ດີໃຈນຳຊາວໜຸ່ມ 10 ບ້ານເປົ້າໝາຍໂຄງການລາວ 030 ເມືອງເມິງໄດ້ຍົກລະດັບວິຊາຊີບ

80

ວັນທີ 13 ມັງກອນ 2020 ຜ່ານມານີ້ ໂຮງຮຽນເຕັກນີກວິຊາຊີບແຂວງບໍ່ແກ້ວ ໄດ້ເປິດຊຸດອົບຮົມທາງດ້ານວິຊາຊີບໃຫ້ແກ່ຄະນະຊາວໜຸ່ມ 10 ບ້ານເປົ້າໝາຍຂອງ ເມືອງເມິງ ແຂວງບໍ່ແກ້ວ. ໂດຍການເປັນປະທານຂອງ ທ່ານ ພູ່ສິດ ວິລະຈິດ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ມີບັນດາຄູຝຶກ ແລະ ສໍາມະນາກອນຈາກ 10 ບ້ານ ຄື: ບ້ານໂພນຈະເລີນ, ບ້ານປຸ່ງເລາະ, ບ້ານຫ້ວຍສ້ານ, ບ້ານຈອມແຈ້ງ, ບ້ານ ໝອນແຫຼມ, ບ້ານ ປຸ່ງຜາ, ບ້ານລອງພະບາດ, ບ້ານ ໄຊສະຫວ່າງ, ບ້ານ ຕໍແລ ແລະ ບ້ານ ຫ້ວຍອໍ.


ການເຝຶກອົບຮົມໃນຄັ້ງນີ້ ກໍເພື່ອເປັນການຍົກລະດັບສີມືແຮງງານກໍ່ຄື ການສ້າງວິຊາຊີບໃຫ້ແກ່ຊາວໜຸ່ມ, ຍິງໜຸ່ມລາວ ໃຫ້ມີຄຸນນະພາບ ແລະ ມີອາຊີບທີ່ແນ່ນອນ, ເຊິ່ງການຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ແບ່ງເປັນ 2 ປະເພດຄື: ຊາວໜຸ່ມຊາຍ ແມ່ນຝຶກອົບຮົມວຽກງານການກໍ່ສ້າງເປັນຕົ້ນແມ່ນ: ສອນວິທີ ການປັ້ນດິນບ໋ອກ, ກໍ່ ແລະ ໂບກອາຄານຕ່າງໆ.

ສ່ວນຊາວ ໜຸ່ມຍິງ ແມ່ນຝຶກອົບຮົມການປຸງແຕ່ງອາຫານ. ນອກນີ້, ສໍາມະນາກອນຍັງໄດ້ຮຽນຮູ້ເຕັກນິກການເລືອກວັດຖຸດິບທີ່ຖືກຕ້ອງ ແລະ ສອດຄ່ອງກັບຮູບແບບຂອງງານ, ການເລືອກ ແລະ ນໍາໃຊ້ອຸປະກອບທີ່ແທດເໝາະ ໂດຍສະເພາະ ແມ່ນການກໍ່ສ້າງທີ່ຕ້ອງໄດ້ມີການເລືອກເອົາອຸປະກອນທີ່ມີຄຸນນະພາບ ເພື່ອຮັບປະກັນຄວາມປອດໄພທາງດ້ານຊີວິດຊັບສີນຂອງຕົນເອງ ແລະ ຂອງຜູ້ອື່ນຕື່ມອີກ.

ທີ່ມາ: ໜັງສືພິມບໍ່ແກ້ວ