ບໍລິສັດ ພອນທິບ ຈຽນຕາ ລົງທຶນ 102 ຕື້ກວ່າກີບ ປູກໄມ້ໃຫ້ໝາກຢູ່ເມືອງວາປີ

222

ໃນທ້າຍອາທິດຜ່ານມານີ້ ຢູ່ພະແນກແຜນການ ແລະ ການລົງທຶນແຂວງສາລະວັນ ໄດ້ຈັດພິທີເຊັນສັນຍາໂຄງການສົ່ງເສີມປະຊາຊົົນປູກໄມ້ໃຫ້ໝາກ 15 ຊະນິດ ຢູ່ 3 ບ້ານ ເມືອງວາປີ ແຂວງສາລະວັນ ຄື: ບ້ານໜອງໂພ, ບ້ານຈອງ ແລະ ບ້ານດົງມອນ ລະຫວ່າງຝ່າຍຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ເຊັນໂດຍ ທ່ານ ໂພສີ ແກ້ວສີພັນດອນ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ, ທ່ານ ບຸນຍູ້ ຈັນທະລັງສີ ເຈົ້າເມືອງວາປີ, ທ່ານ ກິພະຈັນ ໂພສາລີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແລະ ຝ່າຍບໍລິສັດເຊັນໂດຍ ທ່ານ ຫວູ ຈຽນ ວູ ປະທານ ບໍລິສັດ ພອນທິບ ຈຽນຕາ ການກະເສດ ຈຳກັດຜູ້ດຽວ ໂດຍຊ້ອງໜ້າ ທ່ານ ວິຊຽນ ນະວິກຸນ ຮອງເຈົ້າແຂວງສາລະວັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂຄງການສົ່ງເສີມປະຊາຊົນປູກໄມ້ໃຫ້ໝາກ 15 ຊະນິດ ໃນ 3 ບ້ານ ຄື: ບ້ານໜອງໂພ, ບ້ານຈອງ ແລະ ບ້ານດົງມອນ ເມືອງວາປີ ເປັນການລົງທຶນໃນຮູບແບບ 2+3 ເຊິ່ງໝາຍເຖິງປະຊາຊົນເປັນເຈົ້າຂອງເນື້ອທີ່ດິນ, ແຮງງານ ແລະ ບໍລິສັດຮັບຜິດຊອບທຶນ, ແນວພັນ, ເຕັກນິກ, ວິຊາການ ແລະ ເກັບຊື້ຜົນຜະລິດຕາມສັນຍາຄ້ຳປະກັນຂອງບໍລິສັດ ແນໃສ່ສົ່ງເສີມປະຊາຊົນໃຫ້ມີວຽກເຮັດງານທຳ, ມີລາຍໄດ້ທີ່ໝັ້ນຄົງ. ເນື້ອທີ່ເປົ້າໝາຍທຳການຜະລິດ 735 ເຮັກຕາ ນອນຢູ່ໃນ 3 ບ້ານ, ມີ 210 ຄອບຄົວ

ປະເພດໄມ້ໃຫ້ໝາກທີ່ນຳມາປູກ ຄື: ໝາກກ້ວຍ, ລຳໄຍ, ໝາກເງາະ, ຖົ່ວລຽນ, ໝາກຂາມ, ໝາກມ່ວງ, ໝາກມີ້, ໝາກມັງຄຸດ ແລະ ອື່ນໆ ທີ່ເໝາະສົມກັບດິນ ຕິດພັນກັບການປູກໄມ້ຮັກສາປ່າ ມີ: ໄມ້ດູ່ ແລະ ໄມ້ແຄນ. ສ່ວນການບຸກເບີກເນື້ອທີ່, ໄຖຄາດ ຫຼື ກະກຽມດິນ ບໍລິສັດເປັນຜູ້ຮັບຜິດຊອບໂດຍບໍ່ໄດ້ເສຍຄ່າ ແລະ ມອບແນວພັນ 2.400 ຕົ້ນຕໍ່ເຮັກຕາ.

ນອກນັ້ນ, ການປູກແມ່ນສາມາດປູກໄດ້ 2.400 ຕົ້ນຕໍ່ເຮັກຕາ, ຕົ້ນໜຶ່ງສາມາດໃຫ້ຜົນຜະລິດໄດ້ 25 ກິໂລ ແລະ ບໍລິສັດຈະເກັບຊື້ 410 ກີບຕໍ່ກິໂລ. ບໍລິສັດມີນະໂຍບາຍຈ່າຍເງິນລ່ວງໜ້າໃຫ້ປະຊາຊົນກ່ອນ 7 ແສນກີບຕໍ່ເຮັກຕາຕໍ່ເດືອນ ໃນເວລາເຮັດວຽກໃນສວນເມື່ອຮອດເວລາເກັບກ່ຽວບໍລິສັດຈະຫັກເອົາເງິນທີ່ຈ່າຍລ່ວງໜ້ານັ້ນຄືນ.

ໂຄງການດັ່ງກ່າວໄດ້ດຳເນີນເປັນເວລາ 30 ປີ ແຕ່ປີ 2020 – 2050 ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ມູນຄ່າການລົງທຶນທັງໝົດ 102 ຕື້ກວ່າກີບ.

ຂ່າວ – ຮູບ: ທິດລານີ ໂຄດໂຍທາ