ສປນວ ກຽມເປີດກອງປະຊຸມສະໄໝສາມັນ ເທື່ອທີ 8

143

ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສປນວ ຊຸດທີ I ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ 20 – 24 ມັງກອນ 2020 ເພື່ອພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆ ແລະ ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນຈາກອົງການປົກຄອງ ນະຄອນຫຼວງວຽງຈັນ. ພ້ອມນັ້ນ, ຍັງຈະໄດ້ພິຈາລະນາການສັບຊ້ອນ ແລະ ແຕ່ງຕັ້ງບຸກຄະລາກອນບາງຕຳແໜ່ງ.

ພາບປະກອບຂ່າວເທົ່ານັ້ນ

ໃນວັນທີ 15 ມັງກອນ 2020 ທີ່ສໍານັກງານຫ້ອງວ່າການນະຄອນຫຼວງວຽງຈັນ, ທ່ານ ສາລະພິດ ສູນວໍລະວົງ ຄະນະປະຈຳ, ເລຂາທິການສະພາປະຊາຊົນ ນະຄອນຫຼວງວຽງຈັນ ( ສປນວ ) ໄດ້ຖະແຫຼງຂ່າວກ່ຽວກັບການກະກຽມ ແລະ ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະ ຊາຊົນນະຄອນຫຼວງວຽງຈັນ ( ສປນວ ) ຊຸດທີ I ໃຫ້ຮູ້ວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສປນວ ຊຸດທີ I ຄັ້ງນີ້ ແມ່ນຈະໄດ້ດຳເນີນຂຶ້ນໃນລະຫວ່າງວັນທີ 20 – 24 ມັງກອນ 2020 ( ເປັນເວລາ 5 ວັນລັດຖະການ ) ທີ່ຫ້ອງປະຊຸມສໍານັກງານອົງການປົກຄອງນະຄອນຫຼວງວຽງຈັນ ເພື່ອພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆຂອງນະຄອນຫຼວງວຽງຈັນ ຄື

ພາບປະກອບຂ່າວເທົ່ານັ້ນ

ພິຈາລະນາ ແລະ ຮັບຮອງເອົາຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ແລະ ແຜນງົບປະມານ ປີ 2019 ແລະ ທິດທາງແຜນການ ປີ 2020 ຂອງນະຄອນຫຼວງວຽງຈັນ; ພິຈາລະນາ ແລະ ຮັບຮອງກ່ຽວກັບການສະຫຼຸບຂາດຕົວການເຄື່ອນໄຫວວຽກງານຂອງອົງການກວດສອບປະຈຳພາກກາງ ປະຈຳປີ 2019, ທິດທາງແຜນການເຄື່ອນໄຫວ ປີ 2020 ແລະ ຜົນການສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2018 ຂອງນະຄອນຫຼວງວຽງຈັນ.

ພາບປະກອບຂ່າວເທົ່ານັ້ນ

ພິຈາລະນາ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2020 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນ ນວ.

ພິຈາລະນາ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2019 ແລະ ທິດທາງແຜນການເຄື່ອນໄຫວວຽກງານ ປະຈຳປີ 2020 ຂອງສະພາປະຊາຊົນ ນວ.

ພາບປະກອບຂ່າວເທົ່ານັ້ນ

ຮັບຟັງການຊີ້ແຈງການຈັດຕັ້ງປະຕິບັດຄຳຕັດສິນຂອງສານ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020.

ຮັບຟັງການລາຍງານ ແລະ ຊີ້ແຈງ ກ່ຽວກັບຜົນການດຳເນີນຄະດີຂອງອົງການສືບສວນ – ສອບສວນຂອງເຈົ້າໜ້າທີ່ຕຳຫຼວດ ແລະ ວຽກງານຄ້າຍຄຸມຂັງດັດສ້າງ ປະຈຳປີ 2019 ແລະ ທິດທາງແຜນການ ປີ 2020.

ພິຈາລະນາວຽກງານການປະເມີນຜົນການປະຕິບັດໜ້າທີ່ຂອງບຸກຄະລາກອນທີ່ດຳລົງຕຳແໜ່ງທີ່ສະພາປະຊາຊົນ ນວ ຊຸດທີ I ເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົານິຕິກໍາ ຈຳນວນ 4 ສະບັບ ຂອງນະຄອນຫຼວງວຽງຈັນ ພ້ອມທັງພິຈາລະນາການສັບຊ້ອນ ແລະ ແຕ່ງຕັ້ງບຸກຄະລາກອນບາງຕຳແໜ່ງຂອງອົງການປົກຄອງນະຄອນຫຼວງວຽງຈັນ ຕື່ມອີກ. ນອກຈາກນັ້ນ, ກອງປະຊຸມຈະໄດ້ຮັບຟັງການຊີ້ແຈງບາງບັນຫາພົ້ນເດັ່ນຈາກອົງການປົກຄອງນະຄອນຫຼວງວຽງຈັນ ອີກຈຳນວນໜຶ່ງ.

ດັ່ງນັ້ນ, ຈຶ່ງຂໍເຊີນຊວນບັນດາອົງການຈັດຕັ້ງພັກ – ລັດ, ອົງການຈັດຕັ້ງສັງຄົມທຸກພາກສ່ວນ, ພະນັກງານ, ທະຫານ, ຕຳຫຼວດ, ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃນທົ່ວປະເທດ ໂດຍສະເພາະຊາວນະຄອນຫຼວງວຽງຈັນ ຈົ່ງໃຫ້ການຕິດຕາມຂ່າວສານທາງໂທລະພາບ, ວິທະຍຸກະຈາຍສຽງ, ສື່ສິ່ງພິມຕ່າງໆ ແລະ ສາມາດມີຄໍາເຫັນ ຫຼື ຄຳສະເໜີຜ່ານທາງໂທລະສັບສາຍດ່ວນ ໝາຍເລກ 1156 ( ໝາຍເລກໂທລະສັບ 021 260 242 ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ.