ລ້ຽງສັດໃຫຍ່ສ້າງລາຍຮັບພາຄອບຄົວພົ້ນທຸກ

181

ການລ້ຽງສັດເປັນກິດຈະກຳໜຶ່ງທີ່ຄວບຄູ່ກັບການປູກຝັງຂອງຊາວກະສິກອນ ແລະ ມັນໄດ້ກາຍເປັນແຫຼ່ງລາຍຮັບເຂົ້າຄອບຄົວ, ສາມາດເຮັດໃຫ້ຄອບຄົວຂອງ ທ່ານ ນາງ ໂຍທອງ ແພງສຸລິດ ບ້ານໂສດ ເມືອງແອດ ແຂວງຫົວພັນ ຫຼຸດພົ້ນອອກຈາກ ຄວາມທຸກຍາກ.

ທ່ານ ນາງ ໂຍທອງ ແພງສຸລິດ ໄດ້ຕາງໜ້າຄອບຄົວຕົວແບບໃນການລ້ຽງສັດໃຫຍ່ລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງແອດ ແຂວງຫົວພັນ ໃນທ້າຍເດືອນທັນວາ 2019 ຜ່ານມາວ່າ: ຄອບຄົວຂອງຕົນມີສະມາຊິກທັງໝົດ 5 ຄົນ. ໃນນັ້ນ, ມີແຮງງານຕົ້ນຕໍ 2 ຄົນ ໂດຍໄດ້ຢຶດຖືອາຊີບເຮັດໄຮ່ – ເຮັດນາ ແລະ ລ້ຽງສັດໃຫຍ່ປະເພດ ຄວາຍຈຳນວນໜຶ່ງ ເພື່ອໄວ້ໃຊ້ແຮງງານແກ່ໄຖ ແລະ ຂາຍແລກປ່ຽນສິນຄ້າ.

ໃນເບື້ອງຕົ້ນການລ້ຽງແມ່ນແບບປະຖົມປະຖານ, ປ່ອຍປະຕາມທຳມະຊາດ, ບໍ່ໄດ້ຮັບການສັກຢາກັນພະຍາດຈຶ່ງເຮັດໃຫ້ສັດລົ້ມຕາຍຍ້ອນພະຍາດລະບາດຕະຫຼອດມາ.

ຕົກຮອດປີ 2010 ຄອບຄົວຂອງຕົນເອງໄດ້ຕັດສິນໃຈຊື້ງົວຈຳນວນ 5 ແມ່ ແລະ ລູກນ້ອຍ 1 ໂຕ ມາລ້ຽງຕາມທຳມະຊາດ ພ້ອມທັງທົດລອງໃຊ້ຢາກັນພະຍາດ ແຕ່ເຫັນວ່າຍັງມີສັດຕາຍຍ້ອນຂາດປະສົບການໃນການນຳໃຊ້ຢາ ພຽງແຕ່ອາໄສຖອດຖອນບົດຮຽນນຳຜູ້ທີ່ມີປະສົບການແລ້ວຊື້ມາສັກເອງ.

ຮອດປີ 2012 ເຫັນວ່າສັດລ້ຽງມີການແຜ່ຂະຫຍາຍຈຳນວນ 11 ໂຕ ລວມທັງຕົ້ນທຶນລວມເປັນງົວ 17 ໂຕ, ຄວາຍ 10 ໂຕ ແລະ ໄດ້ຂາຍອອກປີລະ 2 ໂຕ ເຮັດໃຫ້ມີລາຍຮັບປະມານ 5 ລ້ານກີບຕໍ່ປີ, ເຮັດໃຫ້ຄອບຄົວຄ່ອຍໆມີຊີວິດທີ່ດີຂຶ້ນໃນລະດັບໜຶ່ງ.

ຮອດປີ 2013 ໄດ້ມີກອງທຶນສິນເຊື່ອຂອງໂຄງການປັບປຸງຊີວິດການເປັນຢູ່ຂອງຊາວກະສິກອນເຂດພາກເໜືອ ສປປ ລາວ ໂດຍແມ່ນສະຫະພັນແມ່ຍິງເປັນຜູ້ຈັດຕັ້ງປະຕິບັດ, ທາງໂຄງການໄດ້ສະໜອງແກ່ນຫຍ້າເພື່ອມາປູກໃຫ້ສັດກິນ ແລະ ຄອບຄົວກໍໄດ້ກູ້ຢືມເງິນຈຳນວນໜຶ່ງເພື່ອຊື້ແນວພັນສັດຈຳນວນ 2 ໂຕ ປ່ຽນແທນແນວພັນເກົ່າທີ່ມີອາຍຸແກ່.

ໃນປີ 2015 ໄດ້ມີໂຄງການລ້ຽງສັດເພື່ອເປັນສິນຄ້າໃນເຂດພາກເໜືອຂອງ ສປປ ລາວ ເຂົ້າມາຈັດຕັ້ງກຸ່ມລ້ຽງສັດໃຫຍ່ຢູ່ບ້ານຂອງຕົນ ຈຶ່ງໄດ້ສະໝັກເຂົ້າເປັນສະມາຊິກກຸ່ມ ແລະ ໄດ້ຮັບການຝຶກອົບຮົມທາງດ້ານເຕັກນິກໃນການລ້ຽງ ພ້ອມທັງໄດ້ຮັບການສະໜອງແນວພັນຫຍ້າປູກເພື່ອລ້ຽງສັດໃຫຍ່ ໃນເບື້ອງຕົ້ນໄດ້ບຸກເບີກເນື້ອທີ່ດິນປູກຫຍ້າຈຳນວນ 0,5 ເຮັກຕາ, ຄຽງຄູ່ກັບການລົງຕິດຕາມ, ແນະນຳວິທີລ້ຽງເດືອນລະເທື່ອຈາກວິຊາການໂຄງການ ເຮັດໃຫ້ຈຳນວນສັດຕາຍຫຼຸດລົງ ແລະ ມີສັດເພີ່ມຂຶ້ນ ພ້ອມຂາຍອອກປະເພດງົວປີລະ 2 ໂຕ, ຄວາຍ 2 ໂຕ ມີກຳໄລ 13 ລ້ານກີບຕໍ່ປີ.

ໃນປີ 2018 – 2019 ໄດ້ຮັບໂອກາດເຂົ້າຮ່ວມຝຶກອົບຮົມເຕັກນິກການລ້ຽງງົວທອມນຳໂຄງການ ຈຶ່ງໄດ້ຂະຫຍາຍເນື້ອທີ່ປູກຫຍ້າເພີ່ມຕື່ມເປັນ 1,5 ເຮັກຕາ, ຊື້ງົວຈາກບ່ອນອື່ນມາທອມຄັ້ງລະ 2 ໂຕ ໂດຍປະຕິບັດຕາມຂັ້ນຕອນຢ່າງເຄັ່ງຄັດ. ມາຮອດປັດຈຸບັນຄອບຄົວຂອງ ທ່ານ ນາງ ໂຍທອງ ແພງສຸລິດ ມີສັດລ້ຽງປະເພດງົວ 16 ໂຕ, ຄວາຍ 6 ໂຕ ແລະ ໃນປີຜ່ານມາສາມາດຂາຍງົວທອມໄດ້ 6 ໂຕ, ງົວລ້ຽງທຳມະຊາດ 3 ໂຕ ແລະ ຄວາຍ 3 ໂຕ ລວມເປັນເງິນທັງໝົດ 36 ລ້ານກີບ, ສະເລ່ຍລາຍຮັບສະເພາະລ້ຽງສັດໄດ້ 7 ລ້ານກວ່າກີບຕໍ່ຄົນຕໍ່ປີ ເຮັດໃຫ້ຄອບຄົວຂອງຕົນສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ພ້ອມທັງມີເງິນສົ່ງລູກຮຽນຢູ່ພາຍໃນ ແລະ ຕ່າງປະເທດ, ມີເຄື່ອງມືຮັບໃຊ້ຄົວເຮືອນ.