ທົ່ວປະເທດມີໂຮງແຮມ 600 ກວ່າແຫ່ງ

356

ປັດຈຸບັນທົ່ວປະເທດມີໂຮງແຮມ 600 ກວ່າແຫ່ງ, ຣີສອດ 100 ກວ່າແຫ່ງ, ເຮືອນພັກ 2 ພັນກວ່າແຫ່ງ, ຮ້ານອາຫານມີທັງໝົດ 2 ພັນກວ່າແຫ່ງ;ດ້ານປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວຊີ້ ຈະຕ້ອງຍົກລະດັບໂຮງແຮມລະດັບ 5 ດາວໃຫ້ຫຼາຍຂຶ້ນຕື່ມ.

ອີງຕາມບົດລາຍງານຂອງຂະແໜງການຄຸ້ມຄອງໂຮງແຮມ ແລະ ຮ້ານອາຫານກົມຄຸ້ມຄອງການທ່ອງທ່ຽວ ກະຊວງຖະແຫຼງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ໃຫ້ຮູ້ວ່າ: ຂະແໜງການທ່ອງທ່ຽວຖືເປັນຂະແໜງການທີ່ລັດຖະບານລາວຖືເປັນບຸລິມະສິດ ໃນການພັດທະນາເສດຖະກິດ – ສັງຄົມ, ສ້າງວຽກເຮັດງານທຳ ແລະ ລາຍຮັບໃຫ້ແກ່ທ້ອງຖິ່ນ; ຜ່ານການຈັດກິດຈະກຳທ່ອງທ່ຽວ 2 ປີຜ່ານມາ ຂະແໜງການໂຮງແຮມ ແລະ ຮ້ານອາຫານ ໄດ້ເອົາໃຈໃສ່ໃນການພັດທະນາ ແລະ ປັບປຸງຂະແໜງການບໍລິການ ເພື່ອສາມາດຮອງຮັບ ແລະ ຕອບສະໜອງຄວາມເພິ່ງພໍໃຈຂອງນັກທ່ອງທ່ຽວທາງປະລິມານ ແລະ ຄຸນນະພາບ.

ພາບປະກອບຂ່າວ

ມາຮອດປັດຈຸບັນ, ສາມາດສຳເລັດມາດຕະຖານໂຮງແຮມ 5 ດາວ ຈຳນວນ 5 ແຫ່ງ, ລະດັບ 4 ດາວ 16 ແຫ່ງ, ລະດັບ 3 ດາວ 23 ແຫ່ງ, ລະດັບ 2 ດາວ 18 ແຫ່ງ ແລະ ລະດັບ 1 ດາວ 14 ແຫ່ງ.

ສຳເລັດການຈັດມາດຖານເຮືອນພັກ ລະດັບ 3 ດອກຈຳປາ 11 ແຫ່ງ, ລະດັບ 2 ດອກຈຳປາ 27 ແຫ່ງ ແລະ 1 ດອກຈຳປາ 27 ແຫ່ງ, ສຳເລັດການຈັດລະດັບມາດຕະຖານໂຮງແຮມຂຽວອາຊຽນ 48 ແຫ່ງ, ໂຮມສະເຕອາຊຽນ 5 ແຫ່ງ, ບໍລິການສະປາອາຊຽນ 5 ແຫ່ງ ແລະ ອື່ນໆ.

ປີ 2019 ທົ່ວປະເທດມີຣີສອດ ທັງໝົດ 129 ແຫ່ງ, ໂຮງແຮມຫຼາຍກວ່າ 670 ແຫ່ງ ແລະ ເຮືອນພັກ 2.432 ແຫ່ງ; ຮ້ານອາຫານ 2.646 ແຫ່ງ, ສະຖານບັນເທີງ 305 ແຫ່ງ.

ພາບປະກອບຂ່າວ

ທ່ານ ປະກາສິດ ຈັນທະປັນຍາ ປະທານສະມາຄົມໂຮງແຮມ ແລະ ຮ້ານອາຫານລາວ ໃຫ້ສຳພາດວ່າ: ດ້ວຍຈຳນວນໂຮງແຮມ ແລະ ຮ້ານອາຫານທີ່ມີ ລວມເຖິງໄລຍະ 2 ປີຜ່ານມາທີ່ລັດຖະບານ ໄດ້ເອົາໃຈໃສ່ໃນການພັດທະນາການທ່ອງທ່ຽວ ໂດຍເນັ້ນການທ່ອງທ່ຽວທີ່ຕິດພັນກັບສິ່ງແວດລ້ອມ ແລະ ປະຊາຊົນມີສ່ວນຮ່ວມ ເຮັດໃຫ້ໃນຫຼາຍເຂດທ່ອງທ່ຽວນອກຈາກຈະມີຣີສອດ, ໂຮງແຮມ ແລະ ເຮືອນພັກແລ້ວ ຍັງມີໂຮມສະເຕຈຳນວນໜຶ່ງຕາມທ້ອງຖິ່ນຕ່າງໆ ເພື່ອຮອງຮັບນັກທ່ອງທ່ຽວ ລວມທັງມີກິດຈະກຳກາງເຕັ້ນຕ່າງໆ. ສະນັ້ນ, ຂະແໜງການໂຮງແຮມ ແລະ ຮ້ານອາຫານແມ່ນມີຄວາມພ້ອມ ແລະ ສາມາດຮອງຮັບນັກທ່ອງທ່ຽວທີ່ຈະມາລາວໃນປີ 2020 ທີ່ລັດຖະບານວາງໄວ້ 4,7 ລ້ານຄົນ ເພື່ອສ້າງລາຍຮັບ 905 ລ້ານໂດລາສະຫະລັດ.

ພາບປະກອບຂ່າວ

ແຕ່ເຖິງຢ່າງໃດກໍຕາມ, ຍັງເຫັນວ່າບັນດາໂຮງແຮມຕ່າງໆຕ້ອງໄດ້ຮັບການປັບປຸງ ແລະ ຍົກສູງຄຸນນະພາບການບໍລິການຕື່ມ, ຍົກລະດັບໂຮງແຮມ 5 ດາວໃຫ້ຫຼາຍຂຶ້ນ ແລະ ຕ້ອງເອົາໃຈໃສ່ໃນການຝຶກອົບຮົມຜູ້ບໍລິຫານ ແລະ ພະນັກງານໃຫ້ມີຄວາມຮູ້, ຄວາມສາມາດໃນການບໍລິການໃຫ້ໄດ້ມາດຕະຖານອາຊຽນ.

ພາບປະກອບຂ່າວ

ທ່ານ ບຸນມີ ພົມມະວົງສາ ຫົວໜ້າຫ້ອງການຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ເມືອງວັງວຽງ ໃຫ້ສຳພາດວ່າ: ປັດຈຸບັນເມືອງວັງວຽງ ມີຣີສອດ ຈຳນວນ 13 ແຫ່ງ, ໂຮງແຮມ 29 ແຫ່ງ ແລະ ເຮືອນພັກ 106 ແຫ່ງ. ນອກນັ້ນ, ຍັງມີຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານທີ່ບັນເທີງ 143 ແຫ່ງ ເຊິ່ງມີຄວາມພ້ອມ ແລະ ສາມາດຕອບສະໜອງຮອງຮັບນັກທ່ອງທ່ຽວເຂົ້າມາທ່ຽວໃນເມືອງໄດ້ຢ່າງພຽງພໍ ໃນປີ 2020. ພ້ອມກັນນັ້ນ, ຖວທ ເມືອງ ຍັງມີແຜນຂະຫຍາຍຕື່ມໃນຕໍ່ໜ້າອີງຕາມກະແສຂອງນັກທ່ອງທ່ຽວທີ່ເຂົ້າເມືອງ.