຢືນຮອບ 8 ທີມລາຍການອຸ່ນເຄື່ອງລະດັບນາໆຊາດ ທີ່ປະເທດໄທ

81

ລາວໂຕໂຢຕ້າ ເອັຟຊີ ແຊັມເປບຊີ ລາວພຣີເມຍລີກ 2019 ກຽມລົງແຂ່ງຂັນລາຍການອຸ່ນເຄື່ອງທີ່ມີຄຸນນະພາບໃນລາຍການ LEO PRE-SEASON CUP 2020, ເຊິ່ງລາຍການນີ້ ລາວໂຕໂຢຕ້າ ເອັຟຊີ ໄດ້ສິດຢືນໃນຮອບ 8 ທີມສຸດທ້າຍມີໂອກາດພົບກັບ ລໍຖ້າພົບທີມຊັ້ນນໍາຂອງປະເທດໄທ ໃນວັນທີ 26 ມັງກອນ 2020.

ລາຍການດັ່ງກ່າວ ທີ່ຈະເປີດສາກຂຶ້ນໃນວັນທີ 18 ມັງກອນ 2020 ໄປຈົນເຖິງ 1 ກຸມພາ 2020 ໂດຍມີ 16 ສະໂມສອນຊັ້ນນໍາ ຈາກ 5 ປະເທດເຂົ້າຮ່ວມປະກອບດ້ວຍ

  • ທີມຈາກປະເທດໄທນໍາໂດຍ ສິງ ຊຽງຣາຍ ຢູໄນເຕັດ ແຊັມໄທລີກ 1 ( ລີກສູງສຸດຂອງປະເທດໄທ ), ບີຈີ ປະທຸມ ຢູໄນເຕັດ ແຊັມໄທລີກ 2, ການທ່າເຮືອ ເອັຟຊີ ແຊັມເອເອັຟ ຄັບ ປະເທດໄທ ແລະ ປຣະຈວບ ເອັຟຊີ ແຊັມລີກຄັບ ລວມເຖິງສະໂມສອນຊັ້ນນໍາຂອງປະເທດໄທ ນໍາໂດຍ ເອັສຊີຈີ ເມືອງທອງ ຢູໄນເຕັດ, ນະຄອນຣາດຊະສີມາ ມາສດ້າ ເອັຟຊີ, ໄຊນາກ ຮອນບິລ ເອັຟຊີ, ຊຽງໃໝ່ ເອັຟຊີ, ຣະຢອງ ເອັຟຊີ, ອຸດອນທານີ ເອັຟຊີ, ຂອນແກ່ນ ເອັຟຊີ ແລະ ໜອງບົວ ພິຊົນ ເອັຟຊີ.

  • ສ່ວນສະໂມສອນມາຈາກປະເທດອື່ນໆປະກອບມີ: ເຊເຣໂຊ ໂອຊາກ້າ ເອັຟຊີ ທີຈາກຍີ່ປຸ່ນ, ແທມປະເນສ ໂຣເວີ ເອັຟຊີ ທີມຈາກສິງກະໂປ, ລາວໂຕໂຢຕ້າ ເອັຟຊີ ແຊັມເປບຊີ ລາວພຣີເມຍລີກ 2019 ແລະ ພະນົມເປັນ ຄຣາວ ເອັຟຊີ ທີມຈາກກໍາປູເຈຍ.

ຂະນະທີ່ ຣະຢອງ ເອັຟຊີ ຈະລົງສະໜາມນັດທໍາອິດພົບກັບ ຣະຢອງ ເອັຟຊີ ຈະພົບກັບ ພີທີ ປຣະຈວບ ເອັຟຊີ 2 ທີມໃນໄທລີກ 1 ໃນຮອບທີ 1 ວັນທີ 19 ມັງກອນ 2020 ເພື່ອຫາທີມຊະນະໄປພົບກັບ ບີຈີ ປະທຸມ ຢູໄນເຕັດ ແຊັມໄທລີກ 2 ໃນວັນທີ 23 ມັງກອນ 2020 ແລະ ທີມຊະນະຈະໄດ້ຜ່ານເຂົ້າຮອບ 8 ທີມສຸດທ້າຍພົບກັບ ລາວໂຕຢຕ້າ ເອັຟຊີ ໃນວັນທີ 26 ມັງກອນ 2020.

(ຄໍາສອນ; ຮູບຈາກ: LAO Toyota F.C. )