ອານຸສອນ ຄວ້າແຊັມລາຍການທີ່ປະເທດໄທ ເກືອບທໍາລາຍສະຖິຕິ ມ.ອາຊຽນ ທີ່ເຄີຍເຮັດໄວ້

102

ອານຸສອນ ໄຊສາ ນັກແລ່ນ-ລານທີມຊາດລາວ ເຈົ້າຂອງຫຼຽນທອງ ໃນງານມະຫະກໍາກິລາຊີເກມ ຄັ້ງທີ 30 ເປີດປີ 2020 ໄດ້ຢ່າງໜ້າປະທັບໃຈດ້ວຍການຄວ້າແຊັມ ໃນງານກີລາມະຫາວິທະຍາໄລແຫ່ງປະເທດໄທ ( The Sun Games 2020 ) ຄັ້ງທີ 47 ທີ່ມະຫາວິທະຍາໄລຣັງສິດ ນະຄອນຫຼວງບາງກອກ ປະເທດໄທ ໃນວັນທີ 14 ມັງກອນ 2020 ພ້ອມທັງຮັກສາເວລາໄດ້ໃກ້ຄຽງສະຖິຕິຂອງຕົວເອງ ໃນການຄວ້າຫຼຽນຄຳ ປະເພດແລ່ນຂ້າມຮົ້ວ 110 ແມັດຊາຍ ໃນງານມະຫາກຳກີລາມະຫາວິທະຍາໄລອາຊຽນ ຄັ້ງທີ 17 ທີ່ປະເທດອິນໂດເນເຊຍ 2014.

ລາຍການດັ່ງກ່າວລະຫວ່າງວັນທີ 10-19 ມັງກອນ 2020 ໂດຍປະເພດດັ່ງກ່າວມີນັກກີລາເຂົ້າຮ່ວມທັງໝົດ 16 ຄົນໃນຮອບຄັດເລືອກ ເພື່ອຄັດເອົາ 8 ຄົນທີ່ດີທີ່ສຸດຜ່ານຮອບຊີງຊະນະເລີດ ປາກົດວ່າ: ອານຸສອນ ຜ່ານເຂົ້າຮອບຊີງຊະນະແບບສະບາຍໆ ກ່ອນທີ່ຮອບຊີງຈະເຂົ້າເສັ້ນໄຊດ້ວຍເວລາ 14,16 ວິນາທີ ດີກວ່າອັນດັບ 2 ພານຸວັນ ຂວັນຢືນ ທີ່ເຂົ້າເສັ້ນໄຊ 14,74 ວິນາທີ ແລະ ອັນດັບ 3 ທີ່ເຂົ້າເສັ້ນໄຊ 15.46 ວິນາທີ. ນອກນັ້ນ, ສະຖິຕິດັ່ງກ່າວ ເກືອບເທົ່າກັບສະຖິຕິທີ່ຄວ້າຫຼຽນຄໍາໃນກີລາ ມ.ອາຊຽນ ໃນປີ 2014 ທີ່ເຮັດໄດ້ 14,10 ວິນາທີ.

ຜົນງານປີ 2019 ຂອງ ອານຸສອນ ຖືວ່າໂດດເດັ່ນຄວ້າຫຼຽນຄໍາໃນລາຍການໃຫຍ່ ໄທແລນ ໂອເພັນ 2019 ແລະ ທ້າຍປີຈະສາມາດຄວ້າຫຼຽນທອງ ໃນຊີເກມ 2019 ເສຍໃຫ້ ອັນດັບທີ 1 ແລະ ອັນດັບທີ 2 ພ້ຽງສ້ຽວວິນາທີຄື ອານຸສອນ ເຂົ້າເສັ້າໄຊອັນດັບ 3 ດ້ວຍເວລາ 13.99 ວິນາທີ, ສ່ວນອັນດັບທີ 1 ນັກກີລາຈາກເຈົ້າພາບ ຟິລິບປິນ ດ້ວຍເວລາ 13.97 ວິນາທີ

(ຄໍາສອນ; ຮູບຈາກ: Anousone Sprinter)