ບໍລິສັດ ຈີດີພີເຄ ມາຍນິ້ງ ສຶກສາຄວາມເປັນໄປໄດ້ໃນການລົງທຶນບົວລະບັດຮັກສາຕົ້ນແປກແຂວງໄຊຍະບູລີ

96

ໃນວັນທີ 14 ມັງກອນ 2020 ນີ້ ທີ່ພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ໂຄງການສຶກສາ ແລະ ສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນບົວລະບັດຮັກສາສົ່ງເສີມປະຊາຊົນປູກຕົ້ນໄມ້ແປກໃນເຂດເນື້ອທີ່ດິນປ່າຊຸດໂຊມ, ປ່າປອກໂລ້ນຢູ່ແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເຈົ້າແຂວງໄຊຍະບູລີ, ມີຫົວໜ້າພະແນກການ, ເຈົ້າເມືອງທີ່ກ່ຽວຂ້ອງ ພ້ອມດ້ວຍວິຊາການທັງສອງຝ່າຍເຂົ້າຮ່ວມ.

ພາບປະກອບຂ່າວ

ໃນໂຄງການນີ້ແຂວງໄຊຍະບູລີມີ ຄວາມປາຖະໜາໃນການພັດທະນາເສດຖະກິດ – ສັງຄົມ ປັດຈຸບັນເຫັນວ່າແຂວງໄຊຍະບູລີມີໂອກາດ ແລະ ທ່າແຮງທີ່ດີ, ທາງກຸ່ມບໍລິສັດມີຕະຫຼາດຮອງຮັບຜະລິດຕະພັນຈາກຢາງແປກທີ່ໝັ້ນຄົງ ເພື່ອຍົກລະດັບກຳລັງການຜະລິດ, ຫັນປ່ຽນຈາກການຜະລິດແບບເກົ່າຄອງເດີມ ຫັນໄປແບບທັນສະໄໝດ້ວຍເຕັກໂນໂລຊີທີ່ກ້າວໜ້າ ເປັນລະບົບອຸດສາຫະກໍາຜະລິດໄດ້ປະລິມານ ແລະ ຄຸນນະພາບສ້າງມູນຄ່າເພີ່ມສູງຂຶ້ນ. ອີກຢ່າງໜຶ່ງກໍເປັນການສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວດີຂຶ້ນເທື່ອລະກ້າວ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ .

ພາບປະກອບຂ່າວ

ຂອບເຂດເນື້ອທີ່ໂຄງການສຶກສາສໍາຫຼວດຕົ້ນແປກຢູ່ແຂວງໄຊຍະບູລີ ແມ່ນກວມເອົາ 5 ເມືອງ ຄື: ເມືອງຄອບ, ເມືອງຫົງສາ, ເມືອງໄຊຍະບູລີ, ເມືອງໄຊສະຖານ ແລະ ເມືອງທົ່ງມີໄຊ ເຊິ່ງຈະເລີ່ມລົງສໍາຫຼວດແຕ່ເດືອນມັງກອນ ຫາ ເດືອນທັນວາປີ 2020 ກໍານົດ 1 ປີ ໂດຍຈະເລັ່ງໃສ່ເກັບກໍາຂໍ້ມູນເນື້ອທີ່, ຈໍານວນຕົ້ນໄມ້ແປກ, ເນື້ອທີ່ປ່າຊຸດໂຊມ ແລະ ປ່າປອກໂລ້ນ, ຄວາມຄ້ອຍຊັນ, ແຫຼ່ງນໍ້າ ແລະ ຂໍ້ມູນອື່ນໆ.

ສຶກສາ ແລະ ເກັບກໍາຂໍ້ມູນບ້ານເປົ້າໝາຍແຮງງານທີ່ຈະເຂົ້າຮ່ວມໂຄງການ, ເຕັກນິກການບົວລະບັດຮັກສາ, ເຕັກນິກການປາດ ແລະ ຕັດຕົ້ນໄມ້ແປກ, ເຕັກນິກການປູກ, ຮູບແບບການເກັບຊື້, ລາຄາຊື້ນໍ້າມັນໄມ້ແປກທໍາມະຊາດ, ຕົ້ນໄມ້ແປກທີ່ປະຊາຊົນປູກໄວ້ກ່ອນແລ້ວ ແລະ ໄມ້ແປກທີ່ສົ່ງເສີມໃຫ້ປະຊາຊົນປູກ ຫຼື ປະຊາຊົນລົງທຶນປູກເອງ, ສ້າງບົດວິພາກເສດຖະກິດ – ເຕັກນິກ ( FS ), ບົດປະເມີນຜົນຕໍ່ສັງຄົມ ( SIA ), ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ( EIA ), ແຜນຄຸ້ມຄອງ ແລະ ຕິດຕາມກວດກາດ້ານສິ່ງແວດລ້ອມ ( EMMP ) ແລະ ແຜນຄຸ້ມຄອງຕິດຕາມກວດກາດ້ານສັງຄົມ ( SMMP ) ຂອງໂຄງການໂດຍສອດຄ່ອງກັບມາດຕະຖານສາກົນ ແລະ ກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ ກໍານົດໄວ້.

ຈາກນັ້ນ, ຕາງໜ້າອົງການປົກຄອງແຂວງໄຊຍະບູລີ ທ່ານ ນາງ ຄໍາມີ ຈັນທິບ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ກັບ ທ່ານ ນາງ ສຸກສະຫວັນ ສຸລິໃຈ ໃນນາມຜູ້ຈັດການ ບໍລິສັດ ຈີດີພີເຄ ມາຍນິ້ງ ຈໍາກັດຜູ້ດຽວ ໄດ້ຮ່ວມກັນເຊັນບົດບັນທຶກ ຄວາມເຂົ້າໃຈໂຄງການສຶກສາ ແລະ ສໍາຫຼວດຄວາມເປັນໄປໄດ້ໃນການລົງທຶນບົວລະບັດຮັກສາ ແລະ ສົ່ງເສີມປະຊາຊົນປູກຕົ້ນແປກໃນ 5 ເມືອງ ຂອງແຂວງໄຊຍະບູລີຢ່າງເປັນທາງການ.