ການຄ້າມະນຸດຕ້ອງໝົດໄປ ຫຼັງເປີດໂຄງການຊ່ວຍເຫຼືອຢ່າງຈິງຈັງ

162

ກະຊວງແຮງງານ ແລະ ສະຫວັດດີການສັງຄົມຮ່ວມກັບລັດຖະບານສະຫະລັດອາເມຣິກາ ໄດ້ສ້າງຕັ້ງໂຄງການຫຼຸດຜ່ອນ ຄວາມສ່ຽງຈາກການຄ້າມະນຸດ ( Laos CTIP Program ) ຂຶ້ນຢ່າງເປັນທາງການ.

ພາບປະກອບຂ່າວເທົ່ານັ້ນ

ວັນທີ 13 ມັງກອນ 2020 ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວຂຶ້ນລະຫວ່າງ ທ່ານ ວິລະພົງ ໄຊສົມຫວັງ ຕາງໜ້າໃຫ້ກັບກອງເລຂາຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ, ທັງເປັນຫົວໜ້າກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ໄດ້ຮ່ວມກັບ ທ່ານ ນາງ ຊູກຽດ ປັນຍານຸວົງ ຫົວໜ້າໂຄງການຕ້ານການຄ້າມະນຸດ ( CTIP program ) ທີ່ໄດ້ຮັບທຶນຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ ( USAID ) ໂດຍມີ ທ່ານ ນາງ ໃບຄຳ ຄັດຕິຍະ ຮອງລັດຖະມົນຕີກະຊວງແຮງງງານ ແລະ ສະຫວັດດີການສັງຄົມ ແລະ ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.

ໂຄງການດັ່ງກ່າວມີມູນຄ່າ 2,3 ລ້ານໂດລາສະຫະລັດ ທີ່ໄດ້ຮັບທຶນສະໜັບສະໜູນຈາກອົງການພັດທະນາສາກົນຂອງປະເທດສະຫະລັດອາເມຣິກາ ( USAID ) ເຊິ່ງຈະຈັດຕັ້ງປະຕິບັດຮ່ວມກັນລະຫວ່າງ ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການວິນຣອກສາກົນ ປະຈໍາ ສປປ ລາວ.

ທ່ານ ນາງ ບິດເຕີ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳ ສປປ ລາວ ກ່າວວ່າ: ໂຄງການຫຼຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ ( The Laos CTIP program ) ຈະສະໜັບສະໜູນລັດຖະບານ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍການເສີມສ້າງຄວາມເຂັ້ມແຂງໃຫ້ພະນັກງານລັດ, ຜູ້ບັງຄັບໃຊ້ກົດໝາຍ, ອໍານາດການປົກຄອງທ້ອງຖິ່ນ, ໃນການປະຕິບັດໜ້າທີ່ສະກັດກັ້ນ ແລະ ຕ້ານທຸກຮູບແບບຂອງການຄ້າມະນຸດ, ຫຼຸດຜ່ອນຄວາມສ່ຽງຂອງແມ່ຍິງ, ເດັກນ້ອຍ ແລະ ກຸ່ມຄົນຜູ້ດ້ອຍໂອກາດຈາກການຄ້າມະນຸດ ແລະ ເພີ່ມທະວີການຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ໃຫ້ສາມາດເຂົ້າເຖິງການບໍລິການຕ່າງໆ ລວມທັງໂອກາດທາງດ້ານເສດຖະກິດ, ການສ້າງອາຊີບ ແລະ ວຽກເຮັດງານທຳໃຫ້ກັບກຸ່ມເປົ້າໝາຍຢູ່ໃນນະຄອນຫຼວງວຽງຈັນ, ແຂວງສະຫວັນນະເຂດ, ຈຳປາສັກ ແລະ ສາລະວັນ.

ພາບປະກອບຂ່າວເທົ່ານັ້ນ

ນອກຈາກວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດແລ້ວ ສະຫະລັດອາເມຣິກາ ຍັງມີໂຄງການຮ່ວມມືກັບລັດຖະບານ ສປປ ລາວ ໃນຫຼາຍດ້ານ ເຊັ່ນ: ປັບປຸງຄຸນນະພາບຂອງການສຶກສາ, ສົ່ງເສີມສຸຂະພາບ ແລະ ໂພຊະນາການ, ການຂຸດຄົ້ນທໍາລາຍລະເບີດທີ່ຍັງບໍ່ທັນແຕກທີ່ເປັນສິ່ງກີດຂວາງການພັດທະນາ, ອຳນວຍຄວາມສະດວກດ້ານການຄ້າ, ການລົງທຶນ ແລະ ເພີ່ມທະວີການຄຸ້ມຄອງລັດດ້ວຍກົດໝາຍ.