ສສຊ ເຂດ 18 ແຂວງໄຊສົມບູນ ປຶກສາຫາລືຫຼາຍບັນຫາທີ່ສຳຄັນ

142

ຄະນະສະມາຊິກສະພາແຫ່ງຊາດ ( ສສຊ ) ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ໄດ້ຈັດກອງປະຊຸມປະຈຳປີ 2019 ເພື່ອກະກຽມຄວາມພ້ອມໃຫ້ແກ່ການເປີດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ I ທີ່ຈະໄດ້ໄຂຂຶ້ນໃນລະຫວ່າງວັນທີ 15 – 17 ມັງກອນ 2020.

ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 14 ມັງກອນ 2020 ທີ່ສະໂມສອນເມືອງອະນຸວົງ ແຂວງໄຊສົມບູນ ພາຍໃຕ້ການເປັນປະທານຂອງ ທ່ານ ບຸນສຸກ ຈອມວິສານ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ເຂົ້າຮ່ວມມີ ທ່ານ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ບຸນສຸກ ຈອມວິສານ ກ່າວວ່າ: ກອງປະຊຸມປະຈຳປີ 2019 ຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍ ເນື່ອງຈາກວ່າເປັນການສະຫຼຸບຕີລາຄາການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ໃນໄລຍະ 1 ປີຜ່ານມາ ແລະ ກຳນົດທິດທາງແຜນການປີ 2020.

ພ້ອມນີ້, ຍັງໄດ້ມີການຄົ້ນ ຄວ້າປະກອບຄຳຄິດເຫັນໃສ່ບົດລາຍງານການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020 ຈາກຜູ້ແທນກອງປະຊຸມ, ຮັບຟັງການຜ່ານບົດລາຍງານຜົນການຕິດຕາມກວດກາກ່ຽວກັບການເຊົ່າສຳປະທານທີ່ດິນຂອງແຂວງ, ຜ່ານຮ່າງມະຕິວ່າດ້ວຍການຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານຂອງຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ປະຈຳປີ 2019 ແລະ ທິດທາງແຜນການ ປະຈຳປີ 2020 ແລະ ບົດລາຍງານຜົນການຕິດຕາມກວດກາບັນດາໂຄງການລົງທຶນຂອງລັດທີ່ສົ່ງຜົນກະທົບຕໍ່ປະຊາຊົນ, ຄົ້ນຄວ້າພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນອື່ນໆ ລວມທັງປຶກສາຫາລືໃນການກະກຽມຄວາມພ້ອມໃຫ້ແກ່ການເປີດກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນແຂວງ ຊຸດທີ I ທີ່ຈະໄດ້ໄຂຂຶ້ນໃນວັນທີ 15 – 17 ມັງກອນ 2020 ອີກດ້ວຍ.