ພັດທະນາລະບົບການປູກພືດເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ

167

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ( ສຜໝ ) ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ( ສກປພ ) ຮ່ວມກັບສູນຄົ້ນຄວ້າກະສິກໍາພາກໃຕ້ ( ສກປພ ) ແລະ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ແລະ ນະຄອນຫຼວງວຽງຈັນ ພາຍໃຕ້ການສະໜັບສະໜູນຂອງໂຄງການຄົ້ນຄວ້າການຕະຫຼາດການຈັດການຫຼັງເກັບກ່ຽວ ແລະ ຜະລິດພືດຜັກແບບອຸດສາຫະກໍາ ປະເທດອົສຕຣາລີ Australian center for international Agricultural Research ( ACIAR )

ໄດ້ຄົ້ນຄວ້າ ແລະ ນໍາເອົາເຕັກນິກ – ເຕັກໂນໂລຊີການປູກພືດຜັກໃນລະບົບເຮືອນຮົ່ມ ຮ່ວມກັບຊາວກະສິກອນຢູ່ບ້ານຖິ່ນເພຍ, ບ້ານຈຽມປາງ, ບ້ານຫ້ອມໃຕ້ ເມືອງຫາດຊາຍຟອງ ແລະ ເຂດບ້ານປ່າໄລ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແລະ ຊາວກະສິກອນຢູ່ເຂດບ້ານທົ່ງເຊດ, ບ້ານແບ່ງ ເມືອງປາກຊ່ອງ ແຂວງຈໍາປາສັກ ເຊິ່ງເລີ່ມຕົ້ນດ້ວຍ 7 ຄອບຄົວ ແລະ 2 ສູນຄົ້ນຄວ້າ ເພື່ອສຶກສາການຍົກສູງທາງດ້ານຄຸນນະພາບ, ຜົນຜະລິດ, ຄວາມປອດໄພ ແລະ ຍືນຍົງໃນການຜະລິດພືດຜັກໃນໄລຍະລະດູຝົນ.

ລະບົບເຮືອນຮົ່ມທີ່ອອກແບບໂດຍ ( ສຜໝ ) ເອີ້ນວ່າແບບຕ່າງລະດັບ ( Offset module ) ເຊິ່ງແຕກຕ່າງຈາກລະບົບເຮືອນຮົ່ມທີ່ມີການນໍາໃຊ້ເຂົ້າໃນການປູກພືດຜັກທີ່ມີໃຫ້ເຫັນຢູ່ໃນຂອບເຂດທົ່ວປະເທດ, ເຮືອນຮົ່ມແບບຕ່າງລະດັບນີ້ມີຈຸດພິເສດທີ່ດີເດັ່ນແຕກຕ່າງກັບເຮືອນຮົ່ມແບບອື່ນໆ ຄື: ອຸນຫະພູມສູງສຸດສະເລ່ຍຢູ່ໃນເຮືອນຮົ່ມຈະສູງ ກວ່າຢູ່ຂ້າງນອກ ຫຼື ພື້ນທີ່ເປີດ 1 ອົງສາເຊ, ທຽບໃສ່ເຮືອນຮົ່ມແບບອື່ນໆແມ່ນສູງ ກວ່າ 8 ອົງສາເຊ, ລະບາຍອາກາດໄດ້ດີ, ເໝາະສົມຕໍ່ການຈະເລີນເຕີບໂຕຂອງພືດຜັກ, ມີຫຼາຍຂະໜາດໃຫ້ເລືອກໃຊ້ ມີອາຍຸການໃຊ້ງານຫຼາຍກວ່າ 10 ປີ ແລະ ພິເສດສາມາດນໍາໃຊ້ວັດສະດຸການປຸກສ້າງຫຼາຍຊະນິດ ແລະ ຫາໄດ້ງ່າຍຢູ່ໃນບ້ານເຮົາ ເຊັ່ນ: ເຫຼັກ, ໄມ້ ແລະ ຊີມັງ ຂຶ້ນກັບເງື່ອນໄຂຂອງແຕ່ລະທ້ອງຖິ່ນ.

ການປູກພືດຜັກໃນລະບົບເຮືອນຮົ່ມທີ່ ( ສຜໝ ) ອອກແບບພົບວ່າມີຄວາມສໍາຄັນ ແລະ ຈໍາເປັນຫຼາຍ ເຊິ່ງເຮັດໃຫ້ຊາວກະສິກອນສາມາດປູກພືດຜັກໄດ້ຕະຫຼອດປີ ໂດຍສະເພາະໃນໄລຍະລະດູຝົນສາມາດປູກຜັກໄດ້ຫຼາຍຊະນິດທີ່ມີລາຄາແພງ, ເປັນການຫຼຸດຜ່ອນຄວາມສ່ຽງຜົນກະທົບຈາກຝົນຕົກໜັກ, ໄດ້ຜົນຜະລິດຫຼາຍ, ຄຸນນະພາບດີ ແລະ ລາຄາສູງ ເຮັດໃຫ້ຊາວກະສິກອນມີລາຍຮັບສູງຂຶ້ນ.

ທ່ານ ບົວຂາວ ປັດຈຸບັນຢູ່ບ້ານປ່າໄລ່ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເປັນຄອບຄົວໜຶ່ງທີ່ປະສົບຜົນສໍາເລັດຈາກການປູກພືດຜັກໃນລະບົບເຮືອນຮົ່ມແບບຕ່າງລະດັບຢູ່ໃນເຂດຊົນນະບົດ ໄດ້ກ່າວວ່າ: ໃນເມື່ອກ່ອນລາຍຮັບຂອງຄອບຄົວແມ່ນມາຈາກການປູກເຂົ້າ ແລະ ການໄປຮັບຈ້າງ, ມາຮອດຕົ້ນປີ 2014 ໄດ້ເຂົ້າມາຮ່ວມໂຄງການຄົ້ນຄວ້າການຕະຫຼາດການຈັດການຫຼັງເກັບກ່ຽວ ແລະ ຜະລິດພືດຜັກແບບອຸດສາຫະກໍາ ACIAR ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບປະເທດອົສຕຣາລີ

ໂດຍທາງໂຄງການໄດ້ໃຫ້ການສະໜັບສະໜູນອຸປະກອນການປຸກສ້າງເຮືອນຮົ່ມຈໍານວນໜຶ່ງ ແລະ ໄດ້ໄປເຂົ້າຮ່ວມການຝຶກອົບຮົມທາງດ້ານເຕັກນິກ ແລະ ການວາງແຜນໃນການປູກພືດຜັກໃນລະບົບເຮືອນຮົ່ມ ເຮັດໃຫ້ຄອບຄົວມີລາຍຮັບເພີ່ມຂຶ້ນໃນແຕ່ລະເດືອນ ໂດຍສະເລ່ຍປະມານ 500.000 – 800.000 ກີບຕໍ່ເດືອນ ເຮັດໃຫ້ຄຸນນະພາບຊີວິດຂອງຄອບຄົວມີການພັດທະນາທີ່ດີຂຶ້ນ.

( ໂດຍ: ພັດທະນາ )