ຈະນໍາໃຊ້ເງິນກີບ ແລະ ເງິນຢວນ ເຂົ້າໃນການຊໍາລະສະສາງ

384

ໃນລະຫວ່າງວັນທີ 5 – 9 ມັງກອນ 2020 ທີ່ຜ່ານມາ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມທາງລັດຖະກິດທີ່ ສາທາລະນະລັດ ປະຊາຊົນຈີນ.

ໃນໂອກາດດັ່ງກ່າວ ວັນທີ 6 ມັງກອນ 2020 ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ( ທຫລ ) ແລະ ທ່ານ ອີ້ ກັງ ຜູ້ວ່າການທະນາຄານປະຊາຊົນຈີນ ( ທປຈ ) ໄດ້ຮ່ວມລົງນາມໃນສັນຍາວ່າດ້ວຍການຮ່ວມມື ໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນລະຫວ່າງ ທຫລ ແລະ ທປຈ ພາຍໃຕ້ການເປັນສັກຂີພິຍານຂອງ ທ່ານນາຍົກລັດຖະມົນຕີ ສອງປະເທດ.

ສັນຍາວ່າດ້ວຍການຮ່ວມມືໃນການສົ່ງເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ລະຫວ່າງ ທຫລ ແລະ ທປຈ ໄດ້ລະບຸກ່ຽວກັບການຮ່ວມມືລະຫວ່າງສອງລະບົບທະນາຄານໃນການສົ່ງເສີມສາຍພົວພັນລະຫວ່າງບັນດາທະນາຄານທຸລະກິດຂອງ ສປປ ລາວ ແລະ ສປ ຈີນ ເພື່ອຊຸກຍູ້ການນໍາໃຊ້ສະກຸນເງິນທ້ອງຖິ່ນໃນການອໍານວຍ ຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນສອງຝ່າຍ ເຊິ່ງສະແດງໃຫ້ເຫັນເຖິງຄໍາໝັ້ນສັນຍາຂອງສອງທະນາຄານກາງໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ “ ໜຶ່ງແລວ ໜຶ່ງເສັ້ນທາງ ” ໃນຂົງເຂດຂະແໜງການທະນາຄານ.

ສັນຍາດັ່ງກ່າວ ສອງທະນາຄານກາງເຫັນດີສົ່ງເສີມການຮ່ວມມື ແລະ ຊຸກຍູ້ການໃຊ້ສະກຸນເງິນກີບ ແລະ ເງິນຢວນເຂົ້າໃນການຊໍາລະສະສາງທຸລະກໍາການຄ້າ ແລະ ການລົງທຶນລະຫວ່າງປະຊາຊົນຂອງສອງປະເທດ.

ຄຽງຄູ່ກັນນີ້, ສັນຍາດັ່ງກ່າວຍັງໄດ້ລະບຸເຖິງຄໍາໝັ້ນສັນຍາຂອງສອງທະນາຄານກາງ ໃນການຍົກລະດັບການຮ່ວມມືເຊິ່ງກັນ ແລະ ກັນ ເພື່ອສົ່ງເສີມການຄ້າໂດຍກົງທີ່ເປັນສະກຸນເງິນກີບ ແລະ ຢວນຢູ່ແຕ່ລະປະເທດ ເຊິ່ງຈະຊ່ວຍປະກອບສ່ວນໃນການຊຸກຍູ້ສາຍພົວພັນການຄ້າ ແລະ ການລົງທຶນ ລະຫວ່າງສອງປະເທດຫຼາຍຂຶ້ນກວ່າເກົ່າ.

( ຂໍ້ມູນ: ທະນາຄານແຫ່ງ ສປປ ລາວ )