ສາມັກຄີຄືພະລັງ! ປະຊາຊົນບ້ານແມດຮ່ວມແຮງສ້າງຂົວ ມູນຄ່າ 60ລ້ານກວ່າກີບ

95

ປະຊາຊົນບ້ານແມດ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຮ່ວມແຮງຮ່ວມໃຈສາມັກຄີສ້າງຂົວຂ່າມນໍ້າເພື່ອໄປນາ, ໄປສວນ ສ້າງຄວາມສະດວກສະບາຍໃຫ້ທຸກຄົນພາຍໃນບ້ານ ລວມມູນຄ່າ 60 ລ້ານກວ່າກີບ.

ຕາມການລາຍງານຂອງທ່ານ ບຸນທັນ ເພັດສູນທອນ ນາຍບ້ານໆແມດ ໃນຄັ້ງວັນທີ 13 ມັງກອນ ປີ 2020 ໃຫ້ຮູ້ວ່າ: ໃນໄລຍະທ້າຍປີ 2019 ທີ່ຜ່ານມາ ທາງຄະນະອຳນາດການປົກຄອງບ້ານ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ພ້ອມພຽງກັນເຮັດບຸນຮັບກອງຜ້າປ່າ ແລະ ບຸນສົມໂພດພະ ຢູ່ທີ່ວັດຂອງບ້ານ ໂດຍໄດ້ຍອດເງິນທັງໝົດ 150 ລ້ານກວ່າກີບ.

ດັ່ງນັ້ນ ອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງຈຶ່ງໄດ້ຕົກລົງເປັນເອກະພາບກັນ ແບ່ງເງິນດັ່ງກ່າວອອກເປັນ 3 ສ່ວນເພື່ອພັດທະນາບ້ານຄື: 1 ປະຕິສັງຄອນວັດວາອາຮາມ ແລະ ເທພື້ນເດີ່ນວັດ, 2 ສ້າງສະໂມສອນໂຮງຮຽນປະຖົມພາຍໃນບ້ານ ແລະ 3 ສ້ອມແປງເສັ້ນທາງ ແລະ ກໍ່ສ້າງຂົວຂ້າມຫ້ວຍທະນີ ຂຶ້ນໃໝ່ໃນມູນຄ່າ 60 ລ້ານກວ່າກີບ ສໍາລັບຊື້ວັດຖຸອຸປະກອນ ແລະ ເຄື່ອງຮັບໃຊ້ໃນການສ້ອມແປງ ແລະ ກໍ່ສ້າງ ສ່ວນແຮງງານແມ່ນຈະໄດ້ລະດົມນຳປະຊາຊົນພາຍໃນບ້ານປະກອບສ່ວນມື້ລະ 2 ໜ່ວຍ ຫຼື ປະມານມານ ມື້ລະ 20-30 ແຮງງານ ມາເຮັດຂົວ ພ້ອມນີ້ກໍ່ຈະໄດ້ສະເໜີໃຫ້ນັກວິຊາການຂອງເມືອງລົງມາຊີ້ນຳວຽກງານກໍ່ສ້າງຈົນກວ່າຈະສຳເລັດ.

ທັງນີ້, ເສັ້ນທາງທີ່ຈະສ້າງ ມີຄວາມຍາວປະມານ 100 ກວ່າແມັດ, ກ້ວາງ 4 ແມັດ, ສ່ວນຂົວທີ່ຈະສ້າງໃໝ່ ແມ່ນຈະສ້າງໃນລັກສະນະຂົວນ້ຳລົ້ນ ໂດຍຈະໃສ່ທໍ່ພີ 100 ຈຳນວນ 30 ທໍ່ມາວາງລຽນກັນ ເຮັດເປັນ 5 ແຖວແລ້ວເທປົກດ້ວຍປູນເສີມເຫຼັກ, ເຊິ່ງການກໍ່ສ້າງເລິ່ມລົງມືໃນວັນທີ 10 ມັງກອນ ປີ 2020 ແລະ ຄາດວ່າຈະສຳເລັດ ໃນທ້າຍເດືອນມັງກອນນີ້.

ນອກຈາກນີ້, ທ່ານນາຍບ້ານໆແມດ ຍັງໃຫ້ຮູ້ອີກວ່າ:  ຖ້າຫາກຂົວແຫ່ງນີ້ສ້າງສຳເລັດ ມັນຈະສ້າງຄວາມສະດວກສະບາຍໃນການທຳມາຫາກິນ ໂດຍສະເພາະແມ່ນການເຮັດນາປູກເຂົ້າ, ປູກພືດຜັກ, ລ້ຽງສັດ ແລະ ຄ້າຂາຍ ເພື່ອສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດແກ່ປະຊາຊົນພາຍໃນບ້ານ ເພາະເສັ້ນທາງດັ່ງກ່າວ ແມ່ນສາມາດເຊື່ອມຕໍ່ໄປຮອດບ້ານໂພນຜາງ ເມືອງອາດສະພັງທອງ.
ຂໍ້ມູນຈາກ: ຫ້ອງການ ຖວທ ເມືອງອຸທຸມພອນ