ກຽມເສື້ອໜາໄວ້! ອາທິດນີ້ອຸນຫະພູມຈະເຢັນລົງ 1 – 2 ອົງສາ

142

ອາທິດນີ້ອຸນຫະພູມຈະເຢັນລົງ 1 ຫາ 2 ອົງສາ ໃນແຕ່ລະພາກ ໂດຍສະເພາະຢູ່ແຂວງພາກເໜືອເຂດພູສູງ, ຮ່ອມພູ ແລະ ພູດອຍ, ສ່ວນຕອນບ່າຍອາກາດຮ້ອນ. ຂະນະທີ່ນະຄອນຫຼວງວຽງຈັນ ອຸນຫະພູມຕ່ຳສຸດຈະຢູ່ທີ່ 19 ອົງສາ.

ກົມອຸຕຸນິຍົມ ແລະ ອຸທົກກະສາດ ລາຍງານໃຫ້ຮູ້ວ່າ: ວັນທີ 13 ຫາ 16 ມັງກອນ 2020 ຄວາມກົດດັນສູງຂອງອາກາດເຢັນທີ່ປະເທດຈີນ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ສົມທົບກັບກະແສລົມຕາເວັນອອກພັດປົກຄຸມເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນພ້ອມມີໝອກບາງປົກຫຸ້ມຢູ່ທົ່ວໄປໃນຕອນກາງຄືນຫາຕອນເຊົ້າ ແລະ ໃນຕອນບ່າຍອາກາດຮ້ອນ

ໂດຍສະເພາະຢູ່ແຂວງພາກກາງ ແລະ ພາກໃຕ້ຫາໜາວເຢັນລົງ 1 ຫາ 2 ອົງສາ ຢູ່ໃນແຕ່ລະພາກ ໂດຍສະເພາະຢູ່ແຂວງພາກເໜືອ, ເຂດພູສູງ, ຮ່ອມພູ ແລະ ພູດອຍ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະໜາວຫາໜາວເຢັນຫຼາຍ ພ້ອມມີໝອກໜາປົກຫຸ້ມໃນຕອນເຊົ້າ ແລະ ມີລົມພັດແຮງເປັນບາງໂອກາດ