ຊາວໜຸ່ມຕະລຸມບອນ ກະຊວງພະລັງງານ ແລະ ບໍ່ແຮ່ ມອບອຸປະກອນໃຫ້ 2 ໂຮງຮຽນ

182
????????????????????????????????????

ໃນວັນທີ 14 ມັງກອນປີ 2020 ນີ້ ທ່ານ ສີມອນ ພິຈິດ ຄະນະພັກກະຊວງພະລັງງານ ແລະ ບໍ່ແຮ່, ກຳມະການສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ເລຂາຊາວໜຸ່ມກະຊວງພະລັງງານ ແລະ ບໍ່ແຮ່, ທັງແມ່ນຫົວໜ້າຄົ້ນຄວ້າພະລັງງານ ແລະ ບໍ່ແຮ່ ຮ່ວມກັບຊາວໜຸ່ມແຂວງ, ຊາວໜຸ່ມພະແນກພະລັງງານ – ບໍ່ແຮ່ ແລະ ຊາວໜຸ່ມເມືອງສາລະວັນ ໄດ້ນຳເອົາເຄື່ອງໄປມອບໃຫ້ສອງໂຮງຮຽນ ຄື: ໂຮງຮຽນປະຖົມສົມບູນບ້ານໜອງໃສ່ ແລະ ໂຮງຮຽນບ້ານບຶງຂາມ ເມືອງສາລະວັນ ແຂວງສາລະວັນ.

ເຄື່ອງທີ່ນຳໄປມອບໃນຄັ້ງນີ້ ມີຄື: ສີ 24 ຖັງ, ບານເຕະ 15 ໜ່ວຍ ຕານ່າງ 3 ຄູ່, ບານສົ່ງ 15 ໜ່ວຍ ຕານ່າງ 9 ດາງ, ກະຕໍ້ຫວາຍ 15 ໜ່ວຍ ຕານ່າງ 9 ດາງ, ປຶ້ມຂຽນ 600 ຕັບ, ບິກ 600 ກັບ, ສໍ 600 ກັບ ລວມມູນຄ່າທັງໝົດ 42 ລ້ານກວ່າກີບ.

ເຄື່ອງທີ່ນຳມາມອບໃນຄັ້ງນີ້ແມ່ນໄດ້ຈາກການລະດົມນຳອ້າຍນ້ອງຊາວໜຸ່ມພາຍໃນກະຊວງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ເພື່ອມາຊ່ວຍເຫຼືອໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນຕົ້ນເດືອນ 9 ປີ 2019 ຜ່ານມາ ໃຫ້ຄ່ອຍກັບຄືນສູ່ສະພາບປົກກະຕິ. ພ້ອມນັ້ນ, ຄະນະຊາວໜຸ່ມທີ່ລົງໄປສ້າງຂະບວນການໃນ 2 ໂຮງຮຽນຄັ້ງນີ້ກໍໄດ້ຮ່ວມກັນທາສີໂຮງຮຽນ ໂດຍສົມທົບກັບອຳນາດການປົກຄອງບ້ານ, ຄູ – ອາຈານ ແລະ ນ້ອງນັກຮຽນໃນໂຮງຮຽນດັ່ງກ່າວ.

ທົ່ວແຂວງມີໂຮງຮຽນທັງໝົດ 190 ກວ່າແຫ່ງ ລວມທັງໂຮງຮຽນອະນຸບານ, ປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍ. ໃນນັ້ນ, ຖືກຜົນກະທົບໄພພິບັດນໍ້າຖ້ວມໃນຕົ້ນເດືອນກັນຍາ ປີ 2019 ມີທັງໝົດ 90 ແຫ່ງ ແລະ ຖ້ວມໜັກກວ່າໝູ່ມີ 20 ແຫ່ງ ລວມທັງໂຮງຮຽນອະນຸບານ, ປະຖົມ, ມັດທະຍົມຕົ້ນ ແລະ ມັດທະຍົມປາຍ.