ແຂວງອຸດົມໄຊ ເກັບລາຍຮັບໄດ້ເກີນແຜນ

258

ແຂວງອຸດົມໄຊ ໄດ້ຮັບຕົວເລກມອບໝາຍໃນການຈັດເກັບລາຍຮັບຢູ່ທີ່ 129,79 ຕື້ກີບ ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຈັດເກັບລາຍຮັບໄດ້ລື່ນແຜນ 10,80%.

ທ່ານ ສຸລິຍາ ສຸພິທັກ ຫົວໜ້າພະແນກການເງິນແຂວງອຸດົມໄຊ ທີ່ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານພັກແຂວງເປີດກວ້າງ ຄັ້ງທີ 12 ສະໄໝທີ VIII ໃນວັນທີ 15 ມັງກອນ ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ເຖິງແມ່ນວ່າແຂວງອຸດົມໄຊ ໄດ້ປະສົບພົບພໍ້ຫຼາຍບັນຫາທີ່ເປັນຜົນກະທົບຕໍ່ກັບການພັດທະນາເສດຖະກິດ – ສັງຄົມກໍຕາມ ໂດຍສະເພາະໄພທຳມະຊາດ ( ໄພແລ້ງ ), ພະຍາດໝູລະບາດ ແລະ ສັດປີກ, ສັດຕູພືດທຳລາຍຜົນລະປູກ ແລະ ອື່ນໆທີ່ເກີດຂຶ້ນ, ແຕ່ຍ້ອນຄວາມເອົາໃຈໃສ່ຂອງຄະນະພັກ ຄະນະນຳຂອງແຂວງ, ການຮ່ວມມືຈາກທຸກພາກສ່ວນ, ຄວາມບຸກບືນຂອງພະນັກງານ – ລັດຖະກອນຂະແໜງການເງິນ ຈຶ່ງເຮັດໃຫ້ການຈັດເກັບລາຍຮັບໄດ້ເກີນແຜນ 10,80% ເຊິ່ງສາມາດປະກອບສ່ວນໃຫ້ແກ່ການເຕີບໂຕທາງດ້ານເສດຖະກິດບັນລຸໄດ້ 3,61% ຕາມມະຕິ 8 ຂອງແຂວງກຳນົດໄວ້.

ໃນນັ້ນ, ແຜນງົບປະມານແຫ່ງລັດຂອງແຂວງອຸດົມໄຊ ທີ່ສະພາປະຊາຊົນແຂວງຮັບຮອງມີແຜນລາຍຮັບທັງໝົດ 129,79 ຕື້ກີບ. ແຜນລາຍຈ່າຍ 435,62 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດ 1 ປີຜ່ານມາ ສາມາດປະຕິບັດລາຍຮັບໄດ້ທັງໝົດ 143,82 ຕື້ກີບ ທຽບໃສ່ແຜນການປະຕິບັດໄດ້ 110,80%. ໃນນີ້, ລາຍຮັບສູນກາງ ປະຕິບັດໄດ້ 21,56 ຕື້ກີບ ແລະ ລາຍຮັບທ້ອງຖິ່ນ ປະຕິບັດໄດ້ທັງໝົດ 122,25 ຕື້ກີບ.

ດ້ານລາຍຈ່າຍ ປະຕິບັດໄດ້ທັງໝົດ 420,15 ຕື້ກີບ ບັນດາລາຍຈ່າຍແມ່ນສາມາດສະສາງ ແລະ ເບີກຈ່າຍສຳເລັດກ່ອນວັນທີ 31 ທັນວາ 2019 ຕາມການປະກອບເອກະສານຂໍເບີກຈ່າຍຕົວຈິງຂອງບັນດາຫົວໜ່ວຍງົບປະມານການເບີກຈ່າຍຂອງແຂວງ ແລະ 7 ເມືອງ ໂດຍສະເພາະລາຍຈ່າຍເງິນເດືອນ, ເງິນອຸດໜູນໃຫ້ພະນັກງານ – ລັດຖະກອນ, ທະຫານ, ຕຳຫຼວດ ແລະ ພະນັກງານທັນຕາມກຳນົດເວລາ.

ທ່ານຍັງໃຫ້ຮູ້ອີກວ່າ: ສຳລັບລາຍຮັບເມື່ອທຽບກັບຄວາມຮຽກຮ້ອງຕ້ອງການຂອງລາຍຈ່າຍ ເຫັນວ່າຍັງມີຄວາມຫຍຸ້ງຍາກລະດັບການຂາດດຸນລະ ຫວ່າງລາຍຮັບ ກັບ ລາຍຈ່າຍຍັງສູງເຖິງ 71% ສາມາດກຸ້ມຕົນເອງໄດ້ພຽງແຕ່ 29% ທຽບໃສ່ປີຜ່ານມາອັດຕາການຂາດດຸນຫຼຸດລົງ 1,3 %.