ປີຜ່ານມາ ເສດຖະກິດແຂວງເຊກອງ ຂະຫຍາຍຕົວເພີ່ມຂຶ້ນໃນລະດັບ 7,81%

270

ປີ 2019 ແຂວງເຊກອງສາມາດປະຕິບັດໄດ້ ສ້າງເສດຖະກິດຂະຫຍາຍຕົວຢູ່ໃນລະດັບ 7,81% ເມື່ອທຽບກັບປີຜ່ານມາ.

ພາບປະກອບຂ່າວ

ທ່ານ ເຫລັກໄຫລ ສີວິໄລ ຮອງເຈົ້າແຂວງເຊກອງ ລາຍງານໃຫ້ຮູ້ໃນກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງ ຄັ້ງທີ10 ສະໄຫມທີ IX ໃນລະຫວ່າງວັນທີ 14 ມັງກອນທີ່ຜ່ານມາວ່າ: ໃນໄລຍະ 1 ປີຜ່ານມາ ເຫັນວ່າເສດຖະກິດຂອງເແຂວງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ເພີ່ມຂຶ້ນໃນລະດັບ 7,81% ທຽບໃສ່ປີຜ່ານມາ.

ເຮັດໃຫ້ລວມຍອດລາຍຮັບບັນລຸໄດ້ 1.720 ຕື້ກີບ, ສະເລ່ຍໃສ່ປະຊາກອນບັນລຸໄດ້ປະມານ 13,76 ລ້ານກີບ ຫລືເທົ່າກັບ 1.699 ໂດລາສະຫາລັດຕໍ່ຄົນ.

ໃນນີ້ ຂະແໜງກະສິກໍາ ແລະປ່າໄມ້ ເພີ່ມຂຶ້ນ 6,50% ກວມເອົາ 40,04%, ຂະແໜງອຸດສາຫະກຳ ເພີ່ມຂຶ້ນ 9,20% ກວມເອົາ 23,28%, ຂະແຫນງບໍລິການເພີ່ມຂຶ້ນ 8,40% ກວມເອໄາ 36,68% ຂອງGDP.

ຂໍ້ມູນຈາກ: Media laos