ປີ 2020 ແຂວງໄຊຍະບູລີ ຈະສູ້ຊົນໃຫ້ອັດຕາການວ່າງງານຢູ່ໃນລະດັບ 1%

87

ທົ່ວແຂວງໄຊຍະບູລີມີຫົວໜ່ວຍແຮງງານທັງໝົດ 723 ຫົວໜ່ວຍ, ມີແຮງງານທັງໝົດ 13.745 ຄົນ, ຍິງ 3.443 ຄົນ, ແຮງງານລາວ 10.567 ຄົນ, ຍິງ 2.918 ຄົນ ແລະ ແຮງງານຕ່າງປະເທດ 3.178 ຄົນ, ຍິງ 525 ຄົນ. ຂະນະດຽວກັນ ກໍ່ຕັ້ງເປົ້າປີ 2020 ຈະສູ້ຊົນໃຫ້ອັດຕາການວ່າງງານຢູ່ໃນລະດັບ 1%.

ທ່ານ ນາງ ແພງຈັນ ແກ້ວມະນີວົງ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງໄຊຍະບູລີ ໄດ້ໃຫ້ຮູ້ວ່າ: ໃນ 1 ປີຜ່ານມາຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານມີຜົນສໍາເລັດຕາມແຜນການທີ່ວາງໄວ້, ໄດ້ຂຶ້ນທະບຽນຜູ້ທີ່ຕ້ອງການມີວຽກເຮັດງານທໍາຢູ່ພາຍໃນ 1.874 ຄົນ, ຍິງ 435 ຄົນ.

ພາບປະກອບຂ່າວເທົ່ານັ້ນ

ພ້ອມນີ້ຍັງໄດ້ສົມທົບກັບຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ 7 ເມືອງ ເປົ້າໝາຍລົງສໍາຫຼວດ ແລະ ເກັບກໍາຂໍ້ມູນຕະຫຼາດແຮງງານຢູ່ບັນດາໂຄງການ ແລະ ຫົວໜ່ວຍແຮງງານມີ 90 ແຫ່ງ, ໃນນີ້ຂະແໜງກະສິກໍາ 6 ແຫ່ງ, ອຸດສາຫະກໍາ 38 ແຫ່ງ ແລະ ບໍລິການ 46 ແຫ່ງ ພ້ອມທັງໃຫ້ບໍລິການແກ່ຜູ້ທີ່ຕ້ອງການໄປອອກແຮງງານຢູ່ຕ່າງປະເທດທັງໝົດ 110 ຄົນ, ຍິງ 46 ຄົນ, ເຊິ່ງຂຶ້ນທະບຽນຈໍານວນ 21 ຄົນ, ຍິງ 9 ຄົນ ແລະ ໃຫ້ຄໍາປຶກສາທາງໂທລະສັບຈໍານວນ 89 ຄົນ, ຍິງ 37 ຄົນ.

ໄດ້ເກັບກໍາຂໍ້ມູນແຮງງານລາວໄປຢູ່ຕ່າງປະເທດ 5.445 ຄົນ, ຍິງ 2.440 ຄົນ, ໄປແບບຖືກຕ້ອງ 86 ຄົນ, ຍິງ 25 ຄົນ ແລະ ໄປແບບບໍ່ຖືກຕ້ອງ 5.359 ຄົນ, ຍິງ 2.415 ຄົນ, ປັດຈຸບັນໃນທົ່ວແຂວງໄຊຍະບູລີ ມີຫົວໜ່ວຍແຮງງານທັງໝົດ 723 ຫົວໜ່ວຍ, ມີແຮງງານທັງໝົດ 13.745 ຄົນ, ຍິງ 3.443 ຄົນ, ມີແຮງງານລາວ 10.567 ຄົນ, ຍິງ 2.918 ຄົນ ແລະ ແຮງງານຕ່າງປະເທດ 3.178 ຄົນ, ຍິງ 525 ຄົນ.

ພາບປະກອບຂ່າວເທົ່ານັ້ນ

ສະເພາະສັນຊາດຈີນ 849 ຄົນ, ຍິງ 207 ຄົນ, ສັນຊາດຫວຽດນາມ 236 ຄົນ, ຍິງ 40 ກວ່າຄົນ, ສັນຊາດໄທ 2.070 ຄົນ, ຍິງ 272 ຄົນ ແລະ ສັນຊາດອື່ນໆ 23 ຄົນ, ຍິງ 5 ຄົນ. ນອກນີ້ ຍັງໄດ້ສົມທົບກັບ ປກສ ແຂວງ ແລະ ຫ້ອງການ ຮສສ ບັນດາເມືອງລົງກວດກາແຮງງານລາວ-ແຮງງານຕ່າງປະເທດໄດ້ 37 ຄັ້ງ, ມີ 246 ຫົວໜ່ວຍ, ມີແຮງງານທີ່ໄດ້ຮັບການກວດກາທັງໝົດ 3.036 ຄົນ, ຍິງ 788 ຄົນ, ມີແຮງງານລາວ 2.099 ຄົນ, ຍິງ 616 ຄົນ ແລະ ແຮງງານຕ່າງປະເທດ 937 ຄົນ, ຍິງ 172 ຄົນ ທຽບໃສ່ແຜນການປະຕິບັດໄດ້ 74% ຂອງແຜນການປີ ແລະ ຜ່ານການກວດກາພົບເຫັນແຮງງານຕ່າງປະເທດເອກະສານບໍ່ຖືກຕ້ອງຈໍານວນ 117 ຄົນ, ຍິງ 15 ຄົນ.

ພາບປະກອບຂ່າວເທົ່ານັ້ນ

ທ່ານຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ຍັງໃຫ້ຮູ້ຕື່ມວ່າ: ໃນປີ 2020 ສືບຕໍ່ຊຸກຍູ້ການດຸ່ນດ່ຽງອັດຕາສ່ວນແຮງງານຕາມທິດການຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ໂດຍກໍາລັງແຮງງານໃນຂົງເຂດກະສິກໍາໃຫ້ຫຼຸດລົງຈາກ 77,1% ມາເປັນ 75,5%, ຂົງເຂດອຸດສາຫະກໍາໃຫ້ເພີ່ມຂຶ້ນຈາກ 12,3% ມາເປັນ 12,8% ແລະ ຂົງເຂດການບໍລິການໃຫ້ເພີ່ມຂຶ້ນຈາກ 9,7% ມາເປັນ 10,7% ແລະ ອັດຕາສ່ວນການວ່າງງານໃຫ້ຢູ່ໃນລະດັບ 1%.

ພາບປະກອບຂ່າວເທົ່ານັ້ນ

ສູ້ຊົນເຮັດໃຫ້ກໍາລັງແຮງງານລາວໄດ້ຮັບການຝຶກອົບຮົມ ແລະ ພັດທະນາຕາມຂະແໜງການ ແລະ ໂຄງປະກອບເສດຖະກິດໃຫ້ໄດ້ 4.000 ຄົນ. ໃນນີ້ຂະແໜງກະສິກໍາ 1.000 ຄົນ, ຂະແໜງອຸດສາຫະກໍາ ແລະ ພະລັງງານບໍ່ແຮ່ 2.000 ຄົນ, ຂະແໜງບໍລິການ 1.000 ຄົນ, ພ້ອມຈັດຫາງານພາຍໃນໃຫ້ແຮງງານລາວເຂົ້າເຮັດວຽກໃຫ້ໄດ້ 4.500 ຄົນ ຢູ່ໃນຂະແໜງກະສິກໍາ 1.200 ຄົນ, ຂະ ແໜງອຸດສາຫະກໍາ ແລະ ພະລັງງານບໍ່ແຮ່ 2.000 ຄົນ, ຂະແໜງບໍລິການ 1.300 ຄົນ.

ຂໍ້ມູນຈາກ: Media laos