ອີກ 5 ເດືອນເສັ້ນທາງຕານມີໄຊ – ສີເກີດຈະສຳເລັດ

70

ການກໍ່ສ້າງເສັ້ນທາງແຕ່ຕານມີໄຊ ເມືອງໄຊທານີ ຫາ ບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໄລຍະທາງ ປະມານ 9,4 ກິໂລແມັດ ຄາດວ່າຈະສຳເລັດທ້າຍປີ 2019 ແຕ່ບໍ່ເປັນໄປຕາມແຜນ. ຫຼ້າສຸດທີ່ປຶກສາໂຄງການເຜີຍວ່າການກໍ່ສ້າງຈະໃຫ້ສຳເລັດໃນເດືອນມິຖຸນາປີນີ້.

ທ່ານ ສົມປະສົງ ຈັນທະວົງ ທີ່ປຶກສາໂຄງການ ໃຫ້ຮູ້ໃນວັນທີ 14 ມັງກອນ 2020 ວ່າ: ເສັ້ນທາງຕານມີໄຊ ຫາ ສີເກີດ ເປັນເສັ້ນທາງທີ່ມີການສັນຈອນໄປ – ມາໃນແຕ່ລະມື້ຢ່າງແໜ້ນໜາ ເປັນຕົ້ນ: ລົດບັນທຸກ, ລົດຂົນສົ່ງຕ່າງໆ ແລະ ລົດຂອງປະຊາຊົນ ເພາະເປັນເສັ້ນທາງສຳຄັນທີ່ເຊື່ອມຕໍ່ລະຫວ່າງເສັ້ນທາງ 13 ເໜືອ ແລະ ເສັ້ນທາງ 13 ໃຕ້ ຕໍ່ກັບຖະໜົນໄກສອນ ພົມວິຫານ, ຖະໜົນ 450 ປີ ແລະ ຜ່ານໜ້າມະຫາວິທະຍາໄລແຫ່ງຊາດ.

ການກໍ່ສ້າງຍົກລະດັບເສັ້ນທາງດັ່ງກ່າວມາເປັນເສັ້ນທາງຄອນກຣີດ ເປັນບຸລິມະສິດຂອງນະຄອນຫຼວງວຽງຈັນ ເນື່ອງຈາກວ່າຫຼັງຈາກເສັ້ນທາງດັ່ງກ່າວສຳເລັດແລ້ວ ຈະຊ່ວຍໃຫ້ການສັນຈອນໄປ – ມາລະຫວ່າງເສັ້ນທາງ 13 ເໜືອ ແລະ ໃຕ້ ບໍ່ໄດ້ຜ່ານໃນຕົວເມືອງ ເພື່ອຊ່ວຍຫຼຸດຜ່ອນບັນຫາແອອັດໃນຕົວເມືອງ, ຕອບສະໜອງຄວາມສະດວກໃນການສັນຈອນໄປ – ມາຫາສູ່ລະຫວ່າງບັນດາແຂວງພາກເໜືອ – ໃຕ້ ແລະ ຂົວມິດຕະພາບລາວ – ໄທ.

ທ່ານ ສົມປະສົງ ຈັນທະວົງ ກ່າວຕື່ມວ່າ: ໂຄງການກໍ່ສ້າງຍົກລະດັບເສັ້ນທາງດັ່ງກ່າວຈຳເປັນຕ້ອງຕໍ່ເວລາໃນການກໍ່ສ້າງ ປະມານ 6 ເດືອນ ແລະ ຄາດວ່າຈະສຳເລັດໃນເດືອນມິຖຸນາ 2020.

ອີງຕາມແຜນການໃນການກໍ່ສ້າງເບື້ອງຕົ້ນ ແມ່ນຕ້ອງສຳເລັດໃນທ້າຍເດືອນທັນວາ 2019, ແຕ່ການກໍ່ສ້າງໄດ້ຊັກຊ້າ ເນື່ອງມາຈາກພົບຄວາມຫຍຸ້ງຍາກດ້ານການເງິນກັບຜູ້ຮັບເໝົາ, ການເອົາສິ່ງກີດຂວາງໃນການກໍ່ສ້າງອອກ ແລະ ຈັດເອົາສາຍໄຟຟ້າຕ່າງໆອອກ. ສະນັ້ນ, ມາຮອດທ້າຍເດືອນພະຈິກ 2019 ໂຄງການກໍ່ສ້າງຈຶ່ງສຳເລັດໄປພຽງ 81,4% ເທົ່ານັ້ນ, ທ່ານ ສົມປະສົງ ກ່າວ.

ໂຄງການກໍ່ສ້າງຍົກລະດັບເສັ້ນທາງຕານມີໄຊ – ສີເກີດ ມີມູນຄ່າທັງໝົດ 45,1 ລ້ານໂດລາສະຫະລັດ ( 367 ຕື້ກີບ ພ້ອມດອກເບ້ຍ ) ບໍລິສັດ ຕັງຈະເລີນ ຈຳກັດ ເປັນຜູ້ລົງທຶນກ່ອນ. ຫຼັງຈາກນັ້ນລັດຖະບານຈຶ່ງຄ່ອຍຊໍາລະຄືນໃຫ້ບໍລິສັດ.

ເສັ້ນທາງດັ່ງກ່າວ ກວ້າງ 28 ແມັດ ປະກອບດ້ວຍ 6 ລຽນ, ມີທໍ່ລະບາຍນໍ້າລາດຍາວຕະຫຼອດເສັ້ນທາງ ແລະ ບັນດາໄຟຈະລາຈອນກໍາລັງຈະເລີ່ມຕິດຕັ້ງ.