ກະຊວງ ກວຕ ມອບເຄື່ອງໃຫ້ແກ່ໂຮງຮຽນທິດສະດີການເມືອງກອງທັບ

94

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ ( 20 ມັງກອນ 1949 – 20 ມັງກອນ 2020 ) ທີ່ຈະມາເຖິງອີກວາລະໜຶ່ງ ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາ ສາດ ແລະ ເຕັກໂນໂລຊີ ( ກວຕ ) ພ້ອມດ້ວຍຄະນະພັກ – ຄະນະນໍາ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ເດີນທາງໄປຢ້ຽມຢາມ ແລະ ມອບເຄື່ອງຈໍານວນໜຶ່ງໃຫ້ແກ່ໂຮງຮຽນທິດສະດີການເມືອງກອງທັບ ໃນຕອນເຊົ້າຂອງວັນທີ 10 ມັງກອນ 2020 ນີ້ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ພັນເອກ ຄໍາຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ.

ເຄື່ອງທີ່ນໍາມາມອບໃນຄັ້ງນີ້ ປະກອບມີ: ຄອມພິວເຕີແລັບທັອບ 3 ຊຸດ, ກ້ອງຖ່າຍຮູບ 1 ໜ່ວຍ ແລະ ອຸປະກອນກີລາຈໍານວນໜຶ່ງ ລວມມູນຄ່າທັງໝົດ 32 ລ້ານກີບ ເຊິ່ງມອບໂດຍ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ຮັບໂດຍ ທ່ານ ພັນເອກ ຄໍາຜາຍ ສະພັງເໜືອ ຫົວໜ້າການເມືອງໂຮງຮຽນທິດສະດີການເມືອງກອງທັບ, ມີບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນ, ສາມອົງການຈັດຕັ້ງມະຫາຊົນພາຍໃນ ກວຕ ພ້ອມດ້ວຍນາຍ ແລະ ພົນທະຫານພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.

ທ່ານ ພັນເອກ ຄຳຜາຍ ສະພັງເໜືອ ໄດ້ກ່າວສະແດງ ຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ກວຕ ພ້ອມດ້ວຍຄະນະ ທີ່ໄດ້ນຳເອົາຄໍາອວຍພອນ ແລະ ເຄື່ອງຈໍານວນດັ່ງກ່າວມາມອບໃຫ້ແກ່ໂຮງຮຽນໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານພາຍໃນໂຮງຮຽນທິດສະດີການເມືອງກອງທັບ ກໍຄືການພັດທະນາບຸກຄະລາກອນຂອງກອງທັບປະຊາຊົນລາວ ໃຫ້ມີຄວາມຮູ້ – ຄວາມສາມາດ, ກຳໄດ້ແນວຄິດທິດສະດີການເມືອງຂອງກອງທັບ ແລະ ຈະນໍາໃຊ້ເຂົ້າໃນວຽກງານວິຊາສະເພາະການຮຽນ – ການສອນ ແລະ ກິດຈະກຳຕ່າງໆໃຫ້ເກີດປະໂຫຍດສູງສຸດ.