ໂຮງໝໍເມືອງກະລືມ ຕ້ອງປັບປຸງດ້ານສຸຂະສຶກສາຫຼາຍດ້ານ ເພື່ອບໍລິການຄົນເຈັບໃຫ້ດີ

116

ໃນໂອກາດທີ່ໄດ້ລົງຢ້ຽມຢາມບັນດາແຂວງພາກໃຕ້ ເມື່ອຕົ້ນອາທິດ ຜ່ານມາ ທ່ານ ຮສ ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ໂຮງໝໍເມືອງກະລຶມ ແຂວງເຊກອງ ໂດຍມີ ທ່ານ ວິ​ສັນ ອິນ​ທະ​ວົງ ຫົວ​ໜ້າ​ພະ​ແນກ​ສາ​ທາ​ລະ​ນະ​ສຸກ ແຂວງ​ເຊກອງ, ທ່ານ ດຣ ສີເວີນ ສີຫາລາດ ຫົວໜ້າຫ້ອງການສາທາລະນະສຸກເມືອງ ພ້ອມດ້ວຍພະນັກງານຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມຕ້ອນຮັບ.

ທ່ານນາງ ຟອງສະໝຸດ ໄຊຍະສານ ອຳນວຍການໂຮງໝໍເມືອງກະລຶມໄດ້ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະ 1 ປີຜ່ານມາ ໂຮງໝໍເມືອງກະລຶມໄດ້ເອົາໃຈໃສ່ບໍລິການປິ່ນປົວຄົນເຈັບໄດ້ເປັນຢ່າງດີ ເຊິ່ງສະແດງອອກການຈັດຕັ້ງປະຕິບັດວຽກງານປິ່ນປົວຟື້ນຟູ. ໃນນັ້ນ: ມີຄົນເຈັບມາກວດພະຍາດເຂດນອກຈຳນວນ 6.694 ຄົນ, ນອນໂຮງໝໍ 1.113 ຄົນ, ສົ່ງຕໍ່ຈຳນວນ 20 ຄົນ, ເສຍຊີວິດ 2 ຄົນ, ວຽກງານວິເຄາະ ໄດ້ກວດເລືອດຊອກຫາເຊື້ອໄຂ້ຍູງທັງໝົດ 356 ຄົນ, ກວດເລືອດ CBC 554 ຄົນ, ກວດຊອກຫາເຊື້ອ BK 12 ກໍລະນີ ພົບເຊື້ອ 4 ຄົນ ແລະ ວຽກງານປະສູດໄດ້ມີຄົນເຈັບເກີດລູກທັງໝົດ 24 ຄົນ.

ພ້ອມດຽວກັນ, ທ່ານອຳນວຍການໂຮງໝໍເມືອງກະລຶມ ຍັງໄດ້ສະເໜີແຜນຄວາມຕ້ອງການອຸປະກອນຮັບໃຊ້ພາຍໃນໂຮງໝໍທີ່ຍັງບໍ່ພຽງພໍ ໂດຍສະເພາະອ່າງເກັບນ້ຳໃຊ້, ເຮືອນຄົວຄົນເຈັບ, ຫ້ອງນ້ຳຄົນເຈັບ, ລົດນຳສົ່ງຄົນເຈັບ ແລະ ອຸປະກອນການແພດອີກຈຳນວນໜຶ່ງ. ທັງນີ້, ກໍເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບປະສິທິພາບ ແລະ ບໍລິການຄົນເຈັບພາຍໃນເມືອງໄດ້ຢ່າງທົ່ວເຖິງ. ປັດຈຸບັນ ມີພະນັກງານແພດທັງໝົດ 37 ຄົນ, ຍິງ 22 ຄົນ, ມີອາຄານ 5 ຫຼັງ, ຕຽງນອນຄົນເຈັບ 10 ຕຽງ.

ໂອກາດນີ້ ທ່ານ  ລັດຖະມົນຕີກະຊວງສາທາລະນະສຸກ ກໍ່ໄດ້ເນັ້ນໃຫ້ໂຮງໝໍເມືອງກະລຶມ ເລັ່ງປັບປຸງແກ້ໄຂອີກຫຼາຍດ້ານ ໂດຍສະເພາະການບໍລິການຄົນເຈັບ, ອຸປະກອນການແພດ, ການຍົກລະດັບບຸກຄະລາກອນ ຫຼື ພະນັກງານແພດໝໍໃຫ້ມີຄວາມຮູ້, ຄວາມສາມາດ, ຄວາມຊ່ຽວຊານສູງຂຶ້ນກວ່າເກົ່າ, ໃຫ້ຂະຫຍາຍສຸກສາລາອອກສູ່ບັນດາບ້ານເຂດຫ່າງໄກສອກຫຼີກຂອງເມືອງ ແລະ ສົ່ງພະນັກງານແພດລົງປະຈຳຢ່າງທົ່ວເຖິງ, ຕ້ອງປັບປຸງແກ້ໄຂດ້ານສຸຂະສຶກສາ, ອາຄານໂຮງໝໍ, ຫ້ອງຮັບໃຊ້ບໍລິການຄົນເຈັບ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມຫຼັກການ ຂອງກະຊວງສາທາລະນະສຸກວາງອອກເປັນຢ່າງດີ ເພື່ອສືບຕໍ່ຜັນຂະຫຍາຍການພັດທະນາທາງດ້ານການບໍລິການທີ່ມີແລ້ວນັ້ນໃຫ້ກ້ວາງຂວາງ ແລະ ມີປະສິດທິພາບຫຼາຍຂຶ້ນ  ກ່ວາເກົ່າ.

ທີ່ມາ: ຂ່າວ ເມືອງກະລຶມ