ຫຼວງນໍ້າທາ ມີຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 100 ກວ່າຄົນ

166

ປີ 2019 ແຂວງຫຼວງນ້ຳທາ ພົບຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ 100 ກວ່າຄົນ. ໃນນີ້, ມີການແຕ່ງດອງແອບແຝງ 80 ກວ່າຄົນ, ມາຮອດປັດຈຸບັນເຈົ້າໜ້າທີ່ໄດ້ສົ່ງຕົວກັບຄືນຖິ່ນກໍາເນີດ 33 ຄົນ ອີກ 60 ກວ່າຄົນ ໄດ້ສົ່ງໃຫ້ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ – ເດັກນ້ອຍ.

ພາບປະກອບຂ່າວເທົ່ານັ້ນ

ທ່ານ ພັນຕີ ສີວຽງ ສົມສີພາ ຮອງຫົວໜ້າພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ປກສ ແຂວງຫຼວງນໍ້າທາ ໄດ້ໃຫ້ສຳພາດວ່າ: ປີ 2019 ຜ່ານມາ ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແລະ ສະຫະພັນແມ່ຍິງແຂວງ ໄດ້ສຸມໃສ່ເຮັດວຽກງານການປົກປ້ອງ ແລະ ຊ່ວຍເຫຼືອຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງຢ່າງຕັ້ງໜ້າ. ຜ່ານການເຄື່ອນໄຫວວຽກງານຕ້ານການຄ້າມະນຸດປີ 2019 ໄດ້ມີຜູ້ຖືກເຄາະຮ້າຍ ແລະ ກຸ່ມສ່ຽງມາພັກເຊົາຢູ່ສູນພັກເຊົາຊົ່ວຄາວຈໍານວນ 106 ຄົນ ເປັນຍິງທັງໝົດ. ໃນນັ້ນ, ອາຍຸຕໍ່າກວ່າ 18 ປີ 6 ຄົນ, ຄົນຕ່າງປະເທດ 7 ຄົນ. ( ໃນນີ້, ແຕ່ງດອງແອບແຝງ 82 ຄົນ, ຖືກບັງຄັບໃຫ້ຂາຍບໍລິການທາງເພດ 3 ຄົນ, ເຂົ້າເມືອງຜິດກົດໝາຍ 11 ຄົນ, ຖືກຂູດຮີດແຮງງານ 6 ຄົນ, ຖືກຂູດຮີດທາງເພດ 4 ຄົນ ).

ພາບປະກອບຂ່າວເທົ່ານັ້ນ

ປັດຈຸບັນໄດ້ສົ່ງຜູ້ຖືກເຄາະຮ້າຍກັບຄືນຖິ່ນກໍາເນີດ ແລະ ສົ່ງໃຫ້ຜູ້ປົກຄອງແລ້ວ 33 ຄົນ, ສົ່ງໃຫ້ສູນເພື່ອໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ – ເດັກນ້ອຍ ສູນກາງສະຫະພັນແມ່ຍິງລາວ ຈໍານວນ 66 ຄົນ ແລະ ສົ່ງຄົນຕ່າງປະເທດກັບຄືນປະເທດ 7 ຄົນ.

ທ່ານ ພັນຕີ ສີວຽງ ສົມສີພາ ຍັງໄດ້ກ່າວຕື່ມວ່າ: ໃນນາມຕາງໜ້າພະແນກສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຮຽກຮ້ອງມາຍັງອົງການຈັດຕັ້ງຕ່າງໆຕະຫຼອດຮອດປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະວັງຕົວຕໍ່ກົນອຸບາຍດັ່ງກ່າວ, ເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ເພື່ອຊ່ວຍການຈັດຕັ້ງຂັ້ນເທິງໃນການສະກັດກັ້ນບັນຫາການຄ້າມະນຸດທຸກໆລະດັບໃຫ້ຫຼຸດໜ້ອຍຖອຍລົງເທື່ອລະກ້າວ.