ຄວາມຕ່າງລະຫວ່າງການຂາຍເພື່ອກໍາໄລ ກັບການຂາຍເພື່ອໂອກາດທຸລະກິດ

239

ຜູ້ນຳອົງກອນ ຫຼື ເຈົ້າຂອງທຸລະກິດ ມັກຈະມີວິໄສທັດໃນການເຮັດວຽກທີ່ແຕກຕ່າງຈາກພະນັກງານທົ່ວໄປ ແລະ ເຂົາເຈົ້າເຫຼົ່ານັ້ນສ່ວນໃຫຍ່ຈະເປັນບຸກຄົນທີ່ປະສົບຜົນສໍາເລັດ ເນື່ອງຈາກມີຄວາມຮູ້ – ຄວາມສາມາດທີ່ຫຼາກຫຼາຍ ເຊິ່ງສາມາດເອົາຊະນະຄູ່ແຂ່ງໄດ້ໃນທຸກສະຖານະການເຖິງວ່າສະພາບເສດຖະກິດຈະດີ ຫຼື ບໍ່ດີກໍຕາມ ໂດຍສະເພາະແມ່ນປະເພດທຸລະກິດການຄ້າ ແລະ ບໍລິການທີ່ມີການແກ່ງແຍ່ງແຂ່ງຂັນກັນສູງດັ່ງທີ່ເຮົາເຄີຍເຫັນຜ່ານມາ.

ຄຽງຄູ່ກັນນັ້ນ, ນອກຈາກ ຄວາມຮູ້ໃນການບໍລິຫານແລ້ວກໍຕ້ອງມີກິດຈະກຳສົ່ງເສີມການຂາຍໃນລັກສະນະທີ່ແຕກຕ່າງອີກດ້ວຍ ເພາະຫາກໃຊ້ວິທີເກົ່າ ຫຼື ການບໍລິຫານແບບເກົ່າຮັບຮອງວ່າເຮົາອາດຈະບໍ່ທັນຍຸກ ຫຼື ອາດຈະໄດ້ແຕ່ພຽງເປັນຜູ້ຕາມຫຼັງຕະຫຼອດ ແລ້ວໂອກາດທີ່ຈະເຕີບໂຕນັ້ນກໍຍິ່ງມີໜ້ອຍ. ດັ່ງນັ້ນ, ໃນວັນນີ້ເຮົາມີເຄັດລັບດີໆມາຝາກໃຫ້ກັບຜູ້ອ່ານກໍຄືຜູ້ທີ່ເຮັດທຸລະກິດທີ່ກຳລັງຊອກຫາຊ່ອງວ່າງຂອງ ຄວາມແຕກຕ່າງ ແລ້ວສາມາດນຳໄປໃຊ້ໃຫ້ເກີດປະໂຫຍດກັບຕົນດ້ວຍວິທີການຕ່າງໆ.

ທ່ານ ດູ່ ເພັດພູທອນ ຜູ້ຈັດການສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ ເມືອງນາກາຍ ແຂວງຄຳມ່ວນ ໄດ້ໃຫ້ທັດສະກ່ຽວກັບຫົວຂໍ້ “ ການຂາຍເພື່ອກໍາໄລ ກັບ ການຂາຍເພື່ອໂອກາດທຸລະກິດ ” ວ່າ: ຄວາມແຕກຕ່າງຂອງສິນຄ້າທີ່ຜູ້ປະກອບການຈະຕ້ອງເຂົ້າໃຈ ກໍຄື: ພຶດຕິກໍາການບໍລິໂພກຂອງລູກຄ້າໃນປັດຈຸບັນ ເພາະສ່ວນໃຫຍ່ບໍ່ຕ້ອງການສິນຄ້າແບບເກົ່າ, ແຕ່ມັກໃຫ້ ຄວາມສົນໃຈກັບສິ່ງທີ່ແປກໃໝ່ຢູ່ສະເໝີ ນີ້ຄືເຫດຜົນໜຶ່ງທີ່ຢັ້ງຢືນວ່າ: ຜູ້ປະກອບການຈະຕ້ອງຄັດສັນເອົາສິ່ງໃໝ່ໆມາໃຫ້ລູກຄ້າຂອງຕົນຢ່າງຕໍ່ເນື່ອງ ເຊິ່ງຄວາມແຕກຕ່າງກັນນັ້ນຈະມີວິທີການສັງເກດ ລຸ່ມນີ້:

ຄວາມແຕກຕ່າງດ້ານຄຸນນະພາບ: ເຖິງວ່າຈະມີສິນຄ້າ ແລະ ການບໍລິການປະເພດດຽວກັນເກີດຂຶ້ນຫຼາຍຢ່າງກໍຕາມ ແຕ່ຜູ້ທີ່ຈະຢູ່ໄດ້ກໍຕ້ອງເປັນສິນຄ້າຄຸນນະພາບດີ ແລະ ສາມາດພິສູດໄດ້ວ່າ: ຄຸນນະພາບທີ່ດີນັ້ນຂຶ້ນກັບຄວາມພໍໃຈຂອງຜູ້ຊື້ກໍຄືລູກຄ້າອີກ ເຊັ່ນ: ສິນຄ້າປະເພດອາຫານທີ່ຜະລິດຈາກວັດຖຸດິບສະອາດ ແລະ ມີປະໂຫຍດຕໍ່ສຸຂະພາບນັ້ນ, ຜູ້ຜະລິດຈະຕ້ອງເຮັດໃຫ້ລູກຄ້າຮັບຮູ້ໄດ້ວ່າພາຍໃຕ້ຄຸນນະພາບທີ່ແຕກຕ່າງນັ້ນ ລົດຊາດຈະຕ້ອງໂດດເດັ່ນຈາກຄູ່ແຂ່ງຢ່າງຊັດເຈນ. ເວົ້າງ່າຍໆຄືເຮັດແນວໃດຈຶ່ງຈະເຮັດໃຫ້ລູກຄ້າຮູ້ສຶກພິເສດເຖິງຄວາມແຕກຕ່າງ ແລະ ນີ້ຄືໂຈດຂອງຜູ້ປະກອບການຈະຕ້ອງເຮັດວຽກບ້ານມາເປັນຢ່າງດີ ກ່ອນຈະນຳສິນຄ້າອອກມາຈໍາໜ່າຍ.

ຄວາມແຕກຕ່າງດ້ານລາຄາ: ສິນຄ້າສ່ວນໃຫຍ່ທີ່ຂາຍຕາມທ້ອງຕະຫຼາດມັກຈະມີລາຄາໃກ້ຄຽງກັນ, ບາງປະເພດມີລາຄາຂາຍເທົ່າກັນ ຫຼື ລາຄາຕ່ຳກວ່າຄູ່ແຂ່ງ ເພື່ອເປັນການດຶງດູດຄວາມສົນໃຈຂອງລູກຄ້າ. ເຖິງຢ່າງໃດກໍຕາມ, ສິນຄ້າລາຄາຖືກກໍບໍ່ໄດ້ໝາຍ ຄວາມວ່າຈະຂາຍດີກວ່າຄູ່ແຂ່ງສະເໝີໄປ ເນື່ອງຈາກຍັງມີລູກຄ້າທີ່ບໍ່ໄດ້ນຳເອົາເຫດຜົນດ້ານລາຄາມາເປັນປັດໄຈຫຼັກໃນການຕັດສິນໃຈຊື້. ທັງນີ້, ຫາກບໍ່ໄດ້ມີການສ້າງ ຄວາມແຕກຕ່າງດ້ານອື່ນໆຄວບຄູ່ກັນໄປດ້ວຍ ເຊັ່ນ: ຄຸນນະພາບ, ການບໍລິການ ຫຼື ພາບຫຼັກທີ່ດີອື່ນໆ ແລ້ວຈະບໍ່ເຮັດໃຫ້ສິນຄ້ານັ້ນຂາຍດີແນ່ນອນ.

ຄວາມແຕກຕ່າງດ້ານການບໍລິການ: ທຸລະກິດບາງປະເພດມີຕົ້ນທຶນໜ້ອຍກວ່າ ແຕ່ສາມາດສ້າງຄວາມປະທັບໃຈໃຫ້ກັບລູກຄ້າໄດ້ຫຼາຍກວ່າ ເນື່ອງຈາກມີບໍລິການທີ່ໜ້າປະທັບໃຈ ເຊັ່ນ: ຄວາມວ່ອງໄວໃນການບໍລິການ, ການເຮັດວຽກແບບມືອາຊີບ, ພະນັກງານມີມະນຸດສໍາພັນດີ, ສະຖານທີ່ບໍລິການສະອາດ ຫຼື ໄດ້ຮັບການອໍານວຍຄວາມສະດວກດ້ານອື່ນໆ ຈົນເຮັດໃຫ້ຜູ້ຊື້ຮູ້ສຶກປະທັບໃຈທຸກຄັ້ງທີ່ເຂົ້າມາໃຊ້ບໍລິການ ເພາະສິ່ງເຫຼົ່ານີ້ສາມາດບົ່ງບອກໄດ້ເຖິງຕົວຕົນຂອງສິນຄ້າປະເພດນັ້ນໆຢ່າງຊັດເຈນ ໂດຍບໍ່ຈໍາເປັນຕ້ອງຂຽນເປັນຕົວໜັງສືຕິດໄວ້ກໍຕາມ ນີ້ຄືຄວາມແຕກຕ່າງທາງດ້ານການບໍລິການຂອງຜູ້ຂາຍສິນຄ້າ.

ນອກຈາກເນື້ອໃນທີ່ກ່າວມາຂ້າງເທິງນີ້ແລ້ວ ຍັງມີ ຄວາມແຕກຕ່າງດ້ານອື່ນໆອີກຫຼາຍຢ່າງທີ່ຈະຊ່ວຍໃຫ້ທຸລະກິດຂອງທ່ານມີຄວາມໂດດເດັ່ນ, ສະດຸດຕາ ແລະ ມີໂອກາດຂາຍໄດ້ດີກວ່າຄົນອື່ນ .