ການພັດທະນາເສດຖະກິດ-ສັງຄົມ 5 ປີ ຜ່ານມາຂອງແຂວງ ຄຳມ່ວນ ສາມາດຍາດແຍ່ງເອົາໂຄງການລົງທຶນຂອງບໍລິລັດເອກະຊົນພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 300 ກິດຈະການ ມູນຄ່າການລົງທຶນທັງໝົດ 8.539,10 ລ້ານ. ໃນນັ້ນລົງທຶນພາຍໃນມີ 70 ກິດຈະການ, ມູນຄ່າການລົງທຶນ 956.78 ລ້ານກີບ.
ໃນວັນທີ 14 ມັງກອນ 2020 ພະແນກແຜນການ ແລະ ການລົງທຶນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານສົ່ງເສີມການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ. ໂດຍການເປັນປະທານຂອງ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆ ຄຳມ່ວນ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ( ຄລທ ), ມີບັນທ່ານໃນຄະນະກຳມະການ, ກອງເລຂາ ສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນແຂວງ ຕະຫລອດຮອດວິຊາການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ເດດສັກດາ ມະນີຄຳ ຫົວໜ້າພະແນກແຜນການ ແລະ ການລົງທຶນ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານສົ່ງເສີມ – ຄຸ້ມຄອງການລົງທຶນຢູ່ແຂວງຄຳມ່ວນໃນໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 2020-2025ວ່າ: 5 ປີ ຜ່ານມາ ແຂວງຄຳມ່ວນສາມາດດຶງດູດ ແລະ ຍາດແຍ່ງເອົາການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໄດ້ທັງໝົດ 300 ກິດຈະການ, ມີມູນຄ່າການລົງທຶນທັງໝົດ 8.539,10 ລ້ານ. ທຶນຈົດທະບຽນ 4.259 ລ້ານກີບ ຂະຫຍາຍຕົວສະເລ່ຍໃນລະດັບ 17%ຕໍ່ປີ.
ໃນນີ້, ການລົງທຶນພາຍໃນມີ 70 ກິດຈະການ, ມູນຄ່າການລົງທຶນ 956.78 ລ້ານກີບ, ທຶນຈົດທະບຽນ 633.38 ລ້ານ. ສໍາລັບການລົງທຶນຂອງລັດໃນປີ 2019 ມີທັງໝົດ 341 ໂຄງການ, ມູນຄ່າ 113.258,19 ລ້ານກີບ, ປະຕິບັດໄດ້ 324 ໂຄງການ, ມູນຄ່າ 107,05 ຕື້ກີບເທົ່າກັບ 94,52%. ໃນນັ້ນ: ທຶນພາຍໃນ 64.271.00 ລ້ານກີບ.
ທີ່ມາ: Khammouane News