ຊົນເຜົ່າກຶມມຸ ບ້ານຫຼັກ 10 ເມືອງໄຊ ສະຫຼອງບຸນປະເພນີປະຈຳເຜົ່າ

528

ຂະແໜງການທ່ອງທ່ຽວ ເປັນຂະແໜງການໜຶ່ງທີ່ລັດຖະບານຊຸກຍູ້ສົ່ງເສີມ ເນື່ອງຈາກເປັນທ່າແຮງໜຶ່ງທີ່ສາມາດສ້າງລາຍຮັບເຂົ້າສູ່ປະເທດ ພ້ອມທັງດືງດູດນັກທ່ອງທ່ຽວເຂົ້າມາທ່ອງທ່ຽວລາວຫຼາຍຂຶ້ນ. ສະນັ້ນ, ອຸດົມໄຊ ກໍ່ເປັນອີກແຂວງໜຶ່ງທີ່ໄດ້ຖືເອົາວຽກງານການທ່ອງທ່ຽວ ເປັນຂະແໜງການສຳຄັນໃນການພັດທະນາເສດຖະກິດ-ສັງຄົມແຂວງ ໂດຍສະເພາະບ້ານຫຼັກ 10 ເມືອງໄຊ  ໃຫ້ກາຍເປັນບ້ານວັດທະນະທຳທ່ອງທ່ຽວທາງດ້ານຊົນເຜົ່າ ຄຽງຄູ່ກັບການອະນຸລັກຮັກສາ ໂດຍເສີມຂະຫຍາຍຮີດຄອງປະເພນີອັນດີງາມຂອງຊົນເຜົ່າກຶມມຸໃຫ້ຍືນຍົງຕິດພັນກັບການທ່ອງທ່ຽວຫຼາຍຂຶ້ນ. ທັງນີ້, ກໍ່ເພື່ອເປັນການໂຄສະນາ, ເຜີຍແຜ່ ວັດທະນະທໍາ, ຮີດຄອງປະເພນີ, ວັນນະຄະດີ, ຜະລິດຕະພັນ, ສີໄມ້ລາຍມື,ອາຫານພື້ນເມືອງ ທີ່ເປັນເອກະລັກຂອງຊົນເຜົ່າກຶມມຸ ໃຫ້ສັງຄົມ,ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໄດ້ຮັບຮູ້ຢ່າງກວ້າງຂວາງ.

ໃນວັນທີ 13 ມັງກອນ 2020 ຜ່ານມາ ປະຊາຊົນບ້ານຫຼັກ 10 ເມືອງ ໄຊ ແຂວງ ອຸດົມໄຊ ໄດ້ພິທີສະເຫຼີມສະຫຼອງ ບຸນປີໃໝ່ຂອງຊົນເຜົ່າກຶມມຸ ໂດຍຕິດພັນກັບການຊຸກຍູ້ສົ່ງເສີມ ການທ່ອງທ່ຽວດ້ານວັດທະນະທຳຊົນເຜົ່າ  ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພອນສະຫວັນ ພັນທະວິຈິດ  ຫົວໜ້າພະແນກ ຖວທ ແຂວງອຸດົມໄຊ, ມີບັນດາການນໍາແຂວງ, ເມືອງ ຕະຫຼອດພໍ່ແມ່ປະຊາຊົນໃນບ້ານດັ່ງກ່າວເຂົ້າຮ່ວມ.

ບ້ານຫຼັກ10 ຕັ້ງຢູ່ລຽບເສັ້ນທາງເລກທີ 13 ເໜືອ ຫ່າງຈາກເທດສະບານແຂວງ 10 ກິໂລແມັດ ລວມມີ 155 ຫລັງຄາເຮືອນ, 177 ຄອບຄົວ, ມີພົນລະເມືອງລວມທັງໝົດ 878 ຄົນ, ຍິງ 409 ຄົນ, ປະກອບມີ 4 ເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນເຊັ່ນ: ເຜົ່າລາວ, ກຶມມຸ, ມົ້ງ ແລະ ເຜົ່າພູນ້ອຍ. ອາຊີບຕົ້ນຕໍຂອງປະຊາຊົນແມ່ນຖືເອົາການປູກຝັງ, ລ້ຽງສັດນ້ອຍ ແລະ ຄ້າຂາຍບໍລິການຕ່າງໆ ໃນນັ້ນເດັ່ນກວ່າໝູ່ແມ່ນ ການປູກຜັກປອດສານພິດໃນເຮືອນຫົ່ມ ສະເລ່ຍລາຍຮັບຂອງບ້ານໄດ້ 2 ຕື້ 600 ລ້ານກວ່າກີບຕໍ່ປີ, ສະເລ່ຍໃສ່ພົນລະເມືອງໄດ້ ເກືອບ 3 ລ້ານກີບຕໍ່ຄົນຕໍ່ປີ.

ໃນພິທີ ໄດ້ຮັບຊົມການສະແດງສິລະປະ,ວັນນະຄະດີເຊັ່ນ: ການຂັບ, ລໍາ, ເປົ່າປີ່, ເປົ່າແຄນ, ຟ້ອນທັ່ງບັ້ງ ແລະ ການເຕັ້ນຄຣຽບ ລວມທັງການແຂ່ງຂັນກິລາພື້ນເມືອງ ຂອງຊົນເຜົ່າກຶມມຸເຊັ່ນ: ຂຶ້ນເສົານ້ຳມັນ, ດຶງເຊືອກ, ແລ່ນເປົາ, ຕຳເຂົ້າ ແລະ ອື່ນໆ. ພ້ອມນັ້ນ, ຍັງໄດ້ທ່ຽວຊົມ ກິດຈະກຳທີ່ຕິດພັນກັບວິຖີຊີວິດເປັນຕົ້ນແມ່ນ ຕູບ, ເຮືອນບູຮານ, ເຄື່ອງມືຮັບໃຊ້ໃນຊີວິດປະຈຳວັນ ຂອງປະຊາຊົນໃນເມື່ອກ່ອນ ພ້ອມທັງຊີມອາຫານ ທີ່ເປັນເອກະລັກພື້ນເມືອງຂອງຊົນເຜົ່າ.